ເປີດແລ້ວ… ເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ (VANGVIENG CITY) ຮ່ວມສ້າງເສດຖະກິດໃນທ້ອງຖິ່ນ ດຶງດູດນັກທອ່ງທ່ຽວ ຮອງຮັບນະໂຍບາຍປີທ່ອງທ່ຽວລາວ 2024.

ເມື່ອວັນທີ 10 ກັນຍາ 2024 ທ່ານ ປະລິນຍາເອກ ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ເປັນປະທານໃນພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ເຊິ່ງຕັ້ງຢູ່ທີ່ ບ້ານສະຫວ່າງ ເມືອງວັງວຽງ ແຂວງວ ຽງຈັນ ຖືເປັນຮ້ານສາຂາທີ 08 ໃນ ສປປ.ລາວ ແລະ ເປັນອີກໜຶ່ງຮ້ານຕ່າງແຂວງສາຂາໃໝ່. ກ່ອນໜ້ານີ້, ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌ ໄດ້ເປີດດໍາເນີນການ ຮ້ານເຊເວັ່ນ ອີເລຟເວັ່ນ ມາແລ້ວທັງໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ທີ່ສໍາຄັັນຍັງເປັນຮ້ານທີ່ບໍລິຫານໂດຍຜູ້ຮ່ວມທຸລະກິດຊາວລາວ ຕາມແນວທາງຂອງບໍລິສັດທີ່ຕ້ອງການໃຫ້ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ເປັນຂອງຄົນລາວ ເພື່ອຄວາມພາກພູມໃຈຂອງ ສປປ.ລາວ ຢ່າງແທ້ຈິງ.  ທ່ານນາງ ທຸງໄກສອນ […]

ພາບບັນຍາກາດມື້ທຳອິດຂອງຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາໂພນສີນວນ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ຂອງພວກເຮົາ ພ້ອມເປີດໃຫ້ບໍລິການແລ້ວເດີ້ ໃນວັນທີ 21 ມິຖຸນາ 2024

ມາຮ່ວມສະເຫຼີມສະຫຼອງໂອກາດພິເສດນີ້ ດ້ວຍໂປຣໂມຊັ່ນ ແລະ ກິດຈະກຳແບບຈັດເຕັມ ພ້ອມຮັບຄວາມສິດທິພິເສດຢ່າງຫຼາກຫຼາຍ ໃຫ້ທຸກຄົນໄດ້ຮ່ວມລຸ້ນນຳກັນ ຢ່າລືມມາຫາເຮົາເດີ້ ສະຖານທີ່ ເຊເວັ່ນ ອີເລຟເວັ່ນ ສາຂາ ໂພນສີນວນ ຕັ້ງຢູ່ໃກ້ກັບສາມແຍກໄຟແດງໂພນສີນວນ, ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ Google Location: https://maps.app.goo.gl/JnzbXQkZEdLYSD7Q7?g_st=il

ເຊເວັ່ນ ອີເລຟເວັ່ນ ສະບາຍດີ ນີ້ແມ່ນພາບບັນຍາກາດມື້ທຳອິດຂອງຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາທົ່ງຂັນຄຳ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ສາຂາຫ້າ) ຂອງພວກເຮົາ ພ້ອມເປີດໃຫ້ບໍລິການແລ້ວເດີ້ ໃນວັນທີ 07 ມິຖຸນາ 2024

ມາຮ່ວມສະເຫຼີມສະຫຼອງໂອກາດພິເສດນີ້ ດ້ວຍໂປຣໂມຊັ່ນ ແລະ ກິດຈະກຳແບບຈັດເຕັມ ພ້ອມຮັບຄວາມສິດທິພິເສດຢ່າງຫຼາກຫຼາຍ ໃຫ້ທຸກຄົນໄດ້ຮ່ວມລຸ້ນນຳກັນ ຢ່າລືມມາຫາເຮົາເດີ້ ສະຖານທີ່ ເຊເວັ່ນ ອີເລຟເວັ່ນ ສາຂາທົ່ງຂັນຄຳ ເມືອງຈັນທະບູລີ, ນະຄອນຫຼວງວຽງຈົນ Google Location: https://maps.app.goo.gl/KTusZ3mEDfsKvTFb6?g_st=ic #ຊື້ງ່າຍໃກ້ບ້ານ#ອີ່ມໄດ້24ຊົ່ວໂມງ#ສະດວກຄົບຈົບໃນບ່ອນດຽວ#7ElevenLAOS

ເປີດແລ້ວ ເຊເວັ່ນ ອີເລຟເວັ່ນ ສາຂາທີ 10 ຢູ່ໃນ ສປປ ລາວ ພ້ອມຕ້ອນຮັບນັກທ່ອງທ່ຽວ ຂັບເຄື່ອນເສດຖະກິດລາວເຕີບໂຕໄປນຳກັນ.

ເມື່ອວັນທີ 25 ເດືອນພະຈິກຜ່ານມາ ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະພານທອງ ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການຢ່າງເປັນທາງແລ້ວ ເຊິ່ງເປັນຮ້ານສາຂາທີ່ບໍລິຫານໂດຍຜູ້ຮ່ວມທຸລະກິດຊາວລາວ ຕາມນະໂຍບາຍ ສ້າງງານ ສ້າງອາຊີບ ຂອງຊີພີ ອໍລ໌.  ພາຍໃນງານ ໄດ້ຮັບກຽດຈາກ ທ່ານນາງ ເພັດໄພລິນ ຈັນທະບູລີ ຜູ້ຮ່ວມທຸລະກິດ ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະພານທອງ, ແລະ ທ່ານ ທະນະດົນ ອ້ຽວສິວິກູນ ຜູ້ອຳນວຍການ ບໍລິສັດ ສະຕາຣ໌ ຣີເທລ ຈຳກັດ, ແລະ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມຊີພີ ອໍລ໌ ເຂົ້າຮ່ວມພິທີເປີດ.  ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະພານທອງແຫ່ງນີ້ ຕັ້ງຢູ່ໃກ້ກັບ ໂຮງໝໍທະຫານ 103 ຖືເປັນຮ້ານສາຂາທີ 10 ຢູ່ໃນ […]

ເຊ​ເວັ່ນ ອີເລຟເວັ່ນ ລາວ ຊຸກຢູ້​ສິນ​ຄ້າ​ທ້ອງ​ຖິ່ນ ​ສະແດງ​ສັກກະຍະ​ພາບ ​ໃນ​ກອງປະ​ຊຸມ​ສຸດ​ຢອດ​ອາ​ຊຽນ 

ກອງ​ປະ​ຊຸມ​ສຸດ​ຍອດ​ຜູ້​ນຳ​ອາ​ຊຽນ ແລະ ​ກອງປະຊຸມ​ອື່ນ​ໆ ທີ່​ກ່ຽວ​ຂ້ອງ​ ຄັ້ງ​ທີ 44 ແລະ 45 (44th and 45th ASEAN Summits and Related Summits) ຢູ່ ນະຄອນ​ຫຼວງ​ວຽງ​ຈັນ​ ສ​ປປ ລາວ ໄດ້​ເລີ້ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ ຕັ້ງ​ແຕ່​ວັນທີ 8 ຕຸລາ ທີ່​ຜ່ານມາ ຖື​ເປັນ​ເວ​ທີ​ລະ​ດັບ​ພາກພື້ນ​ທີ່​ສຳຄັນ ບໍ່​ພຽງ​ແຕ່​ເປັນ​ການລວມ​ຕົວ​ຂອງ​ຜູ້​ນຳ​ໃນພາກພື້ນ​ອາ​ຊຽນ ແຕ່​ຍັງມີ​ປະເທດ​ຄູ່​ເຈລະຈາ​ ທັງໝົດ​ກວ່າ 20 ປະເທດ ເຮັດໃຫ້​ບັນ​ຍາ​ກາດ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​​ເປັນ​ໄປ​ຢ່າງ​ຄຶກ​ຄັກ​ ຈາກ​ຜູ້​ມາ​ເຂົ້າ​ຮ່ວມ​ ທັງພາກລັດ, ເອກະ​ຊົນ, ສື່​ມວນ​ຊົນ ເຊິ່ງທາງ​ລັດຖະບານແຫ່ງ ສ​ປປ ລາວ ໄດ້​ຂໍ​ຄວາມ​ຮ່ວມ​ມື​ຈາກ​ປະຊາຊົນ ແລ​ະ ພາກ​ສ່ວນ​ຕ່າງ​ໆພ້ອມ​ໃຈ​ກັນ​ຮ່ວມ​ເປັນ​ເຈົ້າ​ບ້ານ​ທີ່​ດີ ​ເພື່ອ​ໃຫ້​ພາລະ​ກິດ​ຄັ້ງນີ້​ສຳ​ເລັດ​ລຸ​ລ່ວງ ສ້າງ​ຄວາມ​ປະ​ທັບ ແລະ ​ເປັນ​ພາ​ບລັກ​​ທີ່​ດີ​ຂອງ​ປະເທດ.  ໂອ​ກາດ​ນີ້ ເຊ​ເວັ່ນ ອີເລຟເວັ່ນ ລາວ ພາຍໃຕ້​ການ​ບໍລິຫານ​ຂອງ ​ບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ […]

ເຊເວັ່ນ ອີເລຟເວັ່ນ ສາຂາຕະຫຼາດດາວເຮືອງ (TALADDAOHEUANG) ບ້ານ ໂພນກຸງ ນະຄອນປາກເຊ ແຂວງຈຳປາສັກ ເປີດໃຫ້ບໍລິການຢ່າງເປັນທາງການ 

ເຊເວັ່ນ ອີເລຟເວັ່ນ ສາຂາຕະຫຼາດດາວເຮືອງ (TALADDAOHEUANG) ບ້ານ ໂພນກຸງ ນະຄອນປາກເຊ ແຂວງຈຳປາສັກ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ເພື່ອຮອງຮັບການຂະຫຍາຍຕົວທາງເສດຖະກິດ ແລະ ການທ່ອງທ່ຽວ ໃນຖານະສູນກາງເສດຖະກິດທາງພາກໃຕ້ຂອງ ສປປ. ລາວ   ທ່ານ ຄັດທະຈັກ ພະອາໄພ ຜູ້ບໍລິຫານຮ້ານເຊເວັ່ນ ອີເລຟເວັ່ນ ສາຂາຕະຫຼາດດາວເຮືອງ ນັກທຸລະກິດລາວທີ່ມີປະສົບການຫຼາຍຈາກການບໍລິຫານທຸລະກິດພາຍໃຕ້ກຸ່ມ ບໍລິສັດ ຮວ່າງຈະເລີນການຄ້າ ຈຳກັດ ຜູ້ດຽວ ກ່າວເຖິງການເຂົ້າຮ່ວມທຸລະກິດເຊເວັ່ນ ອີເລຟເວັ່ນວ່າ ເຊເວັ່ນ ອີເລຟເວັ່ນ ເປັນທີ່ຮູ້ຈັກ ແລະ ຍອມຮັບໃນລະດັບສາກົນ ມີການບໍລິຫານຈັດການທີ່ເປັນລະບົບ, ແນ່ໃສ່ການພັດທະນາດ້ານນະວັດຕະກຳ, ຕອບສະໜອງຄວາມຕ້ອງການຂອງລູກຄ້າດ້ວຍສິນຄ້າ ແລະ ບໍລິການທີ່ມີຄຸນນະພາບ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ. ໃນກຸ່ມ ຊີພີ ອໍລ໌ ຢ່າງດີມາໂດຍຕະຫຼອດ ຕັ້ງແຕ່ການວາງແຜນເປີດຮ້ານ, ເຝິກອົບຮົມພະນັກງານ, ການເລືອກສິນຄ້າ, ການສົ່ງເສີມການຂາຍ ແລະ ມີລະບົບໃຫ້ຄຳປຶກສາເຊິ່ງເຮັດໃຫ້ມີຄວາມໝັ້ນໃຈວ່າຈະປະສົບຜົນສຳເລັດຮ່ວມກັນ ພ້ອມພັດທະນາເສດຖະກິດ ແລະ […]

ຊີ​ພີ ອໍລ໌ ລາວ ມອບ​ນ້ຳ​ດື່ມ​ໃຫ້​ຄະນະ​ກຳມະການ​ຄຸ້ມ​ຄອງໄພ​ພິບັດ​ແຫ່ງ​ຊາດ ເພື່ອ​ສົ່ງ​ຕໍ່ການ​ຊ່ວຍ​ຫຼືອໃຫ້ກັບ​ຜູ້​ປະ​ສົບໄພຢູ່ໃນ ສປປ ລາວ 

ທ່ານ ທາຕຣີ ຈິຣະ​ບັນ​ຈົງ​ຈິດ Managing Director ຂອງບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ ພ້ອມກັບ ທ່ານ ຈົງລັກ ຄຸບຕະຈິດ ຜູ້​ຊ່ວຍ​ກຳມະການ​ຜູ້​ຈັດການ, ທ່ານ ພັດທະນະພົງ ພັດທະນະວົງໄພສານ ຮອງ​ຜູ້​ຈັດການທົ່ວໄປ ຂອງ​ບໍລິສັດ ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ) ແລະ ພະນັກ​ງານຂອງ ຊີ​ພີ ອໍລ໌ ລາວ ໄດ້​ຮ່ວມ​ກັນ​ມອບ​​ນ້ຳ​ແຮ່ ​ເຊ​ເວັ່ນ ຊີ​ແລັກ ຂະໜາດ 350 ມລ ມູນ​ຄ່າລວມ 10,000,000 ກີບ ໃຫ້​ກັບ​ກະ​ຊວງແຮງ​ງານ​ ແລະ ​ສ​ະຫວັດ​ດິ​ການ​ສັງຄົມ ​ແຫ່ງ ສ​ປປ ລາວ ໃນ​ນາມ​ຄະນະ​ກຳມະການ​ຄຸ້ມ​ຄອງໄພພິບັດ​ແຫ່ງ​ຊາດ ຂັ້ນ​ສູນ​ກາງ ໂດຍ​ມີ ​ທ່ານ​ ລີ​ປາວ ຍ່າງ ຮອງ​ລັດ​ທະມົນຕີ ​ກະ​ຊວງແຮງ​ງານ​ ແລະ ​ສ​ະຫວັດ​ດິ​ການ​ສັງຄົມ ເປັນຜູ້ຕາງໜ້າ​ຮັບ​ມອບ.  […]

CP ALL LAOS ໄດ້ຈັດ​ປະ​ຊຸມ​ສຳມະ​ນາ​ເຜີຍ​ແຜ່​ຄວາມ​ຮູ້​ມາດຕະຖານ​ໃຫ້​ກັບ​ຄູ່​ຮ່ວມຄ້າ  

ບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ ໂດຍ ທ່ານ ທາຕຣີ ຈິຣະ​ບັນ​ຈົງ​ຈິດ Managing Director CP ALL Laos Co., Ltd. ໄດ້ຈັດ​ປະ​ຊຸມ​ສຳມະ​ນາ​ເຜີຍ​ແຜ່​ຄວາມ​ຮູ້​ມາດຕະຖານ​ໃຫ້​ກັບ​ຄູ່ຮ່ວມ​ຄ້າ “ແນໃສ່​ເລື່ອງ​ລະບົບ​ການ​ຜະລິດ​ອາຫານ​ທີ່​ດີ GMP ໃຫ້​ສອດ​ຄ່ອງ​ຕາມທີ່​ປະ​ກາດຂອງກົມອາຫານ​ ແລະ ​ຢາ ສ​ປປ ລາວ ໄດ້ກຳນົດ” ເພື່ອ​ເພີ່ມ​ທ່າແຮງໃຫ້​ແກ່​ຄູ່​ຮ່ວມຄ້າ​ໃນ​ທ້ອງ​ຖິ່ນ​ພາຍ​ໃນ​ ສ​ປປ ລາວ ໃຫ້​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ກ່ຽວກັບ​ມາດຕະຖານ​ການ​ຜະລິດ​ສິນ​ຄ້າ​ທີ່​ດີ. ແລະ ​ຢັງ​ໄດ້​ຮູ້​ເຖິງ​ຂັ້ນ​ຕອນ​ການ​ສະເໜີ​ຂໍ ແລະ​ ການ​ໄດ້ຮັບ​ເອກະສານ​ມາດຕະຖານ GMP ຈາກ​ກົມ​ອາຫານ​ ແລະ ​ຢາ ລວມທັງ​ສາມາດ​ດຳ​ເນີນ​ການ​ຄວບ​ຄຸມ​ສິນ​ຄ້າ​ຕະຫຼອດ​ຂະ​ບວນ​ການ​ ໃຫ້​ຖືກ​ຕ້ອງ​ກົງ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍຂອງ ສ​ປປ ລາວ ຕາມ​ປະ​ນິ​ທານ​ຂອງ ຊີ​ພີ ອໍລ໌ ນັ່ນຄື “Giving & Sharing”  ພາຍ​ໃນ​ງານ ມີ​ການ​ໃຫ້​ຄວາມ​ຮູ້​ກ່ຽວກັບ​ຫຼັກ​ການ​ຜະລິດ​ອາຫານ​ທີ່​ດີ (GMP) ພ້ອມ​ທັງ​ແນະ​ນຳ​ຂັ້ນ​ຕອນ​ການ​ສະເໜີ​ຂໍ ແລະ​ການ​ໄດ້ຮັບ​ເອກະສານ​ມາດຕະຖານ GMP ຈາກ​ກົມ​ອາຫານ​ […]

1 2 3