ຊີພີ ອໍລ໌ ລາວ ຈັດ​ພິທີ​ເຮັດ​ບຸນ​ສຳ​ນັກ​ງານ​ໃຫຍ່ ສປປ ລາວ  


ບໍລິສັດ  ຊີພີ ອໍລ໌ ລາວ  ຈຳ​ກັດ ຈັດ​ພິທີ​ເຮັດ​ບຸນ​ສຳ​ນັກ​ງານ​ໃຫຍ່ ຕັ້ງຢູ່ຖະໜົນ​ສຸ​ພາ​ນຸວົງ ບ້ານ​ໜອງ​ປາ​ໃນ ເມືອງ​ສີ​ໂຄດ​ຕະ​ບອງ ນະຄອນ​ຫຼວງ​ວຽງ​ຈັນ​ ສປປ ລາວ ໂດຍ​ໄດ້ຮັບ​ກຽດ​ຈາກ ທ່ານ ປິຍະວັດ ທິຕະສັດທາວໍລະກຸນ ຖິ​ຕະ​ສັດ​ທາວ​ຣ​ກຸນ ຮອງ​ປະ​ທານ​ກຳມະການ​ບໍລິຫານ ບຈມ ຊີ​ພີ ອໍລ໌, ທ່ານ ໄຊໂຣດ ທິວັດມັ່ນຈະເລີນ ຮອງ​ກຳມະການ​ຜູ້​ຈັດການ​ອາ​ວຸ​ໂສ ແລະ Managing Director International Business ຂອງບໍລິສັດ ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ), ທ່ານ ທາຕຣີ ຈິຣະ​ບັນ​ຈົງ​ຈິດ Managing Director ຊີ​ພີ ອໍລ໌ ລາວ ແລະ ອາຈານ ​ສິນ ຈັນ​ປະ​ທິນ ພ້ອມ​ຄະນະ​ຜູ້​ບໍລິຫານ​ເຂົ້າ​ຮ່ວມ​ງານ. 

ໂດຍ​ມີພະ​ນັກ​ງານ​ທັງ​ຊາວ​ໄທ​ ແລະ​ ຊາວ​ລາວ ເຂົ້າ​ຮ່ວມ​ງານ​ ໂດຍ​ພ້ອມ​ພຽງ​ກັນເພື່ອຄວາມ​ເປັນ​ມຸ​ງ​ຄົນ ແລະ​ ຕື່ມ​ຂວັນ​ກຳ​ລັງ​ໃຈ​ໃຫ້​ຜູ້​ບໍລິຫານ ແລະ ​ພະ​ນັກ​ງານ ໃຫ້​ເຮັດວຽກ​ໄດ້​ຢ່າງຮາບຮື່ນ​ບໍ່ມີ​ອຸປະສັກ. 

ຊີ​ພີ ອໍລ໌ ​ໄດ້​ດຳ​ເນີນ​ທຸລະກິດ​ຕາມ​ແນວ​ທາງ​ຄ່າ​ນິຍົມ 3 ປະໂຫຍດ​ຂອງ​ເຄືອ​ຈະເລີນໂພກພັນ ໄດ້​ແກ່ ສ້າງ​ປະໂຫຍດ​ໃຫ້​ປະເທດ​ຊາດ, ປະຊາຊົນ, ແລະ​ອົງກອນ ລວມທັງ​ດຳ​ເນີນ​ທຸລະກິດ​ພາຍໃຕ້​ປະ​ນິ​ທານ ‘Giving and Sharing’ ຂອງ​ຊີ​ພີ ອໍລ໌  ເພື່ອ​ເປັນ​ຮ້ານ​ສະ​ດວກ​ຊື້​ຄູ່​ຊຸມ​ຊົນ​ ແລະ ​ສັງຄົມ​ຢ່າງ​ຢັ່ງ​ຢືນ. ​ຜ່ານມາ ຊີ​ພີ ອໍລ໌ ໄດ້​ດຳ​ເນີນ​ທຸລະກິດຮ້ານ​ເຊ​ເວ່ນ ອີ​ເລ​ຟ​ເວ່ນ ໃນ​ສປປ ລາວ ໂດຍ​ເປີດ​ໃຫ້​ບໍລິການ​ແລ້ວທັງໝົດ 6 ສາ​ຂາ, ຢູ່ໃນ​ນະຄອນ​ຫຼວງ​ວຽງ​ຈັນ​ 5 ສາ​ຂາ ແລະ ຢູ່ນະ​ຄອນ​ປາກ​ເຊ ແຂວງ​ຈຳ​ປາ​ສັກ 1 ສາ​ຂາ, ແລະ​ ເມື່ອ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານມາ ມີຮ້ານ​ເຊ​ເວ່ນ​ອີ​ເລ​ຟ​ເວ່ນ ເປີດ​ໃໝ່​ຕື່ມອີກຢູ່​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​ ນັ່ນຄື ​ສາ​ຂາ​ທົ່ງ​ຂັນ​ຄຳ ແລະ ​ສາ​ຂາ​ໂພນ​ສີນ​ວນ.