7-Eleven ສາຂາທຳອິດໃນສະຖານີລົດໄຟຄວາມໄວສູງລາວ-ຈີນ ເປີດໃຫ້ບໍລິການແລ້ວ

ເມື່ອວັນທີ 10 ພະຈິກ 2025 ທ່ານ ທາຕຣີ ຈິລະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ພາຍໃຕ້ກຸ່ມບໍລິສັດ ຊີພີອໍລ໌ ຈຳກັດ (ມະຫາຊົນ) ໄດ້ຮ່ວມສະແດງຄວາມຍິນດີກັບ ທ່ານ ນາງ ທຸງໄກສອນ ຄຳມັງ ຜູ້ຮ່ວມທຸລະກິດຮ້ານ 7-Eleven ຄົນລາວ ໃນໂອກາດເປີດຮ້ານ 7-Eleven ສາຂາ 60023 LPB RAILWAY STATION ຢ່າງເປັນທາງການ ຖືເປັນຮ້ານ 7-Eleven ສາຂາທຳອິດທີ່ຕັ້ງຢູ່ພາຍໃນສະຖານີລົດໄຟຄວາມໄວສູງລາວ-ຈີນ ໂດຍຕັ້ງຢູ່ທີ່ສະຖານີຫຼວງພະບາງ ເຊິ່ງມີຈຸດແຂງໃນດ້ານການເຊື່ອມໂຍງຄົມມະນາຄົມຂົນສົ່ງຮອງຮັບນັກທ່ອງທ່ຽວໂດຍສະເພາະຢ່າງຍິ່ງຊ່ວງລະດູທ່ອງທ່ຽວທີ່ກຳລັງມາຮອດໃນຊ່ວງປາຍປີນີ້ ທີ່ຈະເປັນຊ່ວງເວລາທີ່ນັກທ່ອງທ່ຽວທັງໄທ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວ ສປປ ລາວ ໂດຍສະເພາະແຂວງຫຼວງພະບາງຈຳນວນຫຼາຍ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ບໍ່ລັງເລທີ່ຈະເຂົ້າຊ່ວຍເຫຼືອອຸບັດຕິເຫດ

ເມື່ອວັນທີ 31 ຕຸລາ 2025 ເວລາ 09.12 ໂມງ ເກີດອຸບັດຕິເຫດລົດຈັກລົ້ມບໍລິເວນແຄມທາງໜ້າຮ້ານ 7-Eleven ສາຂາ 60007 ໂພນສີນວນ ນາງ ເອື້ອຍແກ້ວ ແກ້ວອິນຄຳ ຜູ້ຈັດການຮ້ານ ແລະ ທ້າວ ຄຳແກ້ວ ແປງຈິນດາ ພະນັກງານຮ້ານ ຈຶ່ງຟ້າວເຂົ້າໄປປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ຜູ້ໄດ້ຮັບບາດເຈັບ ທັງສອງຄົນກ່າວວ່າ ດີໃຈທີ່ໄດ້ທຳຄວາມດີ ໄດ້ຊ່ວຍເຫຼືອ ໄດ້ເປັນສ່ວນໜຶ່ງໃນອົງກອນໃນການຊ່ວຍເບິ່ງແຍງສັງຄົມ ເປັນຕົວຢ່າງທີ່ດີ ເຮັດໃຫ້ລູກຄ້າປະທັບໃຈ ແລະ ເຊື່ອໝັ້ນໃນການບໍລິການເໜືອຄວາມຄາດໝາຍຂອງພະນັກງານ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ຊ່ວຍປະຖົມພະຍາບານອຸບັດຕິເຫດລົດຈັກລົ້ມ

ເມື່ອວັນທີ 8 ຕຸລາ 2025 ເວລາ 01.40 ໂມງ ພະນັກງານຮ້ານ 7-Eleven ສາຂາ 60002 KAMPHAENGMUEANG ໃນນະຄອນຫຼວງວຽງຈັນ ໄດ້ແກ່ ທ້າວ ສຸລິສັກ ແກ້ວເມືອງທະນົງ (ໂຈອີ້) ຜູ້ຊ່ວຍຜູ້ຈັດການຮ້ານ ທ້າວ ສຸລິເດດ ລາດຊູວົງ (ຕ້ອມ) ພະນັກງານຮ້ານ ແລະ ທ້າວ ເອເທນ ສີສຳລານ (ກີຕ້າ) ພະນັກງານຮ້ານ ກຳລັງປະຕິບັດໜ້າທີ່ຢູ່ພາຍໃນຮ້ານ ໄດ້ເກີດອຸບັດຕິເຫດລົດໃຫຍ່ຕັດໜ້າລົດຈັກຈົນລົ້ມ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ ໝົດສະຕິ ທັ້ງ 3 ຄົນ ຈຶ່ງຟ້າວເຂົ້າໄປປະຖົມພະຍາບານເບື້ອງຕົ້ນ ຈົນໜ່ວຍກູ້ໄພມາຮອດ ນ້ອງໆກ່າວວ່າ ຮູ້ສຶກມີຄວາມສຸກຫຼາຍທີ່ໄດ້ຊ່ວຍຜູ້ບາດເຈັບ ແລະ ດີໃຈຫຼາຍທີ່ໄດ້ທຳຄວາມດີ ໄດ້ເປັນແບບຢ່າງທີ່ດີໃຫ້ກັບພະນັກງານ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບ iPad ສົ່ງຄືນລູກຄ້າຄົນຕ່າງປະເທດ

ເມື່ອວັນທີ 8 ຕຸລາ 2025 ເວລາປະມານ 10.56 ໂມງ ນາງ ລັດຕິຍາກອນ ອຸປຣາວັນ (ນ້ອງແອງຈີ້) ຜູ້ຊ່ວຍຜູ້ຈັດການຮ້ານ 7-Eleven ສາຂາ 60014 LPB PHOSY ກຳລັງປະຕິບັດໜ້າທີ່ ແລ້ວໄດ້ພົບເຫັນ iPad ທີ່ລູກຄ້າວາງລືມໄວ້ບໍລິເວນເຄົາເຕີ້ເຄື່ອງດື່ມ ຈຶ່ງນຳມາຝາກໄວ້ກັບຜູ້ຈັດການຮ້ານເກັບຮັກສາແລະກວດສອບຫາເຈົ້າຂອງ ຕໍ່ມາລູກຄ້າຄົນຕ່າງປະເທດໄດ້ເຂົ້າມາຊອກຫາ ຈຶ່ງໄດ້ມອບຄືນໃຫ້ເຈົ້າຂອງ ນ້ອງແອງຈີ້ກ່າວວ່າ ດີໃຈທີ່ໄດ້ທຳຄວາມດີ ໄດ້ຊ່ວຍເຫຼືອລູກຄ້າ ເປັນສ່ວນໜຶ່ງໃນອົງກອນໃນການຊ່ວຍເຫຼືອສັງຄົມ ເພື່ອເປັນແບບຢ່າງທີ່ດີໃຫ້ກັບເພື່ອນພະນັກງານ ເຮັດໃຫ້ລູກຄ້າເຊື່ອໝັ້ນໃນການບໍລິການຂອງ 7-Eleven

Ministry of Industry and Commerce partners with CP ALL Laos Promote Lao products to international standards Project

The Ministry of Industry and Commerce, in collaboration with CP ALL Laos, is elevating high-potential local products to international standards to increase market opportunities for 7-Eleven distribution branches and international markets. On September 2, 2025, the Ministry of Industry and Commerce held a Memorandum of Understanding (MOU) signing ceremony for cooperation in implementing the Lao […]

7-Eleven Opens Its First Branch in Thakhek district, Khammouane Province, For Enhancing Tourism and Services by Lao People to Lao People

On August 25, 2025, Mr. Bounmy Phimmasone, President of Provincial People Council of Khammouane Province, presided over the official opening ceremony of the 7-Eleven Ban Nabo branch, situated in Thakhek District, Khammouane Province. This marks the launch of the very first 7-Eleven store in the province, celebrated in the presence of numerous distinguished guests who […]

7-Eleven ລາວດັນກົນລະຍຸດ “3 ສ້າງ” – DNA ຄວາມດີ 24 ຊົ່ວໂມງ ຮ່ວມສ້າງສັງຄົມລາວຢ່າງຍືນຍົງ

ເມື່ອວັນທີ 21 ສິງຫາ 2025 ທີ່ໂຮງແຮມ souphattra ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ມີການຈັດງານສຳມະນາວິຊາການດ້ານເສດຖະກິດ ຄັ້ງທີ 4 ໃນໂອກາດຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ – ໄທ ໃນຫົວຂໍ້ “ພາກທຸລະກິດໄທ ເພື່ອການເຕີບໂຕຂອງໄທ – ສປປ ລາວ ຮ່ວມກັນຢ່າງຢັ້ງຢືນ” ໂດຍສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ໂອກາດນີ້ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ(ມະຫາຊົນ) ໄດ້ໃຫ້ການຕ້ອນຮັບ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ […]

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບໂທລະສັບຄືນລູກຄ້າ

ເມື່ອວັນທີ 17 ສິງຫາ 2025 ເວລາ 13.10 ໂມງ ລູກຄ້າເຂົ້າມາໃຊ້ບໍລິການທີ່ຮ້ານ 7-Eleven ສາຂາ 60004 Bansanamxay ນະຄອນປາກເຊ ແຂວງ ຈໍາປາສັກ ແລະເຮັດໂທລະສັບມືຖືເຮ່ຍ ບໍລິເວນເຄົາເຕີຊຳລະເງິນ ທ້າວ ໄຊລຸ້ງ ຄຳວົງສີ ຜູ້ຊ່ວຍຜູ້ຈັດການຮ້ານພົບເຂົ້າຈຶ່ງເກັບຮັກສາເອົາໄວ້ ຕໍ່ມາລູກຄ້າໄດ້ເຂົ້າໄປຮັບຄືນຮຽບຮ້ອຍ ທ້າວ ໄຊລຸ້ງ ກ່າວວ່າ ໃນຖານະພະນັກງານ 7-Eleven ຕົນເອງເຕັມໃຈຊ່ວຍເຫຼືອລູກຄ້າ ແລະສົ່ງມອບບໍລິການດີໆໃຫ້ລູກຄ້າສະເໝີ

1 2 3