ເຊ​ເວັ່ນ ອີເລຟເວັ່ນ ລາວ ຊຸກຢູ້​ສິນ​ຄ້າ​ທ້ອງ​ຖິ່ນ ​ສະແດງ​ສັກກະຍະ​ພາບ ​ໃນ​ກອງປະ​ຊຸມ​ສຸດ​ຢອດ​ອາ​ຊຽນ 


ກອງ​ປະ​ຊຸມ​ສຸດ​ຍອດ​ຜູ້​ນຳ​ອາ​ຊຽນ ແລະ ​ກອງປະຊຸມ​ອື່ນ​ໆ ທີ່​ກ່ຽວ​ຂ້ອງ​ ຄັ້ງ​ທີ 44 ແລະ 45 (44th and 45th ASEAN Summits and Related Summits) ຢູ່ ນະຄອນ​ຫຼວງ​ວຽງ​ຈັນ​ ສ​ປປ ລາວ ໄດ້​ເລີ້ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ ຕັ້ງ​ແຕ່​ວັນທີ 8 ຕຸລາ ທີ່​ຜ່ານມາ ຖື​ເປັນ​ເວ​ທີ​ລະ​ດັບ​ພາກພື້ນ​ທີ່​ສຳຄັນ ບໍ່​ພຽງ​ແຕ່​ເປັນ​ການລວມ​ຕົວ​ຂອງ​ຜູ້​ນຳ​ໃນພາກພື້ນ​ອາ​ຊຽນ ແຕ່​ຍັງມີ​ປະເທດ​ຄູ່​ເຈລະຈາ​ ທັງໝົດ​ກວ່າ 20 ປະເທດ ເຮັດໃຫ້​ບັນ​ຍາ​ກາດ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​​ເປັນ​ໄປ​ຢ່າງ​ຄຶກ​ຄັກ​ ຈາກ​ຜູ້​ມາ​ເຂົ້າ​ຮ່ວມ​ ທັງພາກລັດ, ເອກະ​ຊົນ, ສື່​ມວນ​ຊົນ ເຊິ່ງທາງ​ລັດຖະບານແຫ່ງ ສ​ປປ ລາວ ໄດ້​ຂໍ​ຄວາມ​ຮ່ວມ​ມື​ຈາກ​ປະຊາຊົນ ແລ​ະ ພາກ​ສ່ວນ​ຕ່າງ​ໆພ້ອມ​ໃຈ​ກັນ​ຮ່ວມ​ເປັນ​ເຈົ້າ​ບ້ານ​ທີ່​ດີ ​ເພື່ອ​ໃຫ້​ພາລະ​ກິດ​ຄັ້ງນີ້​ສຳ​ເລັດ​ລຸ​ລ່ວງ ສ້າງ​ຄວາມ​ປະ​ທັບ ແລະ ​ເປັນ​ພາ​ບລັກ​​ທີ່​ດີ​ຂອງ​ປະເທດ. 

ໂອ​ກາດ​ນີ້ ເຊ​ເວັ່ນ ອີເລຟເວັ່ນ ລາວ ພາຍໃຕ້​ການ​ບໍລິຫານ​ຂອງ ​ບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ ໃນ​ກຸ່ມ ຊີ​ພີ ອໍລ໌ ເຊິ່ງຍຶດໝັ້ນໃນ​ແນວ​ທາງ 3 ປະໂຫຍດ​ຂອງ​ເຄືອ​ຈະເລີນ​ໂພກ​ພັນ​ ນັ່ນຄື ປະໂຫຍດ​ຕໍ່​ປະເທດ​ຊາດ, ປະຊາຊົນ, ແລະ​ ອົງກອນຈັດຕັ້ງ ຈຶ່ງ​ໄດ້​ສະໜັບ​ສະໜູນ​ຜູ້​ປະກອບ​ທ້ອງ​ຖິ່ນ PANGTHONG BAKERY SOLE CO.,LTD ຜູ້​ຜະລິດ​ສິນ​ຄ້າ​ຂະໜົມ​ປັງ​ ພາຍໃຕ້​ແບ​ຣ​ນ​ “ປັງ​ທອງ” ເຊິ່ງ​ເປັນ​ຄູ່ຮ່ວມ​ຄ້າ​ທີ່​ເຕີບໂຕຄວບ​ຄູ່​ກັບ ເຊ​ເວັ່ນ ອີເລຟເວັ່ນ ລາວ ​ມາ​ຕັ້ງ​ແຕ່​ສາ​ຂາ​ທຳອິດ ໃຫ້​ໄດ້​ເປັນ​ຕົວ​ແທນ​ເຂົ້າ ​ຮ່ວມ​ກິດຈະກຳ​ໃນ​ສ່ວນ​ຂອງ​ສູນ​ສື່​ມວນ​ຊົນ (Media Center) ພາຍໃຕ້​ກະ​ຊວງ​ການ​ຕ່າງ​ປະເທດ ແລະ ​ກະ​ຊວງ​ຖະແຫຼງ​ຂ່າວ, ວັດທະນະທຳ ​ແລະ ​ການ​ທ່ອງ​ທ່ຽວ ແຫ່ງ ສ​ປປ ລາວ ເພື່ອ​ເຜີຍແຜ່​ສິນ​ຄ້າ ແລະ​ ສະແດງ​ສັກກະຍະ​ພາບຂອງ​ຜູ້​ປະກອບ​ການ​ທ້ອງ​ຖິ່ນ ​ຜ່ານ​ສາຍ​ຕາ​ສື່​ມວນ​ຊົນ​ທ້ອງ​ຖິ່ນ ແລະ ​ສື່​ຕ່າງ​ປະເທດ ​ທີ່​ມາ​ຮ່ວມ​ກອງ​ປະ​ຊຸມ​ກວ່າ 500 ຄົນ ຖື​ເປັນ​ອີກ​ໜຶ່ງ​ການສ້າງ​ຄວາມ​ພູູມໃຈ​ໃຫ້​ຄົນ​ລາວ. 

ການ​ສະໜັບ​ສະໜູນ​ຜູ້​ປະກອບ​ການ ແລະ ​ສິນ​ຄ້າ​ທ້ອງ​ຖິ່ນ ແມ່ນ​ໜຶ່ງ​ພາລະ​ກິດ​ຂອງ ​ເຊ​ເວັ່ນ ອີເລຟເວັ່ນ ລາວ ຕາມ​ນະໂຍບາຍ​ສ້າງວຽກ​ງານ ສ້າງ​ອາ​ຊີບ ເພື່ອ​ໃຫ້ ​ເຊ​ເວັ່ນ ອີເລຟເວັ່ນ ເປັນ​ຮ້ານ​ສະ​ດວກ​ຊື້​ຄູ່​ຊຸມ​ຊົນ ​ແລະ​ ສັງຄົມ​ ເຕີບໂຕ​ໄປພ້ອ​ກັບ ສ​ປປ ລາວ ຢ່າງ​ຢັ່ງ​ຢືນ.