ເຊ​ເວັ່ນ ອີເລັເວັ່ນ ລາວ ຈັດ​ເຕັມ​ຂອບໃຈ​ລູກ​ຄ້າ ເນື່ອງ​ໃນ​ໂອ​ກາດ​ຄົບຮອບ 1 ປີ 


ເຊ​ເວັ່ນ ອີເລັເວັ່ນ ລາວ ສະຫຼອງ​ຄົບຮອບ 1 ປີ ດ້ວຍ​ການ​ຈັດ​ກິດຈະກຳ​ພິເສດ ​ເພື່ອ​ເປັນ​ການ​ຂອບໃຈ​ລູກ​ຄ້າ ທີ່​ໃຫ້​ການ​ຕ້ອນ​ຮັບ ເຊ​ເວັ່ນ ອີເລັເວັ່ນ ເປັນ​ຢ່າງ​ດີ ນັບຕັ້ງ​ແຕ່​ເປີດ​ສາ​ຂາ​ທຳອິດ ເມື່ອວັນທີ 7 ກັນຍາ 2023. ​ໄດ້​ມີການຈັດ​ກິດຈະກຳຢູ່ບໍລິເວນ​ໜ້າ​ຮ້ານ ສາ​ຂາ 60001 Soupanuvong Ave. ຢູ່​ນະຄອນ​ຫຼວງ​ວຽງ​ຈັນ​ ສ​ປປ ລາວ ເຊິ່ງ​ມີ​ ທ່ານນາງ ​ແກ້ວ​ໃຈ ສີວັນ ຜູ້​ຈັດການທົ່ວ​ໄປ ດ້ານ International Commercial & Purchasing ໜ່ວຍງານ International ແລະ ເທ່ານ ສຸຣິຍົນ ອຸປະທະ ຜູ້​ຊ່ຽວ​ຊານ ຝ່າຍ Store Operation (Laos) ໜ່ວຍ​ງານ International ຂອງບໍລິສັດ ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ) ພ້ອມ​ກັບພະ​ນັກ​ງານ ຊີ​ພີ ອໍລ໌ ແລະ ຊີ​ພີ ອໍລ໌ ລາວ ຮ່ວມ​ຕ້ອນ​ຮັບ​ລູກ​ຄ້າ​ທີ່​ມາ​ໃຊ້​ບໍລິການ.  

ເຊ​ເວັ່ນ ອີເລັເວັ່ນ ຢູ່ໃນ ສ​ປປ ລາວ ປະຈຸບັນ​ໄດ້ມີການຂະຫຍາຍ​ສາ​ຂາ​​ແລ້ວ ທັງ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ,​ ແຂວງ​ຈຳ​ປາ​ສັກ, ແລະ ​ແຂວງ​ສະ​ຫວັນ​ນະ​ເຂດ ແລະ​ ກຳ​ລັງ​ຈະ​ເປີດ​​ສາ​ຂາ​ທຳອິດຢູ່​ໃນ​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ.