CP ALL LAOS ໄດ້ຈັດ​ປະ​ຊຸມ​ສຳມະ​ນາ​ເຜີຍ​ແຜ່​ຄວາມ​ຮູ້​ມາດຕະຖານ​ໃຫ້​ກັບ​ຄູ່​ຮ່ວມຄ້າ  

ບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ ໂດຍ ທ່ານ ທາຕຣີ ຈິຣະ​ບັນ​ຈົງ​ຈິດ Managing Director CP ALL Laos Co., Ltd. ໄດ້ຈັດ​ປະ​ຊຸມ​ສຳມະ​ນາ​ເຜີຍ​ແຜ່​ຄວາມ​ຮູ້​ມາດຕະຖານ​ໃຫ້​ກັບ​ຄູ່ຮ່ວມ​ຄ້າ “ແນໃສ່​ເລື່ອງ​ລະບົບ​ການ​ຜະລິດ​ອາຫານ​ທີ່​ດີ GMP ໃຫ້​ສອດ​ຄ່ອງ​ຕາມທີ່​ປະ​ກາດຂອງກົມອາຫານ​ ແລະ ​ຢາ ສ​ປປ ລາວ ໄດ້ກຳນົດ” ເພື່ອ​ເພີ່ມ​ທ່າແຮງໃຫ້​ແກ່​ຄູ່​ຮ່ວມຄ້າ​ໃນ​ທ້ອງ​ຖິ່ນ​ພາຍ​ໃນ​ ສ​ປປ ລາວ ໃຫ້​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ກ່ຽວກັບ​ມາດຕະຖານ​ການ​ຜະລິດ​ສິນ​ຄ້າ​ທີ່​ດີ. ແລະ ​ຢັງ​ໄດ້​ຮູ້​ເຖິງ​ຂັ້ນ​ຕອນ​ການ​ສະເໜີ​ຂໍ ແລະ​ ການ​ໄດ້ຮັບ​ເອກະສານ​ມາດຕະຖານ GMP ຈາກ​ກົມ​ອາຫານ​ ແລະ ​ຢາ ລວມທັງ​ສາມາດ​ດຳ​ເນີນ​ການ​ຄວບ​ຄຸມ​ສິນ​ຄ້າ​ຕະຫຼອດ​ຂະ​ບວນ​ການ​ ໃຫ້​ຖືກ​ຕ້ອງ​ກົງ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍຂອງ ສ​ປປ ລາວ ຕາມ​ປະ​ນິ​ທານ​ຂອງ ຊີ​ພີ ອໍລ໌ ນັ່ນຄື “Giving & Sharing”  ພາຍ​ໃນ​ງານ ມີ​ການ​ໃຫ້​ຄວາມ​ຮູ້​ກ່ຽວກັບ​ຫຼັກ​ການ​ຜະລິດ​ອາຫານ​ທີ່​ດີ (GMP) ພ້ອມ​ທັງ​ແນະ​ນຳ​ຂັ້ນ​ຕອນ​ການ​ສະເໜີ​ຂໍ ແລະ​ການ​ໄດ້ຮັບ​ເອກະສານ​ມາດຕະຖານ GMP ຈາກ​ກົມ​ອາຫານ​ […]

ເປີດແລ້ວ… ເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ (VANGVIENG CITY) ຮ່ວມສ້າງເສດຖະກິດໃນທ້ອງຖິ່ນ ດຶງດູດນັກທອ່ງທ່ຽວ ຮອງຮັບນະໂຍບາຍປີທ່ອງທ່ຽວລາວ 2024.

ເມື່ອວັນທີ 10 ກັນຍາ 2024 ທ່ານ ປະລິນຍາເອກ ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ເປັນປະທານໃນພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ເຊິ່ງຕັ້ງຢູ່ທີ່ ບ້ານສະຫວ່າງ ເມືອງວັງວຽງ ແຂວງວ ຽງຈັນ ຖືເປັນຮ້ານສາຂາທີ 08 ໃນ ສປປ.ລາວ ແລະ ເປັນອີກໜຶ່ງຮ້ານຕ່າງແຂວງສາຂາໃໝ່. ກ່ອນໜ້ານີ້, ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌ ໄດ້ເປີດດໍາເນີນການ ຮ້ານເຊເວັ່ນ ອີເລຟເວັ່ນ ມາແລ້ວທັງໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ທີ່ສໍາຄັັນຍັງເປັນຮ້ານທີ່ບໍລິຫານໂດຍຜູ້ຮ່ວມທຸລະກິດຊາວລາວ ຕາມແນວທາງຂອງບໍລິສັດທີ່ຕ້ອງການໃຫ້ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ເປັນຂອງຄົນລາວ ເພື່ອຄວາມພາກພູມໃຈຂອງ ສປປ.ລາວ ຢ່າງແທ້ຈິງ.  ທ່ານນາງ ທຸງໄກສອນ […]

ເຊ​ເວັ່ນ ອີເລັເວັ່ນ ລາວ ຈັດ​ເຕັມ​ຂອບໃຈ​ລູກ​ຄ້າ ເນື່ອງ​ໃນ​ໂອ​ກາດ​ຄົບຮອບ 1 ປີ 

ເຊ​ເວັ່ນ ອີເລັເວັ່ນ ລາວ ສະຫຼອງ​ຄົບຮອບ 1 ປີ ດ້ວຍ​ການ​ຈັດ​ກິດຈະກຳ​ພິເສດ ​ເພື່ອ​ເປັນ​ການ​ຂອບໃຈ​ລູກ​ຄ້າ ທີ່​ໃຫ້​ການ​ຕ້ອນ​ຮັບ ເຊ​ເວັ່ນ ອີເລັເວັ່ນ ເປັນ​ຢ່າງ​ດີ ນັບຕັ້ງ​ແຕ່​ເປີດ​ສາ​ຂາ​ທຳອິດ ເມື່ອວັນທີ 7 ກັນຍາ 2023. ​ໄດ້​ມີການຈັດ​ກິດຈະກຳຢູ່ບໍລິເວນ​ໜ້າ​ຮ້ານ ສາ​ຂາ 60001 Soupanuvong Ave. ຢູ່​ນະຄອນ​ຫຼວງ​ວຽງ​ຈັນ​ ສ​ປປ ລາວ ເຊິ່ງ​ມີ​ ທ່ານນາງ ​ແກ້ວ​ໃຈ ສີວັນ ຜູ້​ຈັດການທົ່ວ​ໄປ ດ້ານ International Commercial & Purchasing ໜ່ວຍງານ International ແລະ ເທ່ານ ສຸຣິຍົນ ອຸປະທະ ຜູ້​ຊ່ຽວ​ຊານ ຝ່າຍ Store Operation (Laos) ໜ່ວຍ​ງານ International ຂອງບໍລິສັດ ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ) ພ້ອມ​ກັບພະ​ນັກ​ງານ ຊີ​ພີ […]

ເປິດແລ້ວ…. ຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາ PTTLAO XENO ສະຫວັນນະເຂດ  ສາຂາທໍາອິດໃນສະຖານທີ່ບໍລິການປໍ້ານໍ້າມັນ PTT ສປປ.ລາວ  ເຊື່ອມຕໍ່ເສດຖະກິດ-ກະຕຸ້ນການທ່ອງທ່ຽວ 

       ໃນວັນທີ 07 ສິງຫາ ທີ່ຜ່ານມາ  ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາ PTTLAO XENO ຢ່າງເປັນທາງການ ຖືເປັນຮ້ານສາຂາທໍາອິດທີ່ຕັ້ງຢູ່ໃນສະຖານທີ່ບໍລິການນໍ້າມັນ ແລະ ເປັນຮ້ານສາຂາທີ 7 ໃນ ສປປ.ລາວ ຕັ້ງຢູ່ພາຍໃນ PTT station ຈະເລີນໄຊ 2 ບ້ານໄຊອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.          ໂດຍຮ້ານສາຂາ PTTLAO XENO ບໍລິຫານໂດຍຜູ້ຮ່ວມທຸລະກິດ ເຊເວັ່ນ ອີເລຟເວັ່ນ ຂອງລາວ ເຊິ່ງເປັນໄປຕາມນະໂຍບາຍຂອງບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌  ທີ່ຕ້ອງການສົ່ງມອບໂອກາດ ແລະ ຄວາມຮູ້ໃນການບໍລິຫານຈັດການທຸລະກິດຂາຍຍ່ອຍສະໄໝໃໝ່ເພື່ອສ້າງຄຸນຄ່າ, ຜົນປະໂຫຍດໃຫ້ແກ່ ສປປ.ລາວ ຕາມຄ່ານິຍົມ 3 ປະໂຫຍດຂອງເຄືອຈະເລີນໂພກກະພັນ.   ສໍາລັບຈຸດແຂງຂອງພື້ນທີ່ນີ້ຖືວ່າເປັນໜຶ່ງໃນເສັ້ນທາງຄົມມະນາຄົມຂົນສົ່ງຫຼັກເສັ້ນທາງໜຶ່ງທັງຂອງນັກທຸລະກິດ ແລະ ນັກທ່ອງທ່ຽວ, ສາມາດເຊື່ອມຕໍ່ໄປຫາປະເທດຫວຽດນາມ ລວມທັງລົງໄປສູ່ສູນກາງເສດຖະກິດທາງພາກໃຕ້ຂອງ ສປປ.ລາວ […]

 ຊີພີ ອໍລ໌ ລາວ ຈັດ​ພິທີ​ເຮັດ​ບຸນ​ສຳ​ນັກ​ງານ​ໃຫຍ່ ສປປ ລາວ  

ບໍລິສັດ  ຊີພີ ອໍລ໌ ລາວ  ຈຳ​ກັດ ຈັດ​ພິທີ​ເຮັດ​ບຸນ​ສຳ​ນັກ​ງານ​ໃຫຍ່ ຕັ້ງຢູ່ຖະໜົນ​ສຸ​ພາ​ນຸວົງ ບ້ານ​ໜອງ​ປາ​ໃນ ເມືອງ​ສີ​ໂຄດ​ຕະ​ບອງ ນະຄອນ​ຫຼວງ​ວຽງ​ຈັນ​ ສປປ ລາວ ໂດຍ​ໄດ້ຮັບ​ກຽດ​ຈາກ ທ່ານ ປິຍະວັດ ທິຕະສັດທາວໍລະກຸນ ຖິ​ຕະ​ສັດ​ທາວ​ຣ​ກຸນ ຮອງ​ປະ​ທານ​ກຳມະການ​ບໍລິຫານ ບຈມ ຊີ​ພີ ອໍລ໌, ທ່ານ ໄຊໂຣດ ທິວັດມັ່ນຈະເລີນ ຮອງ​ກຳມະການ​ຜູ້​ຈັດການ​ອາ​ວຸ​ໂສ ແລະ Managing Director International Business ຂອງບໍລິສັດ ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ), ທ່ານ ທາຕຣີ ຈິຣະ​ບັນ​ຈົງ​ຈິດ Managing Director ຊີ​ພີ ອໍລ໌ ລາວ ແລະ ອາຈານ ​ສິນ ຈັນ​ປະ​ທິນ ພ້ອມ​ຄະນະ​ຜູ້​ບໍລິຫານ​ເຂົ້າ​ຮ່ວມ​ງານ.  ໂດຍ​ມີພະ​ນັກ​ງານ​ທັງ​ຊາວ​ໄທ​ ແລະ​ ຊາວ​ລາວ ເຂົ້າ​ຮ່ວມ​ງານ​ ໂດຍ​ພ້ອມ​ພຽງ​ກັນເພື່ອຄວາມ​ເປັນ​ມຸ​ງ​ຄົນ ແລະ​ ຕື່ມ​ຂວັນ​ກຳ​ລັງ​ໃຈ​ໃຫ້​ຜູ້​ບໍລິຫານ […]

ພາບບັນຍາກາດມື້ທຳອິດຂອງຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາໂພນສີນວນ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ຂອງພວກເຮົາ ພ້ອມເປີດໃຫ້ບໍລິການແລ້ວເດີ້ ໃນວັນທີ 21 ມິຖຸນາ 2024

ມາຮ່ວມສະເຫຼີມສະຫຼອງໂອກາດພິເສດນີ້ ດ້ວຍໂປຣໂມຊັ່ນ ແລະ ກິດຈະກຳແບບຈັດເຕັມ ພ້ອມຮັບຄວາມສິດທິພິເສດຢ່າງຫຼາກຫຼາຍ ໃຫ້ທຸກຄົນໄດ້ຮ່ວມລຸ້ນນຳກັນ ຢ່າລືມມາຫາເຮົາເດີ້ ສະຖານທີ່ ເຊເວັ່ນ ອີເລຟເວັ່ນ ສາຂາ ໂພນສີນວນ ຕັ້ງຢູ່ໃກ້ກັບສາມແຍກໄຟແດງໂພນສີນວນ, ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ Google Location: https://maps.app.goo.gl/JnzbXQkZEdLYSD7Q7?g_st=il

ເຊເວັ່ນ ອີເລຟເວັ່ນ ສະບາຍດີ ນີ້ແມ່ນພາບບັນຍາກາດມື້ທຳອິດຂອງຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາທົ່ງຂັນຄຳ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ສາຂາຫ້າ) ຂອງພວກເຮົາ ພ້ອມເປີດໃຫ້ບໍລິການແລ້ວເດີ້ ໃນວັນທີ 07 ມິຖຸນາ 2024

ມາຮ່ວມສະເຫຼີມສະຫຼອງໂອກາດພິເສດນີ້ ດ້ວຍໂປຣໂມຊັ່ນ ແລະ ກິດຈະກຳແບບຈັດເຕັມ ພ້ອມຮັບຄວາມສິດທິພິເສດຢ່າງຫຼາກຫຼາຍ ໃຫ້ທຸກຄົນໄດ້ຮ່ວມລຸ້ນນຳກັນ ຢ່າລືມມາຫາເຮົາເດີ້ ສະຖານທີ່ ເຊເວັ່ນ ອີເລຟເວັ່ນ ສາຂາທົ່ງຂັນຄຳ ເມືອງຈັນທະບູລີ, ນະຄອນຫຼວງວຽງຈົນ Google Location: https://maps.app.goo.gl/KTusZ3mEDfsKvTFb6?g_st=ic #ຊື້ງ່າຍໃກ້ບ້ານ#ອີ່ມໄດ້24ຊົ່ວໂມງ#ສະດວກຄົບຈົບໃນບ່ອນດຽວ#7ElevenLAOS

ເຈົ້າແຂວງຈຳປາສັກ ເປັນປະທານເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໃນປາກເຊ 

ເມື່ອວັນທີ 30 ເມສາ 2024 ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາກສັກ ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດຂອງແຂວງຈຳປາກສັກ ຕັ້ງຢູ່ໃນນະຄອນປາກເຊ ຢ່າງເປັນທາງການ ພາຍໃນບັນຍາກາດແຂກຜູ້ມີກຽດ, ຜູ້ບໍລິຫານລະດັບສູງຈາກໜ່ວຍງານຕ່າງໆ ຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງລວມທັງຜູ້ແທນຈາກພາກສ່ວນລາຊະການຂອງໄທ ນຳໂດຍ ທ່ານນາງ ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດໄທ ແຫ່ງ ສປປ ລາວ ແລະ ຄະນະຜູ້ບໍລິຫານບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມ ຊີພີ ອໍລ໌ ເຊິ່ງນໍາໂດຍ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ໃຫ້ການຕ້ອນຮັບ ແລະ ຮ່ວມຕັດລິບບິ້ນຄັ້ງນີ້ດ້ວຍ.  ທັງນີ້ ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ນອກຈາກຈະເປັນຮ້ານສາຂາທຳອິດຂອງແຂວງຈຳປາສັກແລ້ວ ຍັງເປັນຮ້ານສາຂາຕ່າງແຂວງແຫ່ງທຳອິດໃນ  ສປປ ລາວ ໂດຍເປີດໃຫ້ບໍລິການຊ່ວງທົດລອງກ່ອນໜ້ານີ້ເປັນໄລຍະເວລາປະມານ 1 ເດືອນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກປະຊາຊົນໃນພື້ນທີ່ ຕະຫຼອດຮອດນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມນະຄອນປາກເຊ ສະແດງໃຫ້ເຫັນເຖິງສັກກະຍະພາບຂອງພື້ນທີ່ໃນຖານະສູນກາງທາງເສດຖະກິດທາງພາກໃຕ້ຂອງ ສປປ.ລາວ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ ເຊິ່ງສອດຄ່ອງກັບນະໂຍບາຍສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ […]

1 2 3 4