ຊີ​ພີ ອໍລ໌ ລາວ ມອບ​ນ້ຳ​ດື່ມ​ໃຫ້​ຄະນະ​ກຳມະການ​ຄຸ້ມ​ຄອງໄພ​ພິບັດ​ແຫ່ງ​ຊາດ ເພື່ອ​ສົ່ງ​ຕໍ່ການ​ຊ່ວຍ​ຫຼືອໃຫ້ກັບ​ຜູ້​ປະ​ສົບໄພຢູ່ໃນ ສປປ ລາວ 


ທ່ານ ທາຕຣີ ຈິຣະ​ບັນ​ຈົງ​ຈິດ Managing Director ຂອງບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ ພ້ອມກັບ ທ່ານ ຈົງລັກ ຄຸບຕະຈິດ ຜູ້​ຊ່ວຍ​ກຳມະການ​ຜູ້​ຈັດການ, ທ່ານ ພັດທະນະພົງ ພັດທະນະວົງໄພສານ ຮອງ​ຜູ້​ຈັດການທົ່ວໄປ ຂອງ​ບໍລິສັດ ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ) ແລະ ພະນັກ​ງານຂອງ ຊີ​ພີ ອໍລ໌ ລາວ ໄດ້​ຮ່ວມ​ກັນ​ມອບ​​ນ້ຳ​ແຮ່ ​ເຊ​ເວັ່ນ ຊີ​ແລັກ ຂະໜາດ 350 ມລ ມູນ​ຄ່າລວມ 10,000,000 ກີບ ໃຫ້​ກັບ​ກະ​ຊວງແຮງ​ງານ​ ແລະ ​ສ​ະຫວັດ​ດິ​ການ​ສັງຄົມ ​ແຫ່ງ ສ​ປປ ລາວ ໃນ​ນາມ​ຄະນະ​ກຳມະການ​ຄຸ້ມ​ຄອງໄພພິບັດ​ແຫ່ງ​ຊາດ ຂັ້ນ​ສູນ​ກາງ ໂດຍ​ມີ ​ທ່ານ​ ລີ​ປາວ ຍ່າງ ຮອງ​ລັດ​ທະມົນຕີ ​ກະ​ຊວງແຮງ​ງານ​ ແລະ ​ສ​ະຫວັດ​ດິ​ການ​ສັງຄົມ ເປັນຜູ້ຕາງໜ້າ​ຮັບ​ມອບ. 

ຊີ​ພີ ອໍລ໌ ລາວ ຍຶດ​ໝັ້ນ​ໃນ​ຄ່າ​ນິຍົມ 3 ປະໂຫຍດ ​ຂອງ​ເຄືອ​ຈະເລີນ​ໂພກ​ພັນ​ ແລະ ​ປ​ະນິ​ທານ “Giving and Sharing” ຂອງ  ​ຊີ​ພີ ອໍລ໌ ລວມທັງ​ນະໂຍບາຍ​ຄວາມ​ຢັ່ງ​ຢືນ ສ້າງ​ຊຸມ​ຊົນ​ອຸ່ນ​ໃຈ ໃນ​ຖານະ​ຮ້ານ​ສະ​ດວກ​ຊື້​ຄູ່​ຊຸມ​ຊົນ ​ແລະ ​ສັງຄົມ.