
ເມື່ອວັນທີ 21 ພຶດສະພາ 2025 ເວລາປະມານ 13.20 ໂມງ. ເກີດອຸປະຕິເຫດລົດໃຫຍ່ຕຳກັບລົກຈັກໃກ້ໆຮ້ານ 7-Eleven ສາຂາ ຕະຫຼາດເຂດ ມໍຊໍ ດົງໂດກ ນະຄອນຫຼວງວຽງຈັນ ນ້ອງພະນັກງານ 3 ຄົນ ໄດ້ແກ່ ນາງ ສຸລິສາ ສຸລິເວດ ຜູ້ຈັດການຮ້ານ ນາງ ວາດສະໜາ ທອງມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ແລະ ນາງ ສຸນິຕາ ສິງຫາ ຜູ້ຊ່ວຍຜູ້ຈັດການຮ້ານ ຈຶ່ງໄດ້ຮີບເຂົ້າໄປຊ່ວຍເຫຼືອປະຖົມພະຍາບານຜູ້ໄດ້ຮັບບາດເຈັບເບື້ອງຕົ້ນ ລະຫວ່າງລໍຖ້າເຈົ້າໜ້າທີ່ກູ້ໄພມາເຖິງ ນ້ອງໆ ກ່າວວ່າ ຮູ້ສຶກດີໃຈຫຼາຍທີ່ໄດ້ທຳຄວາມດີ ແລະ ໄດ້ເປັນແບບຢ່າງທີ່ດີໃຫ້ກັບເພື່ອນພະນັກງານທຸກຄົນ ແລະ ໂລ່ງໃຈຫຼາຍ ທີ່ຜູ້ປະສົບອຸປະຕິເຫດປອດໄພດີ ນີ້ເປັນອີກໜຶ່ງ DNA ຄວາມດີ 24 ຊົ່ວໂມງ ຂອງພວກເຮົາຊາວ ຊີພີ ອໍລ໌ ລາວ