ກະຊວງອຸດສາຫະກຳ ແລະ ການຄ້າ ຈັບມື ຊີພີ ອໍລ໌ ລາວ ຊຸກຍູ້ໂຄງການສິນຄ້າລາວກ້າວສູ່ມາດຕະຖານສາກົນ
ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບບໍລິສັດ ຊີພີ ອໍລ໌ ລາວ ຍົກລະດັບສິນຄ້າທ້ອງຖິ່ນທີ່ມີທ່າແຮງສູງໃຫ້ກ້າວສູ່ມາດຕະຖານສາກົນ ເພື່ອເພີ່ມໂອກາດສູ່ ຊ່ອງທາງຈຳໜ່າຍຂອງຮ້ານ ເຊເວັ່ນ ອີເລຟເວັ່ນ ແລະ ຕະຫຼາດຕ່າງປະເທດ ໃນວັນທີ 2 ກັນຍາ 2025 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີລົງນາມໃນບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການສິນຄ້າລາວກ້າວສູ່ມາດຕະຖານສາກົນ ລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ໂດຍ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມ ແລະ ກົມການຄ້າພາຍໃນ ໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມ ກັບ ບໍລິສັດ ຊີພີອໍລ໌ ລາວ ຈໍາກັດ ໃນກຸ່ມບໍລິສັດ ຊີພີອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງມີ ທ່ານ ທາຕີ ຈິຣະບັນຈົງຈິດ Managing Director […]