ຊີ​ພີ ອໍ ລາວ ​ຮ່ວມ​ສືບ​ສານ​ປະເພນີ​ປີ​ໃໝ່​ລາວ


ມື້​ນີ້ວັນທີ 12 ເມ​ສາ 2024 ພ​ະນັກ​ງານ​ ແລະ ​ຜູ້​ບໍລິຫານຂອງ ບໍລິສັດ ຊີ​ພີ ອໍ ລາວ ຈຳ​ກັດ ແລະ​ ເຊ​ເວ່ນ ອີ​ເລ​ຟ​ເວ່ນ ລາວ ນຳ​ໂດຍ ທ່ານ​ຍານ​ວຸດ ຂາວສີ ຮອງ​ຜູ້​ຈັດການ​ທົ່ວ​ໄປ ຝ່າຍ Store Operation (Laos) ໜ່ວຍວຽກ International ແລະ ທ່ານ ສຸຣິຍົນ ອຸ​ປະ​ທະ ຜູ້​ຊ່ຽວ​ຊານ ຝ່າຍ Store Operation (Laos) ໜ່ວຍວຽກ International ໄດ້​ຮ່ວມ​ກັນ​ສືບ​ສານ​ປະເພນີ​ວັດທະນະທຳ​ອັນ​ດີ​ງາມ ເນື່ອງ​ໃນ​ໂອ​ກາດ​ຂຶ້ນ​ປີ​ໃໝ່​ລາວ ມີການ​ຈັດ​ພິທີ​ສົງນ້ຳ​ພະ ລົດ​ນ້ຳ​ດຳ​ຫົວ ຜູກ​ຂໍ້​ມື​ຂໍ​ພອນ ເພື່ອ​ຄວາມ​ເປັນ​ມຸ​ງ​ຄົນ ແລະ​ ຮັບປະທານ​ອາຫານ​ຮ່ວມ​ກັນ​ ເພື່ອ​ຄວາມ​ສາ​ມັກ​ຄີ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

​ກ່ອນ​ໜ້າ​ນີ້ ຢູ່​ສາ​ຂາ 60004 BANSANAMXAY ນະຄອນ​ປາກ​ເຊ ແຂວງ​ຈຳ​ປາ​ສັກ ບັນດາພ​ະນັກ​ງານຂອງ​ຮ້ານ​ເຊ​ເວ່ນ ອີ​ເລ​ຟ​ເວ່ນ ໄດ້​ຮ່ວມ​ກິດຈະກຳ ​ເຮັດ​ບຸນ​ຕັກ​ບາດ ກັບພະແນກກ​ຖະແຫຼງ​ຂ່າວ ວັດທະນະທຳ ​ແລະ ​ການ​ທ່ອງ​ທ່ຽວ ແຂວງ​ຈຳ​ປາ​ສັກ ແລະ ​ຫ້ອງ​ວ່າ​ການ​ປົກຄອງ​ເມືອງ​ໄຊ​ເສດ​ຖາ ຊຶ່ງ​ບໍ່​ພຽງ​ແຕ່​ເປັນ​ການ​ສົ່ງ​ເສີມ​ຄ່າ​ນິຍົມ​ອັນ​ດີ​ງາມ ແຕ່ຍັງ​ເຮັດ​ໃຫ້​ເຫັນ​ວ່າ​ຮ້ານ​ເຊ​ເວ່ນ​ ເປັນຮ້ານ​ສະ​ດວກ​ຊື້​ຄູ່​ຊຸມ​ຊົນ ​ແລະ ​ສັງຄົມ​ນຳ.