ເຈົ້າແຂວງຈຳປາສັກ ເປັນປະທານເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໃນປາກເຊ 


ເມື່ອວັນທີ 30 ເມສາ 2024 ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາກສັກ ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດຂອງແຂວງຈຳປາກສັກ ຕັ້ງຢູ່ໃນນະຄອນປາກເຊ ຢ່າງເປັນທາງການ ພາຍໃນບັນຍາກາດແຂກຜູ້ມີກຽດ, ຜູ້ບໍລິຫານລະດັບສູງຈາກໜ່ວຍງານຕ່າງໆ ຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງລວມທັງຜູ້ແທນຈາກພາກສ່ວນລາຊະການຂອງໄທ ນຳໂດຍ ທ່ານນາງ ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດໄທ ແຫ່ງ ສປປ ລາວ ແລະ ຄະນະຜູ້ບໍລິຫານບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມ ຊີພີ ອໍລ໌ ເຊິ່ງນໍາໂດຍ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ໃຫ້ການຕ້ອນຮັບ ແລະ ຮ່ວມຕັດລິບບິ້ນຄັ້ງນີ້ດ້ວຍ. 

ທັງນີ້ ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ນອກຈາກຈະເປັນຮ້ານສາຂາທຳອິດຂອງແຂວງຈຳປາສັກແລ້ວ ຍັງເປັນຮ້ານສາຂາຕ່າງແຂວງແຫ່ງທຳອິດໃນ  ສປປ ລາວ ໂດຍເປີດໃຫ້ບໍລິການຊ່ວງທົດລອງກ່ອນໜ້ານີ້ເປັນໄລຍະເວລາປະມານ 1 ເດືອນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກປະຊາຊົນໃນພື້ນທີ່ ຕະຫຼອດຮອດນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມນະຄອນປາກເຊ ສະແດງໃຫ້ເຫັນເຖິງສັກກະຍະພາບຂອງພື້ນທີ່ໃນຖານະສູນກາງທາງເສດຖະກິດທາງພາກໃຕ້ຂອງ ສປປ.ລາວ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ ເຊິ່ງສອດຄ່ອງກັບນະໂຍບາຍສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ ຫຼື Visit Laos Year 2024.