ເປີດແລ້ວສາຂາ 2 “ເຊເວັ່ນ ອີເລຟເວັ່ນ ” ກໍາແພງເມືອງ ໃນນະຄອນຫຼວງວຽງຈັນ

ເຊເວັ່ນ ອີເລຟເວັ່ນ ສາຂາກຳແພງເມືອງ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ເມື່ອວັນທີ 18 ຕຸລາ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ອຳນວຍຄວາມສະດວກໃຫ້ປະຊາຊົນ ຮ່ວມເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດ ສປປ ລາວ ໂດຍຍັງມີຈຸດເດັ່ນດ້ວຍສິນຄ້າອຸປະໂພກບໍລິໂພກທີ່ໄດ້ມາດຕະຖານ ໂດຍສະເພາະສິນຄ້າຍອດນິຍົມ ເຊິ່ງມີຈຳໜ່າຍສະເພາະທີ່ຮ້ານເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ ເຊັ່ນ: Slurpee ເຄື່ອງດື່ມຊົງສົດ, All Café, ສິນຄ້າອົບໃໝ່ ແລະ ອາຫານພ້ອມຮັບປະທານຫຼາກຫຼາຍເມນູສໍາລັບທຸກກຸ່ມທຸກໄວ ທັງນີ້ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ CP All Laos ໃນກຸ່ມທຸລະກິດຊີພີ ອໍລ໌ ທີ່ຫາກໍ່ເປີດໃຫ້ບໍລິການຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໄປເມື່ອເດືອນ ກັນຍາ ທີ່ຜ່ານມາ ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ບໍລິໂພກທັງຄົນລາວ ແລະ ຄົນຕ່າງປະເທດ ສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນທາງເສດຖະກິດທີ່ພ້ອມຈະຕ້ອນຮັບປີທ່ອງທ່ຽວລາວ 2024 ທີ່ຈະມາຮອດນີ້

ເຊເວັ່ນ ອີເລຟເວັ່ນ ສະບາຍດີສາຂາທຳອິດຂອງພວກເຮົາ ໄດ້ເປີດໃຫ້ບໍລິການແລ້ວເດີ້

ສາຂາທຳອິດຂອງພວກເຮົາ ໄດ້ເປີດໃຫ້ບໍລິການແລ້ວເດີ້ ໃນວັນທີ 7 ກັນຍາ 2023 ທີ່ ຖະໜົນສຸພານຸວົງ ບ້ານໜອງປາໃນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຢ່າລືມແວະມາລອງສິນຄ້າທີ່ຫຼາກຫຼາຍ ພ້ອມກັບສິດທິພິເສດແບບຈັດເຕັມຢູ່ທີ່ ເຊເວັ່ນ ອີເລຟເວັ່ນ ເດີ້ CP All Laos📍 ສະຖານທີ່ຕັ້ງຢູ່: ຖະໜົນສຸພານຸວົງ, ບ້ານໜອງປາໃນ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ🌍 Google Location: https://goo.gl/maps/M4fewr4CyMLbxFGR7

ເຊີນຊວນນ້ອງໆ ເຂົ້າຮ່ວມງານ ຕະຫຼາດນັດສະໝັກງານ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ (ມຊ) ວັນທີ 24 -25 ພຶດສະພາ 2023

CP All Laos ເຊີນຊວນນ້ອງໆ ເຂົ້າຮ່ວມງານ ຕະຫຼາດນັດສະໝັກງານ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ (ມຊ) ວັນທີ 24 -25 ພຶດສະພາ 2023   ພົບກັນທີ່ບູດ CPALL LAOS ເບີ 22 

ຊີພີ ອໍລ໌ ລາວ ຮັບສະໝັກພະນັກງານ 3 ຕຳແໜ່ງ

3.ວິສະວະກອນຈັດຊື້ -ຢາກເຈລະຈາ ຄວາມຮູ້ກ່ຽວກັບຜະລິດຕະພັນການນໍາເຂົ້າແລະສົ່ງອອກ  ຊີພີ ອໍລ໌ ລາວ CP All Laos ຮັບສະໝັກພະນັກງານ 3 ຕຳແໜ່ງ  1.ເຈົ້າໜ້າທີ່ IT Support -ມີຄວາມຮູ້ SQL ,Database ລະ​ດັບ​ທີ່​ດີ​  2.ເຈົ້າໜ້າທີ່ພັດທະນາທຸລະກິດ -ມີຄວາມຮູ້ດ້ານ Excel ເປັນຢ່າງດີ ແລະ ມີຄວາມຮັບຜິດຊອບໃນການວິເຄາະຜະລິດຕະພັນຕ່າງໆ  3.ວິສະວະກອນຈັດຊື້ -ຢາກເຈລະຈາ ຄວາມຮູ້ກ່ຽວກັບຜະລິດຕະພັນການນໍາເຂົ້າແລະສົ່ງອອກ ສົນໃຈສະໝັກພ້ອມສຳພາດ ຮູ້ຜົນເບື້ອງຕົ້ນທັນທີ  ລະຫວ່າງວັນທີ 14 ຫາ 21 ມີນາ 2023  ****** ກະລຸນາລໍຖ້າການນັດໝາຍຈາກພະແນກຊັບພະຍາກອນບຸກຄົນຜ່ານ whatsapp ******  ສົນໃຈເຮັດວຽກກັບພວກເຮົາສາມາດສະໝັກຜ່ານທີ່ Link >> https://forms.gle/XBVrNQKyiCdTXGzaA 

1 2 3