ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ຊ່ວຍປະຖົມພະຍາບານອຸບັດຕິເຫດລົດຈັກລົ້ມ
ເມື່ອວັນທີ 8 ຕຸລາ 2025 ເວລາ 01.40 ໂມງ ພະນັກງານຮ້ານ 7-Eleven ສາຂາ 60002 KAMPHAENGMUEANG ໃນນະຄອນຫຼວງວຽງຈັນ ໄດ້ແກ່ ທ້າວ ສຸລິສັກ ແກ້ວເມືອງທະນົງ (ໂຈອີ້) ຜູ້ຊ່ວຍຜູ້ຈັດການຮ້ານ ທ້າວ ສຸລິເດດ ລາດຊູວົງ (ຕ້ອມ) ພະນັກງານຮ້ານ ແລະ ທ້າວ ເອເທນ ສີສຳລານ (ກີຕ້າ) ພະນັກງານຮ້ານ ກຳລັງປະຕິບັດໜ້າທີ່ຢູ່ພາຍໃນຮ້ານ ໄດ້ເກີດອຸບັດຕິເຫດລົດໃຫຍ່ຕັດໜ້າລົດຈັກຈົນລົ້ມ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ ໝົດສະຕິ ທັ້ງ 3 ຄົນ ຈຶ່ງຟ້າວເຂົ້າໄປປະຖົມພະຍາບານເບື້ອງຕົ້ນ ຈົນໜ່ວຍກູ້ໄພມາຮອດ ນ້ອງໆກ່າວວ່າ ຮູ້ສຶກມີຄວາມສຸກຫຼາຍທີ່ໄດ້ຊ່ວຍຜູ້ບາດເຈັບ ແລະ ດີໃຈຫຼາຍທີ່ໄດ້ທຳຄວາມດີ ໄດ້ເປັນແບບຢ່າງທີ່ດີໃຫ້ກັບພະນັກງານ