ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບ iPad ສົ່ງຄືນລູກຄ້າຄົນຕ່າງປະເທດ

ເມື່ອວັນທີ 8 ຕຸລາ 2025 ເວລາປະມານ 10.56 ໂມງ ນາງ ລັດຕິຍາກອນ ອຸປຣາວັນ (ນ້ອງແອງຈີ້) ຜູ້ຊ່ວຍຜູ້ຈັດການຮ້ານ 7-Eleven ສາຂາ 60014 LPB PHOSY ກຳລັງປະຕິບັດໜ້າທີ່ ແລ້ວໄດ້ພົບເຫັນ iPad ທີ່ລູກຄ້າວາງລືມໄວ້ບໍລິເວນເຄົາເຕີ້ເຄື່ອງດື່ມ ຈຶ່ງນຳມາຝາກໄວ້ກັບຜູ້ຈັດການຮ້ານເກັບຮັກສາແລະກວດສອບຫາເຈົ້າຂອງ ຕໍ່ມາລູກຄ້າຄົນຕ່າງປະເທດໄດ້ເຂົ້າມາຊອກຫາ ຈຶ່ງໄດ້ມອບຄືນໃຫ້ເຈົ້າຂອງ ນ້ອງແອງຈີ້ກ່າວວ່າ ດີໃຈທີ່ໄດ້ທຳຄວາມດີ ໄດ້ຊ່ວຍເຫຼືອລູກຄ້າ ເປັນສ່ວນໜຶ່ງໃນອົງກອນໃນການຊ່ວຍເຫຼືອສັງຄົມ ເພື່ອເປັນແບບຢ່າງທີ່ດີໃຫ້ກັບເພື່ອນພະນັກງານ ເຮັດໃຫ້ລູກຄ້າເຊື່ອໝັ້ນໃນການບໍລິການຂອງ 7-Eleven

Ministry of Industry and Commerce partners with CP ALL Laos Promote Lao products to international standards Project

The Ministry of Industry and Commerce, in collaboration with CP ALL Laos, is elevating high-potential local products to international standards to increase market opportunities for 7-Eleven distribution branches and international markets. On September 2, 2025, the Ministry of Industry and Commerce held a Memorandum of Understanding (MOU) signing ceremony for cooperation in implementing the Lao […]

7-Eleven Opens Its First Branch in Thakhek district, Khammouane Province, For Enhancing Tourism and Services by Lao People to Lao People

On August 25, 2025, Mr. Bounmy Phimmasone, President of Provincial People Council of Khammouane Province, presided over the official opening ceremony of the 7-Eleven Ban Nabo branch, situated in Thakhek District, Khammouane Province. This marks the launch of the very first 7-Eleven store in the province, celebrated in the presence of numerous distinguished guests who […]

7-Eleven ລາວດັນກົນລະຍຸດ “3 ສ້າງ” – DNA ຄວາມດີ 24 ຊົ່ວໂມງ ຮ່ວມສ້າງສັງຄົມລາວຢ່າງຍືນຍົງ

ເມື່ອວັນທີ 21 ສິງຫາ 2025 ທີ່ໂຮງແຮມ souphattra ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ມີການຈັດງານສຳມະນາວິຊາການດ້ານເສດຖະກິດ ຄັ້ງທີ 4 ໃນໂອກາດຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ – ໄທ ໃນຫົວຂໍ້ “ພາກທຸລະກິດໄທ ເພື່ອການເຕີບໂຕຂອງໄທ – ສປປ ລາວ ຮ່ວມກັນຢ່າງຢັ້ງຢືນ” ໂດຍສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ໂອກາດນີ້ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ(ມະຫາຊົນ) ໄດ້ໃຫ້ການຕ້ອນຮັບ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ […]

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບໂທລະສັບຄືນລູກຄ້າ

ເມື່ອວັນທີ 17 ສິງຫາ 2025 ເວລາ 13.10 ໂມງ ລູກຄ້າເຂົ້າມາໃຊ້ບໍລິການທີ່ຮ້ານ 7-Eleven ສາຂາ 60004 Bansanamxay ນະຄອນປາກເຊ ແຂວງ ຈໍາປາສັກ ແລະເຮັດໂທລະສັບມືຖືເຮ່ຍ ບໍລິເວນເຄົາເຕີຊຳລະເງິນ ທ້າວ ໄຊລຸ້ງ ຄຳວົງສີ ຜູ້ຊ່ວຍຜູ້ຈັດການຮ້ານພົບເຂົ້າຈຶ່ງເກັບຮັກສາເອົາໄວ້ ຕໍ່ມາລູກຄ້າໄດ້ເຂົ້າໄປຮັບຄືນຮຽບຮ້ອຍ ທ້າວ ໄຊລຸ້ງ ກ່າວວ່າ ໃນຖານະພະນັກງານ 7-Eleven ຕົນເອງເຕັມໃຈຊ່ວຍເຫຼືອລູກຄ້າ ແລະສົ່ງມອບບໍລິການດີໆໃຫ້ລູກຄ້າສະເໝີ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບໂທລະສັບມືຖືສົ່ງຄືນລູກຄ້າ

ເມື່ອວັນທີ 9 ສິງຫາ 2025 ເວລາ 18.30 ໂມງ ລູກຄ້າເຂົ້າມາໃຊ້ບໍລິການທີ່ຮ້ານ 7-Eleven ສາຂາ 60004 Bansanamxay ນະຄອນປາກເຊ ແຂວງ ຈຳປາສັກ ແລ້ວລືມໂທລະສັບມືຖືໄວ້ບໍລິເວນເຄົາເຕີຊຳລະເງິນ ນາງ ສຸກສະໝອນ ສຸວັນນະຈັກ ພະນັກງານຮ້ານຈຶ່ງເກັບເອົາໄວ້ໃຫ້ ຕໍ່ມາລູກຄ້າໂທກັບເຂົ້າມາແລະຮູ້ວ່າໂທລະສັບຢູ່ທີ່ຮ້ານ ຈຶ່ງເຂົ້າມາຮັບຄືນເປັນທີ່ຮຽບຮ້ອຍ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ຊ່ວຍປະຖົມພະຍາບານຜູ້ບາດເຈັບອຸປະຕິເຫດລົດຕຳກັນ

ເມື່ອວັນທີ 21 ພຶດສະພາ 2025 ເວລາປະມານ 13.20 ໂມງ. ເກີດອຸປະຕິເຫດລົດໃຫຍ່ຕຳກັບລົກຈັກໃກ້ໆຮ້ານ 7-Eleven ສາຂາ ຕະຫຼາດເຂດ ມໍຊໍ ດົງໂດກ ນະຄອນຫຼວງວຽງຈັນ ນ້ອງພະນັກງານ 3 ຄົນ ໄດ້ແກ່ ນາງ ສຸລິສາ ສຸລິເວດ ຜູ້ຈັດການຮ້ານ ນາງ ວາດສະໜາ ທອງມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ແລະ ນາງ ສຸນິຕາ ສິງຫາ ຜູ້ຊ່ວຍຜູ້ຈັດການຮ້ານ ຈຶ່ງໄດ້ຮີບເຂົ້າໄປຊ່ວຍເຫຼືອປະຖົມພະຍາບານຜູ້ໄດ້ຮັບບາດເຈັບເບື້ອງຕົ້ນ ລະຫວ່າງລໍຖ້າເຈົ້າໜ້າທີ່ກູ້ໄພມາເຖິງ ນ້ອງໆ ກ່າວວ່າ ຮູ້ສຶກດີໃຈຫຼາຍທີ່ໄດ້ທຳຄວາມດີ ແລະ ໄດ້ເປັນແບບຢ່າງທີ່ດີໃຫ້ກັບເພື່ອນພະນັກງານທຸກຄົນ ແລະ ໂລ່ງໃຈຫຼາຍ ທີ່ຜູ້ປະສົບອຸປະຕິເຫດປອດໄພດີ ນີ້ເປັນອີກໜຶ່ງ DNA ຄວາມດີ 24 ຊົ່ວໂມງ ຂອງພວກເຮົາຊາວ ຊີພີ ອໍລ໌ ລາວ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບກະເປົ໋າເງິນສົ່ງຄືນເຈົ້າຂອງ

ເມື່ອວັນທີ 3 ພຶດສະພາ 2025 ເວລາປະມານ 00.03 ທີ່ຮ້ານ 7-Eleven ສາຂາ 60003 TALADKHET MOR XOR DONGDOK ນະຄອນຫຼວງວຽງຈັນ ນາງ ວາດສະໜາ ທອງມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ພົບເຫັນກະເປົ໋າເງິນອັນໜຶ່ງຕົກຢູ່ໃນຮ້ານ ຈຶ່ງເກັບຮັກສາເອົາໄວ້ແລ້ວປະສານງານຕິດຕໍ່ຈົນພົບເຈົ້າຂອງ ເປັນລູກຄ້າທີ່ມາໃຊ້ບໍລິການ ເຂົ້າມາຮັບຄືນໃນມື້ຕໍ່ມາ ໂດຍນ້ອງກ່າວເຖິງການທຳຄວາມດີໃນຄັ້ງນີ້ວ່າ ຮູ້ສຶກດີໃຈທີ່ໄດ້ທຳຄວາມດີ ແລະ ໄດ້ເປັນແບບຢ່າງທີ່ດີໃຫ້ກັບພະນັກງານທຸກຄົນ ດີໃຈທີ່ໄດ້ສົ່ງມອບກະເປົ໋າຄືນ ແລະ ໄດ້ເຫັນຮອຍຍິ້ມຂອງລູກຄ້າ

1 2