ເຊເວັ່ນ ອີເລຟເວັ່ນ​ ລາວ ສະໜັບ​ສະໜູນ​ໂຄງ​ການ “ສອນ​ນ້ອງ​ສ້າງ​ອອມ” ຂອງ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ


ເມື່ອ​ວັນທີ 18 ກຸມພາ​ຜ່ານມາ ທ່ານ ຍານะ​ວຸ​ດ ຂາວສີ ຜູ້​ຈັດການທົ່ວໄປ ຝ່າຍ Store Operation (Laos) ຫນ່ວຍ​ງານ International ຂອງບໍລິສັດ ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ) ເປັນຕົວ​ແທນ​ບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ ໄດ້ສົ່ງ​ມອບ​ນ້ຳ​ດື່ມ 7 Select ໃຫ້​ກັບ​ຜູ້​ແທນ​ຄະນະ​ເສດຖະ​ສາດ ​ແລະ​ ບໍລິຫານ​ທຸລະກິດ ມະຫາ​ວິທະຍາໄລ​ແຫ່ງ​ຊາດ​ລາວ (National University of Laos) ເພື່ອ​ສະໜັບ​ສະໜູນ​ໂຄງ​ການ “ສອນ​ນ້ອງ​ສ້າງ​ອອມ ຄັ້ງ​ທີ 8” ຖື​ເປັນ​ສ່ວນຫນຶ່ງ​ໃນ​ຖານະ​ທີ່​ຮ້ານເຊເວັ່ນ ອີເລຟເວັ່ນ ເປັນ​ຮ້ານ​ສະ​ດວກ​ຊື້​ຄູ່​ຊຸມ​ຊົນ​ສັງຄົມ ຕາມ​ນະໂຍບາຍ​ຄວາມ​ຢັ່ງ​ຢືນ “ສ້າງ​ຊຸມ​ຊົນ​ອຸ່ນ​ໃຈ” ແລະ​ ປະ​ນິ​ທານ​ຂອງອົງກອນຈັດຕັ້ງ ນັ່ນຄື “Giving and Sharing” ຂອງ ຊີ​ພີ ອໍລ໌.