
ເຊເວັ່ນ ອີເລຟເວັ່ນ ສາຂາກຳແພງເມືອງ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ເມື່ອວັນທີ 18 ຕຸລາ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ອຳນວຍຄວາມສະດວກໃຫ້ປະຊາຊົນ ຮ່ວມເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດ ສປປ ລາວ ໂດຍຍັງມີຈຸດເດັ່ນດ້ວຍສິນຄ້າອຸປະໂພກບໍລິໂພກທີ່ໄດ້ມາດຕະຖານ ໂດຍສະເພາະສິນຄ້າຍອດນິຍົມ ເຊິ່ງມີຈຳໜ່າຍສະເພາະທີ່ຮ້ານເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ ເຊັ່ນ: Slurpee ເຄື່ອງດື່ມຊົງສົດ, All Café, ສິນຄ້າອົບໃໝ່ ແລະ ອາຫານພ້ອມຮັບປະທານຫຼາກຫຼາຍເມນູສໍາລັບທຸກກຸ່ມທຸກໄວ











ທັງນີ້ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ CP All Laos ໃນກຸ່ມທຸລະກິດຊີພີ ອໍລ໌ ທີ່ຫາກໍ່ເປີດໃຫ້ບໍລິການຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໄປເມື່ອເດືອນ ກັນຍາ ທີ່ຜ່ານມາ ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ບໍລິໂພກທັງຄົນລາວ ແລະ ຄົນຕ່າງປະເທດ ສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນທາງເສດຖະກິດທີ່ພ້ອມຈະຕ້ອນຮັບປີທ່ອງທ່ຽວລາວ 2024 ທີ່ຈະມາຮອດນີ້
