ເຊເວັ່ນ ອີເລຟເວັ່ນ ສາຂາຕະຫຼາດດາວເຮືອງ (TALADDAOHEUANG) ບ້ານ ໂພນກຸງ ນະຄອນປາກເຊ ແຂວງຈຳປາສັກ ເປີດໃຫ້ບໍລິການຢ່າງເປັນທາງການ 


ເຊເວັ່ນ ອີເລຟເວັ່ນ ສາຂາຕະຫຼາດດາວເຮືອງ (TALADDAOHEUANG) ບ້ານ ໂພນກຸງ ນະຄອນປາກເຊ ແຂວງຈຳປາສັກ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ເພື່ອຮອງຮັບການຂະຫຍາຍຕົວທາງເສດຖະກິດ ແລະ ການທ່ອງທ່ຽວ ໃນຖານະສູນກາງເສດຖະກິດທາງພາກໃຕ້ຂອງ ສປປ. ລາວ  

ທ່ານ ຄັດທະຈັກ ພະອາໄພ ຜູ້ບໍລິຫານຮ້ານເຊເວັ່ນ ອີເລຟເວັ່ນ ສາຂາຕະຫຼາດດາວເຮືອງ ນັກທຸລະກິດລາວທີ່ມີປະສົບການຫຼາຍຈາກການບໍລິຫານທຸລະກິດພາຍໃຕ້ກຸ່ມ ບໍລິສັດ ຮວ່າງຈະເລີນການຄ້າ ຈຳກັດ ຜູ້ດຽວ ກ່າວເຖິງການເຂົ້າຮ່ວມທຸລະກິດເຊເວັ່ນ ອີເລຟເວັ່ນວ່າ ເຊເວັ່ນ ອີເລຟເວັ່ນ ເປັນທີ່ຮູ້ຈັກ ແລະ ຍອມຮັບໃນລະດັບສາກົນ ມີການບໍລິຫານຈັດການທີ່ເປັນລະບົບ, ແນ່ໃສ່ການພັດທະນາດ້ານນະວັດຕະກຳ, ຕອບສະໜອງຄວາມຕ້ອງການຂອງລູກຄ້າດ້ວຍສິນຄ້າ ແລະ ບໍລິການທີ່ມີຄຸນນະພາບ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ. ໃນກຸ່ມ ຊີພີ ອໍລ໌ ຢ່າງດີມາໂດຍຕະຫຼອດ ຕັ້ງແຕ່ການວາງແຜນເປີດຮ້ານ, ເຝິກອົບຮົມພະນັກງານ, ການເລືອກສິນຄ້າ, ການສົ່ງເສີມການຂາຍ ແລະ ມີລະບົບໃຫ້ຄຳປຶກສາເຊິ່ງເຮັດໃຫ້ມີຄວາມໝັ້ນໃຈວ່າຈະປະສົບຜົນສຳເລັດຮ່ວມກັນ ພ້ອມພັດທະນາເສດຖະກິດ ແລະ ສັງຄົມລາວໃຫ້ເຕີບໃຫຍ່ຕໍ່ໄປໃນໄລຍະຍາວ. 

“ຮ້ານສາຂາຕະຫຼາດດາວເຮືອງ ຕັ້ງຢູ່ຕິດກັບຕະຫຼາດດາວເຮືອງ ເຊິ່ງເປັນຕະຫຼາດໃຫຍ່ສູນກາງທາງພາກໃຕ້ຂອງປະເທດ ໃນດ້ານທີ່ຕັ້ງຖືວ່າມີສັກກະຍະພາບຫຼາຍ ອ້ອມຮອບໄປດ້ວຍຊຸມຊົນ, ຮ້ານຄ້າ, ໂຮງແຮມ ແລະ ອາຄານສຳນັກງານ. ການທີ່ມີ ເຊເວັ່ນ ອີເລຟເວັ່ນ ມາຕັ້ງຢູ່ບໍລິເວນກໍຈະເປັນການອຳນວຍຄວາມສະດວກໃຫ້ຄົນໃນພື້ນທີ່ ຕະຫຼອດຮອດເຖິງຜູ້ທີ່ສັນຈອນໄປມາໂດຍສະເພາະຢ່າງຍິ່ງແມ່ນນັກທ່ອງທ່ຽວ” 

ເຊເວັ່ນ ອີເລຟເວັ່ນ ສາຂາຕະຫຼາດດາວເຮືອງເປັນຮ້ານສາຂາທີ 9 ທີ່ເປີດໃຫ້ບໍລິການໃນ ສປປ. ລາວ ແລະ ເປັນຮ້ານສາຂາທີ 2 ໃນແຂວງຈໍາປາສັກ ເຊິ່ງເປັນແຂວງທີ່ສໍາຄັນໃນດ້ານເສດຖະກິດ ແລະ ການທ່ອງທ່ຽວ ໂດຍເປັນແຂວງທຳອິດທີ່ເຊເວັ່ນ ອີເລຟເວັ່ນ ຂະຫຍາຍສາຂາມາຕ່າງແຂວງນອກຈາກໃນນະຄອນຫຼວງວຽງຈັນອີກດ້ວຍ.