ເມື່ອວັນທີ 21 ພຶດສະພາ 2025 ເວລາປະມານ 13.20 ໂມງ. ເກີດອຸປະຕິເຫດລົດໃຫຍ່ຕຳກັບລົກຈັກໃກ້ໆຮ້ານ 7-Eleven ສາຂາ ຕະຫຼາດເຂດ ມໍຊໍ ດົງໂດກ ນະຄອນຫຼວງວຽງຈັນ ນ້ອງພະນັກງານ 3 ຄົນ ໄດ້ແກ່ ນາງ ສຸລິສາ ສຸລິເວດ ຜູ້ຈັດການຮ້ານ ນາງ ວາດສະໜາ ທອງມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ແລະ ນາງ ສຸນິຕາ ສິງຫາ ຜູ້ຊ່ວຍຜູ້ຈັດການຮ້ານ ຈຶ່ງໄດ້ຮີບເຂົ້າໄປຊ່ວຍເຫຼືອປະຖົມພະຍາບານຜູ້ໄດ້ຮັບບາດເຈັບເບື້ອງຕົ້ນ ລະຫວ່າງລໍຖ້າເຈົ້າໜ້າທີ່ກູ້ໄພມາເຖິງ ນ້ອງໆ ກ່າວວ່າ ຮູ້ສຶກດີໃຈຫຼາຍທີ່ໄດ້ທຳຄວາມດີ ແລະ ໄດ້ເປັນແບບຢ່າງທີ່ດີໃຫ້ກັບເພື່ອນພະນັກງານທຸກຄົນ ແລະ ໂລ່ງໃຈຫຼາຍ ທີ່ຜູ້ປະສົບອຸປະຕິເຫດປອດໄພດີ ນີ້ເປັນອີກໜຶ່ງ DNA ຄວາມດີ 24 ຊົ່ວໂມງ ຂອງພວກເຮົາຊາວ ຊີພີ ອໍລ໌ ລາວ
ເມື່ອວັນທີ 3 ພຶດສະພາ 2025 ເວລາປະມານ 00.03 ທີ່ຮ້ານ 7-Eleven ສາຂາ 60003 TALADKHET MOR XOR DONGDOK ນະຄອນຫຼວງວຽງຈັນ ນາງ ວາດສະໜາ ທອງມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ພົບເຫັນກະເປົ໋າເງິນອັນໜຶ່ງຕົກຢູ່ໃນຮ້ານ ຈຶ່ງເກັບຮັກສາເອົາໄວ້ແລ້ວປະສານງານຕິດຕໍ່ຈົນພົບເຈົ້າຂອງ ເປັນລູກຄ້າທີ່ມາໃຊ້ບໍລິການ ເຂົ້າມາຮັບຄືນໃນມື້ຕໍ່ມາ ໂດຍນ້ອງກ່າວເຖິງການທຳຄວາມດີໃນຄັ້ງນີ້ວ່າ ຮູ້ສຶກດີໃຈທີ່ໄດ້ທຳຄວາມດີ ແລະ ໄດ້ເປັນແບບຢ່າງທີ່ດີໃຫ້ກັບພະນັກງານທຸກຄົນ ດີໃຈທີ່ໄດ້ສົ່ງມອບກະເປົ໋າຄືນ ແລະ ໄດ້ເຫັນຮອຍຍິ້ມຂອງລູກຄ້າ
ເມື່ອວັນທີ 12 ມີນາ 2025 ເກີດເຫດການລົດຈັກຕຳກັນ ບໍລິເວນໜ້າຮ້ານ ທ້າວ ສຸກນິລັນ ດວງແກ້ວ ຜູ້ຊ່ວຍຜູ້ຈັດການຮ້ານເຊເວັ່ນ ສາຂາ SOUPHANOUVONG Ave. (60001) ເຊິ່ງກຳລັງປະຕິບັດງານຢູ່ບໍລິເວນໜ້າຮ້ານ ໄດ້ເຫັນເຫດການດັ່ງກ່າວ ຈຶ່ງຮີບເຂົ້າມາແຈ້ງຜູ້ຊ່ວຍຜູ້ຈັດການ ແລະນ້ອງພະນັກງານໃນຮ້ານ ເພື່ອເຂົ້າຊ່ວຍເຫຼືອຜູ້ບາດເຈັບແລະປະຖົມພະຍາບານໃຫ້ເບື້ອງຕົ້ນ ຫຼັງຈາກນັ້ນໄດ້ຮີບໂທແຈ້ງໜ່ວຍກູ້ໄພໃນພື້ນທີ່ໃຫ້ນຳໂຕຜູ້ບາດເຈັບສົ່ງໂຮງໝໍ ແລະຊ່ວຍປະສານງານຄູ່ກໍລະນີ ເຊິ່ງເປັນຜູ້ພິການທາງການໄດ້ຍິນກັບເຈົ້າໜ້າທີ່ຕຳຫຼວດ ໃຫ້ເຂົ້າມາເຈລະຈາຈົນສຳເລັດ ທ້າວ ສຸກນິລັນ ບອກວ່າ ” ເຮົາທຸກຄົນຮູ້ສຶກດີໃຈທີ່ໄດ້ຊ່ວຍເຫຼືອສັງຄົມ ແລະສ້າງຄວາມເຊື່ອໝັ້ນ ແລະເປັນແບບຢ່າງທີ່ດີໃຫ້ກັບໝູ່ເພື່ອນພະນັກງານຂອງເຮົາ “ ເລື່ອງລາວຂອງຮ້ານເຊເວັ່ນ ສາຂາ SOUPHANOUVONG Ave. (60001) ເປັນອີກໜຶ່ງເລື່ອງລາວທີ່ໜ້າຊື່ນຊົມ ໃນການໃຫ້ຄວາມຊ່ວຍເຫຼືອຜູ້ທີ່ເດືອດຮ້ອນ ເປັນແບບຢ່າງໃນການທຳຄວາມດີ ສ້າງເສີມແສນຄົນແສນຄວາມດີໃຫ້ເກີດຂຶ້ນທົ່ວອົງກອນ
ເກີດອຸບັດຕິເຫດລົດຈັກລົ້ມບໍລິເວນກ່ອນຈະຮອດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາ 60004 BANSANAMXAY ແຂວງ ຈຳປາສັກ ສປປ ລາວ ນ້ອງ KINO SIVONGSA ພະນັກງານເຊເວັ່ນ ແລະ ANAN BOUPHAVAN ຜູ້ຊ່ວຍຜູ້ຈັດການຮ້ານ ຮີບອອກໄປເບິ່ງສະຖານະການ ແລະ ໃຫ້ການຊ່ວຍເຫຼືອປະຖົມພະຍາບານເບື້ອງຕົ້ນ ເຮັດໃຫ້ຜູ້ບາດເຈັບສາມາດຂັບລົດກັບບ້ານໄດ້ຢ່າງປອດໄພ
ເມື່ອວັນທີ 5 ມີນາທີ່ຜ່ານມາ ນາງເທວີ ຈັນທະວິໄຊ ພະນັກງານ ຮ້ານ ເຊເວັ່ນ ສາຂາ ພີທີທີລາວ ເຊໂນ ລະຫັດສາຂາ 60008 ແຂວງສະຫວັນນະເຂດ ຈາກ ສປປ ລາວ ໄດ້ພົບເຫັນກະເປົ໋າເງິນລູກຄ້າວາງຢູ່ບໍລິເວນໂຕະນັ່ງໜ້າຮ້ານເຊເວັ່ນ ນາງ ເທວີ ຈຶ່ງນຳກະເປົ໋າເງິນລູກຄ້າມາແຈ້ງກັບຜູ້ຈັດການຮ້ານ ແລະໄດ້ນຳໄປເກັບໄວ້ທີ່ຫຼັງເຄົາເຕີ້ແຄັດເຊຍ ເພື່ອລໍຖ້າລູກຄ້າມາຮັບກະເປົ໋າເງິນກັບໄປ ເຊິ່ງໃນເວລາຕໍ່ມາລູກຄ້າເຈົ້າຂອງກະເປົ໋າກັບມາທີ່ຮ້ານສາຂາ ແລະ ສອບຖາມຫາກະເປົ໋າເງິນກັບພະນັກງານທີ່ຮ້ານ ໂດຍກວດສອບແລ້ວວ່າເປັນເຈົ້າຂອງທີ່ແທ້ຈິງ ຈຶ່ງໄດ້ສົ່ງກະເປົ໋າເງິນຄືນໃຫ້ລູກຄ້າ “ຄວາມຊື່ສັດ ເປັນສິ່ງທີ່ດີຕໍ່ຕົນເອງ ແລະສົ່ງຜົນດີຕໍ່ຮ້ານສາຂາ ທີ່ເຮັດໃຫ້ລູກຄ້າເຊື່ອໝັ້ນໃນການບໍລິການຂອງຮ້ານເຮົາ ແລະຮູ້ສຶກດີໃຈຫຼາຍທີ່ໄດ້ຊ່ວຍເຮັດຄວາມດີ ແລະໄດ້ເປັນສ່ວນໜຶ່ງໃນອົງກອນ ທີ່ໄດ້ໃຫ້ການຊ່ວຍເຫຼືອສັງຄົມ ນາງ ເທວີ ຈັນທະວີໄຊ ພະນັກງານສາຂາ ພີທີທີລາວ ເຊໂນ ລະຫັດສາຂາ 60008 ຈາກ ສປປ ລາວ ຊີພີ ອໍລ໌ລາວຂໍຊື່ນຊົມໃນການທຳຄວາມດີ ທີ່ສະແດງໃຫ້ເຫັນວ່າພະນັກງານຮ້ານເຊເວັ່ນມີ DNA ການທຳຄວາມດີເພື່ອຜູ້ອື່ນຢ່າງແທ້ຈິງ ອີກທັງຍັງເປັນແບບຢ່າງຂອງຄວາມດີ ຄວາມຊື່ສັດ ສ້າງແສນຄົນແສນຄວາມດີທົ່ວທັງອົງກ
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່ ຮ້ານສາຂາ LPB PHOSY ບໍລິຫານໂດຍບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງໄດ້ເຂົ້າມາເປີດ ແລະ ບໍລິຫານ 7-Eleven ໃນ ສປປ.ລາວ ສາຂາທໍາອິດຕັ້ງແຕ່ ເດືອນກັນຍາ ປີ 2023. ປະຈຸບັນມີຮ້ານເປີດໃຫ້ບໍລິການໃນລາວ 12 ສາຂາ, ກະຈາຍຢູ່ໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງວຽງຈັນ ແລະ ຫຼ້າສຸດແມ່ນແຂວງຫຼວງພະບາງ. ໂດຍເປີດໂອກາດໃຫ້ນັກທຸລະກິດທ້ອງຖິ່ນ ທີ່ສົນໃຈເຂົ້າມາເປັນຜູ້ຮ່ວມທຸລະກິດ ເຮັດໃຫ້ຮ້ານ 7-Eleven […]
ເມື່ອວັນທີ 18 ກຸມພາຜ່ານມາ ທ່ານ ຍານะວຸດ ຂາວສີ ຜູ້ຈັດການທົ່ວໄປ ຝ່າຍ Store Operation (Laos) ຫນ່ວຍງານ International ຂອງບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເປັນຕົວແທນບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໄດ້ສົ່ງມອບນ້ຳດື່ມ 7 Select ໃຫ້ກັບຜູ້ແທນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ (National University of Laos) ເພື່ອສະໜັບສະໜູນໂຄງການ “ສອນນ້ອງສ້າງອອມ ຄັ້ງທີ 8” ຖືເປັນສ່ວນຫນຶ່ງໃນຖານະທີ່ຮ້ານເຊເວັ່ນ ອີເລຟເວັ່ນ ເປັນຮ້ານສະດວກຊື້ຄູ່ຊຸມຊົນສັງຄົມ ຕາມນະໂຍບາຍຄວາມຢັ່ງຢືນ “ສ້າງຊຸມຊົນອຸ່ນໃຈ” ແລະ ປະນິທານຂອງອົງກອນຈັດຕັ້ງ ນັ່ນຄື “Giving and Sharing” ຂອງ ຊີພີ ອໍລ໌.
GIVING & SHARING ບໍລິສັດ CP ALL LAOS CO., LTD. ມີຄວາມມຸ່ງໝັ້ນໃນການດຳເນີນທຸລະກິດດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ຍຶດໝັ້ນໃນຫຼັກການ ແລະ ແນວທາງທີ່ສະໜັບສະໜູນ ການພັດທະນາທີ່ຍືນຍົງສຳລັບຊຸມຊົນ ແລະ ສັງຄົມໂດຍລວມ ແລະ ມຸ່ງໝັ້ນໃນການເປັນຜູ້ນຳຄວາມຍືນຍົງ ທີ່ພວກເຮົາສາມາດຮັກສາສົມດຸນ ລະຫວ່າງການເຕີບໂຕຂອງທຸລະກິດ ຄວບຄູ່ໄປກັບສະພາບຄວາມເປັນຢູ່ທີ່ດີຂຶ້ນ ໃນຊຸມຊົນ ແລະ ສິ່ງແວດລ້ອມ ເພື່ອສ້າງມູນຄ່າ ແລະ ການເຕີບໂຕຢ່າງຍືນຍົງ. 4 ສະຖາບັນ ຮັບປະກັນ “CP All” ອົງກອນທີ່ຍືນຍົງໃນປີ 2022 “ເຂົ້າຮ່ວມ ແລະ ແບ່ງປັນໂອກາດກັບທຸກຄົນ” ຂ່າວສານ ແລະ ອັບເດດ