ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບກະເປົ໋າເງິນສົ່ງຄືນເຈົ້າຂອງ

ເມື່ອວັນທີ 3 ພຶດສະພາ 2025 ເວລາປະມານ 00.03 ທີ່ຮ້ານ 7-Eleven ສາຂາ 60003 TALADKHET MOR XOR DONGDOK ນະຄອນຫຼວງວຽງຈັນ ນາງ ວາດສະໜາ ທອງມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ພົບເຫັນກະເປົ໋າເງິນອັນໜຶ່ງຕົກຢູ່ໃນຮ້ານ ຈຶ່ງເກັບຮັກສາເອົາໄວ້ແລ້ວປະສານງານຕິດຕໍ່ຈົນພົບເຈົ້າຂອງ ເປັນລູກຄ້າທີ່ມາໃຊ້ບໍລິການ ເຂົ້າມາຮັບຄືນໃນມື້ຕໍ່ມາ ໂດຍນ້ອງກ່າວເຖິງການທຳຄວາມດີໃນຄັ້ງນີ້ວ່າ ຮູ້ສຶກດີໃຈທີ່ໄດ້ທຳຄວາມດີ ແລະ ໄດ້ເປັນແບບຢ່າງທີ່ດີໃຫ້ກັບພະນັກງານທຸກຄົນ ດີໃຈທີ່ໄດ້ສົ່ງມອບກະເປົ໋າຄືນ ແລະ ໄດ້ເຫັນຮອຍຍິ້ມຂອງລູກຄ້າ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ຊ່ວຍຜູ້ປະສົບອຸບັດຕິເຫດລົດຈັກຕຳກັນ

ເມື່ອວັນທີ 12 ມີນາ 2025 ເກີດເຫດການລົດຈັກຕຳກັນ ບໍລິເວນໜ້າຮ້ານ ທ້າວ ສຸກນິລັນ ດວງແກ້ວ ຜູ້ຊ່ວຍຜູ້ຈັດການຮ້ານເຊເວັ່ນ ສາຂາ SOUPHANOUVONG Ave. (60001) ເຊິ່ງກຳລັງປະຕິບັດງານຢູ່ບໍລິເວນໜ້າຮ້ານ ໄດ້ເຫັນເຫດການດັ່ງກ່າວ ຈຶ່ງຮີບເຂົ້າມາແຈ້ງຜູ້ຊ່ວຍຜູ້ຈັດການ ແລະນ້ອງພະນັກງານໃນຮ້ານ ເພື່ອເຂົ້າຊ່ວຍເຫຼືອຜູ້ບາດເຈັບແລະປະຖົມພະຍາບານໃຫ້ເບື້ອງຕົ້ນ ຫຼັງຈາກນັ້ນໄດ້ຮີບໂທແຈ້ງໜ່ວຍກູ້ໄພໃນພື້ນທີ່ໃຫ້ນຳໂຕຜູ້ບາດເຈັບສົ່ງໂຮງໝໍ ແລະຊ່ວຍປະສານງານຄູ່ກໍລະນີ ເຊິ່ງເປັນຜູ້ພິການທາງການໄດ້ຍິນກັບເຈົ້າໜ້າທີ່ຕຳຫຼວດ ໃຫ້ເຂົ້າມາເຈລະຈາຈົນສຳເລັດ ທ້າວ ສຸກນິລັນ ບອກວ່າ ” ເຮົາທຸກຄົນຮູ້ສຶກດີໃຈທີ່ໄດ້ຊ່ວຍເຫຼືອສັງຄົມ ແລະສ້າງຄວາມເຊື່ອໝັ້ນ ແລະເປັນແບບຢ່າງທີ່ດີໃຫ້ກັບໝູ່ເພື່ອນພະນັກງານຂອງເຮົາ “ ເລື່ອງລາວຂອງຮ້ານເຊເວັ່ນ ສາຂາ SOUPHANOUVONG Ave. (60001) ເປັນອີກໜຶ່ງເລື່ອງລາວທີ່ໜ້າຊື່ນຊົມ ໃນການໃຫ້ຄວາມຊ່ວຍເຫຼືອຜູ້ທີ່ເດືອດຮ້ອນ ເປັນແບບຢ່າງໃນການທຳຄວາມດີ ສ້າງເສີມແສນຄົນແສນຄວາມດີໃຫ້ເກີດຂຶ້ນທົ່ວອົງກອນ

ພະນັກງານເຊເວັ່ນ ສປປ ລາວ ເຂົ້າຊ່ວຍເຫຼືອຜູ້ບາດເຈັບຈາກອຸບັດຕິເຫດລົດຈັກລົ້ມ ຈົນປອດໄພ

ເກີດອຸບັດຕິເຫດລົດຈັກລົ້ມບໍລິເວນກ່ອນຈະຮອດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາ 60004 BANSANAMXAY ແຂວງ ຈຳປາສັກ ສປປ ລາວ ນ້ອງ KINO SIVONGSA ພະນັກງານເຊເວັ່ນ ແລະ ANAN BOUPHAVAN ຜູ້ຊ່ວຍຜູ້ຈັດການຮ້ານ ຮີບອອກໄປເບິ່ງສະຖານະການ ແລະ ໃຫ້ການຊ່ວຍເຫຼືອປະຖົມພະຍາບານເບື້ອງຕົ້ນ ເຮັດໃຫ້ຜູ້ບາດເຈັບສາມາດຂັບລົດກັບບ້ານໄດ້ຢ່າງປອດໄພ

ຊື່ນຊົມພະນັກງານເຊເວັ່ນ ສປປ ລາວ ທຳຄວາມດີເກັບກະເປົ໋າລູກຄ້າສົ່ງຄືນ

ເມື່ອວັນທີ 5 ມີນາທີ່ຜ່ານມາ ນາງເທວີ ຈັນທະວິໄຊ ພະນັກງານ ຮ້ານ ເຊເວັ່ນ ສາຂາ ພີທີທີລາວ ເຊໂນ ລະຫັດສາຂາ 60008 ແຂວງສະຫວັນນະເຂດ ຈາກ ສປປ ລາວ ໄດ້ພົບເຫັນກະເປົ໋າເງິນລູກຄ້າວາງຢູ່ບໍລິເວນໂຕະນັ່ງໜ້າຮ້ານເຊເວັ່ນ ນາງ ເທວີ ຈຶ່ງນຳກະເປົ໋າເງິນລູກຄ້າມາແຈ້ງກັບຜູ້ຈັດການຮ້ານ ແລະໄດ້ນຳໄປເກັບໄວ້ທີ່ຫຼັງເຄົາເຕີ້ແຄັດເຊຍ ເພື່ອລໍຖ້າລູກຄ້າມາຮັບກະເປົ໋າເງິນກັບໄປ ເຊິ່ງໃນເວລາຕໍ່ມາລູກຄ້າເຈົ້າຂອງກະເປົ໋າກັບມາທີ່ຮ້ານສາຂາ ແລະ ສອບຖາມຫາກະເປົ໋າເງິນກັບພະນັກງານທີ່ຮ້ານ ໂດຍກວດສອບແລ້ວວ່າເປັນເຈົ້າຂອງທີ່ແທ້ຈິງ ຈຶ່ງໄດ້ສົ່ງກະເປົ໋າເງິນຄືນໃຫ້ລູກຄ້າ “ຄວາມຊື່ສັດ ເປັນສິ່ງທີ່ດີຕໍ່ຕົນເອງ ແລະສົ່ງຜົນດີຕໍ່ຮ້ານສາຂາ ທີ່ເຮັດໃຫ້ລູກຄ້າເຊື່ອໝັ້ນໃນການບໍລິການຂອງຮ້ານເຮົາ ແລະຮູ້ສຶກດີໃຈຫຼາຍທີ່ໄດ້ຊ່ວຍເຮັດຄວາມດີ ແລະໄດ້ເປັນສ່ວນໜຶ່ງໃນອົງກອນ ທີ່ໄດ້ໃຫ້ການຊ່ວຍເຫຼືອສັງຄົມ ນາງ ເທວີ ຈັນທະວີໄຊ ພະນັກງານສາຂາ ພີທີທີລາວ ເຊໂນ ລະຫັດສາຂາ 60008 ຈາກ ສປປ ລາວ ຊີພີ ອໍລ໌ລາວຂໍຊື່ນຊົມໃນການທຳຄວາມດີ ທີ່ສະແດງໃຫ້ເຫັນວ່າພະນັກງານຮ້ານເຊເວັ່ນມີ DNA ການທຳຄວາມດີເພື່ອຜູ້ອື່ນຢ່າງແທ້ຈິງ ອີກທັງຍັງເປັນແບບຢ່າງຂອງຄວາມດີ ຄວາມຊື່ສັດ ສ້າງແສນຄົນແສນຄວາມດີທົ່ວທັງອົງກ

The first branch of 7-Eleven in Luang Prabang has officially opened Support the tourism promotion service sector to build a sustainable social economy

H.E Mr. Viengthong HATSACHANH, The mayor of Luang Prabang chaired the official opening ceremony of the 7-Eleven LPB PHOSY branch. This store is located in Saylom Village, Luang Prabang Province and this is the first 7-Eleven store in Luang Prabang Province. The event also included distinguished guests from various sectors in the area. LPB PHOSY […]

News & Updates

News & Updates

Home

GIVING & SHARING CP ALL LAOS COMPANY LIMITED is committed to conducting business with social and environmental responsibility, upholding principles and guidelines that support sustainable development for communities and society at large and committed to striving for leadership sustainability that we able to maintain a balance between business growth along with better living conditions in […]

7-Eleven Laos Supports the “Teaching Children to Save” Project of the National University of Laos

On February 18th, Mr. Yanawuth Khaowsri, General Manager of Store Operation (Laos), International Division, CP ALL Public Company Limited, represented CP ALL Laos Co., Ltd. in delivering “7 Select” drinking water to representatives of the Faculty of Economics and Business Administration, National University of Laos, to support the “Teaching Children to Save Project, 8th time”. […]

1 2 6