ເຊເວັ່ນ ອີເລຟເວັ່ນ ຕະຫຼາດເຂດ ມຊ ດົງໂດກ ເປີດໃຫ້ບໍລິການແລ້ວ 


ເຊເວັ່ນ ອີເລຟເວັ່ນ ຕະຫຼາດເຂດ ມຊ ດົງໂດກ ເປີດໃຫ້ບໍລິການແລ້ວ 

ຮ້ານທຳອິດຂອງຄົນລາວບໍລິຫານໂດຍນັກທຸລະກິດຍິງຮຸ່ນໃໝ່ອາຍຸພຽງ 26 ປີ 

ເຊເວັ່ນ ອີເລຟເວັ່ນ ຕະຫຼາດເຂດ ມຊ ດົງໂດກ ເປີດໃຫ້ບໍລິການແລ້ວ ເມື່ອວັນທີ 10 ທັນວາ ທີ່ຜ່ານມາ ພາຍໃນບັນຍາກາດທີ່ຄຶກຄື້ນ ແລະໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ໃຊ້ບໍລິການ ນັບເປັນຮ້ານສາຂາທີ 3 ໃນ ສປປ. ລາວ ແລ້ວຫຼັງຈາກ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມ ຊີພີ ອໍລ໌ ໄດ້ເປີດໃຫ້ບໍລິການສາຂາທຳອິດໄປເມື່ອເດືອນ ກັນຍາ 2023 ທີ່ຜ່ານມາ, ສະແດງໃຫ້ເຫັນເຖິງຄວາມຄຶກຄື້ນທາງເສດຖະກິດຂອງປະເທດທີ່ກຳລັງຕ້ອນຮັບໂອກາດໃໝ່ໆ ທີ່ຈະເຂົ້າມາ ນອກຈາກນີ້ ເຊເວັ່ນ ອີເລຟເວັ່ນ ສາຂານີ້ຍັງເປັນຮ້ານທີ່ບໍລິຫານໂດຍຜູ້ຮ່ວມທຸລະກິດ (Store Business Partner)  ທີ່ເປັນຄົນລາວຄົນທຳອິດ ເຊິ່ງເປັນໄປຕາມນະໂຍບາຍຂອງ ຊີພີ ອໍລ໌ ທີ່ຕ້ອງການໃຫ້ຮ້ານ ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ເປັນຮ້ານຂອງປະເທດລາວ ສ້າງຄຸນຄ່າໃຫ້ສັງຄົມລາວ ແລະ ເປັນຄວາມພາກພູມໃຈຂອງຄົນລາວຢ່າງແທ້ຈິງ 

ນາງ ລະລິນທິບ ເມືອງວົງ ຜູ້ຮ່ວມທຸລະກິດເຊເວັ່ນ ອີເລຟເວັ່ນ ຜູ້ບໍລິຫານຮ້ານສາຂາຕະຫຼາດເຂດ ມຊ ດົງໂດກ ໃນອາຍຸພຽງ 26 ປີ ກ່າວວ່າ ສົນໃຈທຸລະກິດນີ້ເພາະ ເຊເວັ່ນ ອີເລຟເວັ່ນ ເປັນຮ້ານສະດວກຊື້ທີ່ທັນສະໄໝ ມີຊື່ສຽງ ຄົນລາວທີ່ເຄີຍເດີນທາງໄປປະເທດໄທກໍແລ້ວແຕ່ເຄີຍໃຊ້ບໍລິການ ການເຂົ້າຮ່ວມທຸລະກິດກໍໄດ້ຮັບການສະໜັບສະໜູນຈາກ ຊີພີ ອໍລ໌ ເປັນຢ່າງດີ ບໍລິສັດມີທີມງານມືອາຊີບຄອຍໃຫ້ຄຳປຶກສາໃນທຸກໆເລື່ອງ ມີລະບົບບໍລິຫານຈັດການຮ້ານທັນສະໄໝ ເຊື່ອໝັ້ນວ່າປະສົບຜົນສຳເລັດໄປພ້ອມກັນ ຮ່ວມກັນສ້າງປະໂຫຍດໃຫ້ກັບຄົນລາວໄດ້ມີທາງເລືອກໃນການເຂົ້າເຖິງສິນຄ້າ ແລະ ບໍລິການທີ່ມີຄຸນນະພາບຫຼາຍຂຶ້ນ ສົ່ງເສີມເສດຖະກິດ ສ້າງວຽກ ສ້າງອາຊີບ ສ້າງລາຍໄດ້ ສ້າງພາບລັກທີ່ດີໃຫ້ກັບປະເທດຕໍ່ໄປ. 

ດ້ານ ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ, Managing Director International ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ໄດ້ຮ່ວມສະແດງຄວາມຍິນດີກັບຜູ້ບໍລິຫານຮ້ານຄົນລາວຄົນທຳອິດ ທີ່ຖືເປັນຄົນຮຸ່ນໃໝ່ຫຼາຍຄວາມສາມາດ ເຊິ່ງ ນາງ ລະລິນທິບ ຈະເປັນແຮງບັນດານໃຈໃຫ້ຜູ້ປະກອບການຄົນລາວອື່ນໆ ເຂົ້າມາເປັນກຳລັງສ້າງສິ່ງດີໆ ຮ່ວມກັນໂດຍ ຊີພີ ອໍລ໌ ຍຶດໝັ້ນໃນຄ່ານິຍົມ “3 ປະໂຫຍດ” ຄື ສ້າງປະໂຫຍດໃຫ້ປະເທດຊາດ ປະຊາຊົນ ແລະ ອົງກອນ ຕັ້ງແຕ່ເທື່ອທໍາອິດທີ່ເຂົ້າມາເປັນສະມາຊິກຂອງສັງຄົມລາວຈົນຮອດມື້ນີ້ ຊີພີ ອໍລ໌ ກໍຍັງສືບຕໍ່ມຸ່ງໝັ້ນຮ່ວມສ້າງສັນ ແລະ ແບ່ງປັນໂອກາດຕາມການແກ້ໄຂບັນຫາ “Giving and Sharing” 

ສຳລັບຜູ້ທີ່ສົນໃຈເຂົ້າຮ່ວມທຸລະກິດຮ້ານ ເຊເວັ່ນ ອີເລຟເວັ່ນ ສາມາດຕິດຕໍ່ໄດ້ທີ່ເຟສບຸກ 7-Eleven Laos  ຫຼືທີ່ Email Address:INTERNATIONAL_SBP@CPALL.CO.TH