ເປີດແລ້ວ… ເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ (VANGVIENG CITY) ຮ່ວມສ້າງເສດຖະກິດໃນທ້ອງຖິ່ນ ດຶງດູດນັກທອ່ງທ່ຽວ ຮອງຮັບນະໂຍບາຍປີທ່ອງທ່ຽວລາວ 2024. ເປີດແລ້ວ… ເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ (VANGVIENG CITY) 


ເມື່ອວັນທີ 10 ກັນຍາ 2024 ທ່ານ ປະລິນຍາເອກ ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ເປັນປະທານໃນພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ເຊິ່ງຕັ້ງຢູ່ທີ່ ບ້ານສະຫວ່າງ ເມືອງວັງວຽງ ແຂວງວ ຽງຈັນ ຖືເປັນຮ້ານສາຂາທີ 08 ໃນ ສປປ.ລາວ ແລະ ເປັນອີກໜຶ່ງຮ້ານຕ່າງແຂວງສາຂາໃໝ່. ກ່ອນໜ້ານີ້, ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌ ໄດ້ເປີດດໍາເນີນການ ຮ້ານເຊເວັ່ນ ອີເລຟເວັ່ນ ມາແລ້ວທັງໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ທີ່ສໍາຄັັນຍັງເປັນຮ້ານທີ່ບໍລິຫານໂດຍຜູ້ຮ່ວມທຸລະກິດຊາວລາວ ຕາມແນວທາງຂອງບໍລິສັດທີ່ຕ້ອງການໃຫ້ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ເປັນຂອງຄົນລາວ ເພື່ອຄວາມພາກພູມໃຈຂອງ ສປປ.ລາວ ຢ່າງແທ້ຈິງ. 

ທ່ານນາງ ທຸງໄກສອນ ຄຳມັງ ຜູ້ບໍລິຫານທຸລະກິດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ ໄດ້ກ່າວວ່າ: ເຊເວັ່ນ ອີເລຟເວັ່ນ ເປັນຮ້ານສະດວກຊື້ ເຊິ່ງເປັັນທີ່ນິຍົມ ໂດຍຄົນລາວມັກຈະເດີນທາງໄປຈັບຈ່າຍຊື້ເຄື່ອງໃນຊ່ວງມື້ພັກຂອງທ້າຍອາທິດ ທັງໃນ ໜອງຄາຍ ແລະ ອຸດອນ ສະແດງໃຫ້ເຫັນວ່າຜູ້ບໍລິໂພກຊາວລາວ ມັກຊົມໃຊ້ສິນຄ້າໃນເຊເວັ່ນ ອີເລຟເວັ່ນ ແລະ ທຸລະກິດກໍເຕີບໃຫຍ່ໄດ້ດີໃນປະເທດໄທ ເປັນສ່ວນໜຶ່ງຂອງພາກການທອ່ງທ່ຽວ ສອດຄ່ອງກັບພື້ນທີ່ວັງວຽງທີ່ເປັັນຈຸດໝາຍປາຍທາງທີ່ສໍາຄັນ ໃນພາກການທ່ອງທ່ຽວຂອງ ສປປ.ລາວ ເຊັ່ນກັນ. ການທີ່ມີຮ້ານເຊເວັ່ນ ອີເລຟເວັ່ນ ມາເປີດບໍລິການ ນອກຈາກຈະຊ່ວຍອໍານວຍຄວາມສະດວກໃຫ້ຜູ້ທີ່ເດີນທາງມາທ່ອງທ່ຽວໃນ ສປປ.ລາວ ແລ້ວ ຍັງເປັນອີກໜຶ່ງທາງເລືອກໃຫ້ຄົນລາວໄດ້ເຂົ້າເຖິງສິນຄ້າ ແລະ ບໍລິການ ທີ່ມີຄຸນນະພາບ. ໃນຂະນະດຽວກັນ ຍັງເປັນການສ້າງວຽກເຮັດງານທຳໃຫ້ຄົນພາຍໃນທ້ອງຖິ່ນ ບໍ່ຕ້ອງອອກໄປເຮັດວຽກຕ່າງແຂວງ ຫຼື ຕ່າງປະເທດ ແລະ ຍັງມີໂອກາດໄດ້ພັດທະນາຕົນເອງ ມີຄວາມຮູ້ ຝຶກທັກສະ ໃນດ້ານວຽກບໍລິການ ເພາະ ຊີພີ ອໍລ໌ ລາວ ຊ່ວຍໃນເລື່ອງການຝຶກອົບຮົມພະນັກງານໃຫ້ເປັນໄປຕາມມາດຕະຖານ ຈະເປັນຈຸດແຂງໃນພາກການທ່ອງທ່ຽວ ແລະ ບໍລິການ ໃນປີທ່ອງທ່ຽວລາວ (Visit Laos Year 2024) ຕາມນະໂຍບາຍຂອງພາກລັດ ທີ່ຕ້ອງການໃຫ້ພາກການທອ່ງທ່ຽວ ມາຊ່ວຍກະຕຸ້ນເສດຖະກິດ ໂດຍຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ສປປ.ລາວ ເພີ່ມຂຶ້ນຢ່າງເຫັນໄດ້ແທ້ຈິງ ຕັ້ງແຕ່ຜ່ານພົ້ນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວັງວຽງບໍ່ພຽງແຕ່ມີຈຸດແຂງດ້ານສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ປະຫວັດສາດ ແຕ່ຍັງຢູ່ໃນເສັ້ນທາງຂອງລົດໄຟລາວ-ຈີນ ເຊິ່ງເຮັດໃຫ້ການຄົມມະນາຄົມຂົນສົ່ງມີຄວາມສະດວກສະບາຍອີກດວ້ຍ.