ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບ iPad ສົ່ງຄືນລູກຄ້າຄົນຕ່າງປະເທດ


ເມື່ອວັນທີ 8 ຕຸລາ 2025 ເວລາປະມານ 10.56 ໂມງ ນາງ ລັດຕິຍາກອນ ອຸປຣາວັນ (ນ້ອງແອງຈີ້) ຜູ້ຊ່ວຍຜູ້ຈັດການຮ້ານ 7-Eleven ສາຂາ 60014 LPB PHOSY ກຳລັງປະຕິບັດໜ້າທີ່ ແລ້ວໄດ້ພົບເຫັນ iPad ທີ່ລູກຄ້າວາງລືມໄວ້ບໍລິເວນເຄົາເຕີ້ເຄື່ອງດື່ມ ຈຶ່ງນຳມາຝາກໄວ້ກັບຜູ້ຈັດການຮ້ານເກັບຮັກສາແລະກວດສອບຫາເຈົ້າຂອງ ຕໍ່ມາລູກຄ້າຄົນຕ່າງປະເທດໄດ້ເຂົ້າມາຊອກຫາ ຈຶ່ງໄດ້ມອບຄືນໃຫ້ເຈົ້າຂອງ

ນ້ອງແອງຈີ້ກ່າວວ່າ ດີໃຈທີ່ໄດ້ທຳຄວາມດີ ໄດ້ຊ່ວຍເຫຼືອລູກຄ້າ ເປັນສ່ວນໜຶ່ງໃນອົງກອນໃນການຊ່ວຍເຫຼືອສັງຄົມ ເພື່ອເປັນແບບຢ່າງທີ່ດີໃຫ້ກັບເພື່ອນພະນັກງານ ເຮັດໃຫ້ລູກຄ້າເຊື່ອໝັ້ນໃນການບໍລິການຂອງ 7-Eleven