ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບໂທລະສັບມືຖືສົ່ງຄືນລູກຄ້າ


ເມື່ອວັນທີ 9 ສິງຫາ 2025 ເວລາ 18.30 ໂມງ ລູກຄ້າເຂົ້າມາໃຊ້ບໍລິການທີ່ຮ້ານ 7-Eleven ສາຂາ 60004 Bansanamxay ນະຄອນປາກເຊ ແຂວງ ຈຳປາສັກ ແລ້ວລືມໂທລະສັບມືຖືໄວ້ບໍລິເວນເຄົາເຕີຊຳລະເງິນ ນາງ ສຸກສະໝອນ ສຸວັນນະຈັກ ພະນັກງານຮ້ານຈຶ່ງເກັບເອົາໄວ້ໃຫ້ ຕໍ່ມາລູກຄ້າໂທກັບເຂົ້າມາແລະຮູ້ວ່າໂທລະສັບຢູ່ທີ່ຮ້ານ ຈຶ່ງເຂົ້າມາຮັບຄືນເປັນທີ່ຮຽບຮ້ອຍ