ຊີ​ພີ ອໍລ໌ ຮ່ວມ​ກັບ ກະ​ຊວງ​ອຸດສາຫະກຳ ​ແລະ ​ການ​ຄ້າ ສ​ປປ ລາວ ຍົກ​ລະດັບ​ຜູ້​ປະກອບ​ການ​ທ້ອງ​ຖິ່ນ 


ທ່ານ ໄຊໂຣດ ທີວັດໝັ້ນຈະເລີນ ຮອງ​ກຳມະການ​ຜູ້​ຈັດການ​ອາ​ວຸ​ໂສ ແລະ Managing Director International  ບໍລິສັດ ອໍລ໌ ຈຳ​ກັດ (ມະຫາ​ຊົນ) ເປີດເຮືອນຕ້ອນ​ຮັບ​ກະຊວງ​ອຸດສາຫະກຳ ​ແລະ​ ການ​ຄ້າແຫ່ງ ສປປ ລາວ ນຳ​ໂດຍ ທ່ານ ສັນ​ຕິ​ສຸກ ພູນ​ສະ​ຫວັດ ອະ​ທິບໍ​ດີກົມ​ການ​ຄ້າ​ພາຍ​ໃນ​ ແລະ​ ຄະນະ​ຜູ້​ບໍລິຫານ​ລະ​ດັບ​ສູງ  ຮ່ວມ​ແລກ​ປ່ຽນ​ປະສົບການ ຄ​ວາມ​ຮູ້ກ່ຽວກັບການຂາຍຍ່ອຍ​ສະໄໝ​ໃໝ່ ເພື່ອ​ນຳເອົາ​ຂໍ້​ມູນ​ໄປ​ພັດທະນາວຽກງານ​ສະໜັບ​ສະໜູນ​ຜູ້​ປະກອບ​ການ​ທ້ອງ​ຖິ່ນ ໂດຍ​ສະເພາະ​ຜູ້​ປະກອບ​ການ​ຮາຍ​ຍ່ອຍ ​ຊຶ່ງ​ ຊີ​ພີ ອໍລ໌ ໃຫ້​ຄວາມ​ສຳຄັນ​ຢ່າງຫຼາຍ​ໃນ​ການ​ເຂົ້າໄປ​ດຳ​ເນີນ​ທຸລະກິດ​ໃນ ສ​ປປ ລາວ ໂດຍຍຶດໝັ້ນໃນຄ່າ​ນິຍົມ 3 ປະໂຫຍດ​ຂອງ​ເຄືອ​ຈະເລີນ​ໂພກ​ພັນ​. 

ນອກ​ຈາກ​ນີ້ ຄະນະ​ຢັງ​ໄດ້​ຢ້ຽມ​ຊົມ ​ແລະ ​ຮັບ​ຟັງ​ບັນຍາຍ​ສະຫຼຸບ​ຈາກ​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ປັນຍາ​ພິ​ວັດ​ (PIM) ສະຖາ​ບັນ​ການສຶກສາ​ເພື່ອ​ສັງຄົມ​ໃນກຸ່ມ ​ຊີ​ພີ ອໍລ໌ ຊຶ່ງ​ໄດ້​ມອບ​ທຶນ​ການສຶກສາ​ຂອງບໍລິສັດ ​ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ) ໃຫ້ກັບສາທາລະນະລັດ ປະຊາທິປໄຕ ປະຊາຊົນ​ລາວ (CP ALL Scholarship for Laos) ປີ​ລະ 60 ທຶນ ຢູ່ໃນ​ຄະນະ​ບໍລິຫານ​ທຸລະກິດຢ່າງ​ຕໍ່​ເນື່ອງ​ ມາ​ຕັ້ງ​ແຕ່​ປີ 2019 ຕາມຄວາມມຸ້ງໝາຍ Giving and Sharing.