
ເມື່ອວັນທີ 12 ມີນາ 2025 ເກີດເຫດການລົດຈັກຕຳກັນ ບໍລິເວນໜ້າຮ້ານ ທ້າວ ສຸກນິລັນ ດວງແກ້ວ ຜູ້ຊ່ວຍຜູ້ຈັດການຮ້ານເຊເວັ່ນ ສາຂາ SOUPHANOUVONG Ave. (60001) ເຊິ່ງກຳລັງປະຕິບັດງານຢູ່ບໍລິເວນໜ້າຮ້ານ ໄດ້ເຫັນເຫດການດັ່ງກ່າວ ຈຶ່ງຮີບເຂົ້າມາແຈ້ງຜູ້ຊ່ວຍຜູ້ຈັດການ ແລະນ້ອງພະນັກງານໃນຮ້ານ ເພື່ອເຂົ້າຊ່ວຍເຫຼືອຜູ້ບາດເຈັບແລະປະຖົມພະຍາບານໃຫ້ເບື້ອງຕົ້ນ
ຫຼັງຈາກນັ້ນໄດ້ຮີບໂທແຈ້ງໜ່ວຍກູ້ໄພໃນພື້ນທີ່ໃຫ້ນຳໂຕຜູ້ບາດເຈັບສົ່ງໂຮງໝໍ ແລະຊ່ວຍປະສານງານຄູ່ກໍລະນີ ເຊິ່ງເປັນຜູ້ພິການທາງການໄດ້ຍິນກັບເຈົ້າໜ້າທີ່ຕຳຫຼວດ ໃຫ້ເຂົ້າມາເຈລະຈາຈົນສຳເລັດ
ທ້າວ ສຸກນິລັນ ບອກວ່າ ” ເຮົາທຸກຄົນຮູ້ສຶກດີໃຈທີ່ໄດ້ຊ່ວຍເຫຼືອສັງຄົມ ແລະສ້າງຄວາມເຊື່ອໝັ້ນ ແລະເປັນແບບຢ່າງທີ່ດີໃຫ້ກັບໝູ່ເພື່ອນພະນັກງານຂອງເຮົາ “
ເລື່ອງລາວຂອງຮ້ານເຊເວັ່ນ ສາຂາ SOUPHANOUVONG Ave. (60001) ເປັນອີກໜຶ່ງເລື່ອງລາວທີ່ໜ້າຊື່ນຊົມ ໃນການໃຫ້ຄວາມຊ່ວຍເຫຼືອຜູ້ທີ່ເດືອດຮ້ອນ ເປັນແບບຢ່າງໃນການທຳຄວາມດີ ສ້າງເສີມແສນຄົນແສນຄວາມດີໃຫ້ເກີດຂຶ້ນທົ່ວອົງກອນ