7-Eleven ລາວດັນກົນລະຍຸດ “3 ສ້າງ” – DNA ຄວາມດີ 24 ຊົ່ວໂມງ ຮ່ວມສ້າງສັງຄົມລາວຢ່າງຍືນຍົງ


ເມື່ອວັນທີ 21 ສິງຫາ 2025 ທີ່ໂຮງແຮມ souphattra ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ມີການຈັດງານສຳມະນາວິຊາການດ້ານເສດຖະກິດ ຄັ້ງທີ 4 ໃນໂອກາດຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ – ໄທ ໃນຫົວຂໍ້ “ພາກທຸລະກິດໄທ ເພື່ອການເຕີບໂຕຂອງໄທ – ສປປ ລາວ ຮ່ວມກັນຢ່າງຢັ້ງຢືນ” ໂດຍສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ

ໂອກາດນີ້ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ(ມະຫາຊົນ) ໄດ້ໃຫ້ການຕ້ອນຮັບ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈຳ ສປປ ລາວ ພ້ອມທັງແຂກຜູ້ມີກຽດ ຢ້ຽມຊົມງານວາງສະແດງຄວາມຍືນຍົງ ພາຍໃຕ້ກົນລະຍຸດ 3 ສ້າງ (ສ້າງຄົນ ສ້າງອາຊີບ ສ້າງຊຸມຊົນອຸ່ນໃຈ) ແລະ DNA ຄວາມດີ 24 ຊົ່ວໂມງ ຂອງ ຊີພີ ອໍລ໌ ທີ່ມຸ່ງໃຫ້ຮ້ານ 7-Eleven ເປັນທີ່ເພິ່ງຊຸມຊົນ

ຊີພີ ອໍລ໌ ລາວ ນຳເອົາກົນລະຍຸດ 3 ສ້າງ ແລະ DNA ຄວາມດີ 24 ຊົ່ວໂມງ ຂອງຊີພີ ອໍລ໌ ມາຂັບເຄື່ອນໃນການດຳເນີນທຸລະກິດ 7-Eleven ໃນ ສປປ ລາວ ເພື່ອສ້າງປະໂຫຍດໃຫ້ປະເທດ ປະຊາຊົນ ແລະ ອົງກອນ ຕາມຄ່ານິຍົມ 3 ປະໂຫຍດຂອງເຄືອຈະເລີນໂພກກະພັນ