
ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໂດຍ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director CP ALL Laos Co., Ltd. ໄດ້ຈັດປະຊຸມສຳມະນາເຜີຍແຜ່ຄວາມຮູ້ມາດຕະຖານໃຫ້ກັບຄູ່ຮ່ວມຄ້າ “ແນໃສ່ເລື່ອງລະບົບການຜະລິດອາຫານທີ່ດີ GMP ໃຫ້ສອດຄ່ອງຕາມທີ່ປະກາດຂອງກົມອາຫານ ແລະ ຢາ ສປປ ລາວ ໄດ້ກຳນົດ” ເພື່ອເພີ່ມທ່າແຮງໃຫ້ແກ່ຄູ່ຮ່ວມຄ້າໃນທ້ອງຖິ່ນພາຍໃນ ສປປ ລາວ ໃຫ້ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບມາດຕະຖານການຜະລິດສິນຄ້າທີ່ດີ. ແລະ ຢັງໄດ້ຮູ້ເຖິງຂັ້ນຕອນການສະເໜີຂໍ ແລະ ການໄດ້ຮັບເອກະສານມາດຕະຖານ GMP ຈາກກົມອາຫານ ແລະ ຢາ ລວມທັງສາມາດດຳເນີນການຄວບຄຸມສິນຄ້າຕະຫຼອດຂະບວນການ ໃຫ້ຖືກຕ້ອງກົງຕາມຂໍ້ກຳນົດຂອງກົດໝາຍຂອງ ສປປ ລາວ ຕາມປະນິທານຂອງ ຊີພີ ອໍລ໌ ນັ່ນຄື “Giving & Sharing”
ພາຍໃນງານ ມີການໃຫ້ຄວາມຮູ້ກ່ຽວກັບຫຼັກການຜະລິດອາຫານທີ່ດີ (GMP) ພ້ອມທັງແນະນຳຂັ້ນຕອນການສະເໜີຂໍ ແລະການໄດ້ຮັບເອກະສານມາດຕະຖານ GMP ຈາກກົມອາຫານ ແລະ ຢາ ໂດຍມີຜູ້ຊ່ຽວຊານມາຮ່ວມໃຫ້ຄວາມຮູ້ ຫຼັງຈາກນັ້ນໄດ້ມີການ Sharing ກ່ຽວກັບລະບົບມາດຕະຖານຄຸນນະພາບຂອງການນຳສິນຄ້າມາຈຳໜ່າຍໃນ 7-Eleven Laos ເພື່ອເປັນການແນະນຳ ແລະ ສ້າງຄວາມເຂົ້າໃຈທີ່ກົງກັນ ກ່ຽວກັບມາດຕະຖານການຈັດການຄຸນນະພາບຂອງຮ້ານ 7-Eleven Laos ເພື່ອໃຫ້ຄູ່ຮ່ວມຄ້າສາມາດນຳຄວາມຮູ້ໄປປັບໃຊ້ໃນການຜະລິດສິນຄ້າໄດ້ຢ່າງມີປະສິດທິພາບ ກົງຕາມມາດຕະຖານຮ້ານ 7-Eleven Laos ແລະ ເປັນການພັດທະນາຄູ່ຮ່ວມຄ້າໃຫ້ສາມາດເຕີບໂຕໄດ້ຢ່າງຢັ່ງຢືນ.


