
ເມື່ອວັນທີ 3 ພຶດສະພາ 2025 ເວລາປະມານ 00.03 ທີ່ຮ້ານ 7-Eleven ສາຂາ 60003 TALADKHET MOR XOR DONGDOK ນະຄອນຫຼວງວຽງຈັນ ນາງ ວາດສະໜາ ທອງມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ພົບເຫັນກະເປົ໋າເງິນອັນໜຶ່ງຕົກຢູ່ໃນຮ້ານ ຈຶ່ງເກັບຮັກສາເອົາໄວ້ແລ້ວປະສານງານຕິດຕໍ່ຈົນພົບເຈົ້າຂອງ ເປັນລູກຄ້າທີ່ມາໃຊ້ບໍລິການ ເຂົ້າມາຮັບຄືນໃນມື້ຕໍ່ມາ ໂດຍນ້ອງກ່າວເຖິງການທຳຄວາມດີໃນຄັ້ງນີ້ວ່າ ຮູ້ສຶກດີໃຈທີ່ໄດ້ທຳຄວາມດີ ແລະ ໄດ້ເປັນແບບຢ່າງທີ່ດີໃຫ້ກັບພະນັກງານທຸກຄົນ ດີໃຈທີ່ໄດ້ສົ່ງມອບກະເປົ໋າຄືນ ແລະ ໄດ້ເຫັນຮອຍຍິ້ມຂອງລູກຄ້າ