ການສຶກສາ

ການສຶກສາ

ເພາະການສຶກສາຄືປະຕູສູ່ອະນາຄົດ, CP ALL ຈຶ່ງມອບໂອກາດທີ່ເທົ່າທຽມກັນໃຫ້ເດັກ ແລະ ເຍົາວະຊົນ ໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ພັດທະນາທັກສະທີ່ຈຳເປັນເພື່ອເປັນກຳລັງສຳຄັນ ໃນການພັດທະນາປະເທດ. ບໍລິສັດ ເຊື່ອວ່າການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ (Quality Basic Education) ເປັນປັດໄຈທີ່ເປີດໂອກາດຄວາມກ້າວໜ້າຂອງຄົນໃນສັງຄົມ ແລະ ຂັບເຄື່ອນປະເທດ ໄປສູ່ອະນາຄົດທີ່ດີ. ເຖິງຢ່າງໃດກໍ່ຕາມ, ບໍລິສັດ ເລັງເຫັນປັນຫາ ແລະ ຄວາມສຳຄັນຂອງການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ ແລະ ຍົກລະດັບການສຶກສາ ຈຶ່ງຮ່ວມກັນພັດທະນາສັງຄົມ ສົ່ງມອບຄວາມຮູ້ດ້ວຍນະວັດຕະກຳເຕັກໂນໂລຢີ ແລະ ສົ່ງເສີມການຮຽນຮູ້ໃນຮູບແບບຕ່າງໆ.

ສົ່ງເສີມໃຫ້ເຍົາວະຊົນເປັນ

“ຄົນເກັ່ງ, ຄົນດີ”

ເພື່ອເປັນກຳລັງສຳຄັນຂອງປະເທດໃນອະນາຄົດ

ບໍລິສັດ ເຊື່ອວ່າການໃຫ້ໂອກາດທາງການສຶກສາ ສາມາດສ້າງໂອກາດທາງອາຊີບ ແລະ ຄຸນນະພາບຊີວິດທີ່ດີຂຶ້ນໃຫ້ກັບຜູ້ຄົນໃນສັງຄົມ.

ສະນັ້ນ ຈຶ່ງໄດ້ຈັດທຳໂຄງການ ແລະ ຮ່ວມມືກັບໜ່ວຍງານຕ່າງໆ ເພື່ອສະໜັບສະໜູນການຈັດຕັ້ງ ສະຖານສຶກສາ ແລະ ມອບທຶນການສຶກສາ ແກ່ເດັກ ແລະ ເຍົາວະຊົນ ດ້ວຍຮູບແບບການຮຽນຮູ້ຄວບຄູ່ກັບການເຮັດວຽກຈິງໂດຍ CP All ແລະ ສະຖາບັນການຈັດການປັນຍາພິວັດ (PIM). ສະຖາບັນການສຶກສາທີ່ບໍລິຫານງານໂດຍ CP All Co., Ltd. ເປີດໂອກາດທາງການສຶກສາແກ່ນັກຮຽນຈາກ ຣາຊາອະນາຈັກກຳປູເຈຍ ຕັ້ງແຕ່ປີ 2015 ຈົນເຖິງປັດຈຸບັນ ລວມກວ່າ 200 ທຶນ ເພື່ອຜະລິດບັນດິດທີ່ມີຄຸນນະພາບ ແລະ ເພີ່ມຂີດຄວາມສາມາດ ໃນການແຂ່ງຂັນໃນຕະຫຼາດໂລກ.