ປະຫວັດຂອງບໍລິສັດພວກເຮົາ

ປະຫວັດຂອງບໍລິສັດພວກເຮົາ

ບໍລິສັດ CP All Public Company Limited, ໜຶ່ງໃນກຸ່ມທຸລະກິດຂອງເຄືອຈະເລີນໂພກກະພັນທີ່ ກໍ່ຕັ້ງຂຶ້ນໃນປີ 1988, ບໍລິສັດ ເປັນຜູ້ຄ້າຍ່ອຍຮ້ານສະດວກຊື້ 7-Eleven ໂດຍໄດ້ຮັບສິດທິແຕ່ພຽງຜູ້ດຽວຈາກ ບໍລິສັດ 7-Eleven, Inc. ໃນການດຳເນີນທຸລະກິດ ພາຍໃຕ້ເຄື່ອງໝາຍການຄ້າ “7-Eleven” ໃນປະເທດໄທ ພາຍໃຕ້ຂໍ້ຕົກລົງເຊົ່າພື້ນທີ່ ຕັ້ງແຕ່ວັນທີ 7 ພະຈິກ 1988 ໂດຍເປີດຮ້ານແຫ່ງທຳອິດທີ່ ຊອຍພັດພົງ ປະເທດໄທ.

ໃນປີ 2023, ບໍລິສັດ ໄດ້ຂະຫຍາຍທຸລະກິດໄປຍັງປະເທດລາວ ແລະ ດຳເນີນກິດຈະການຮ້ານ 7-Eleven ຈັດຕັ້ງໂດຍ ບໍລິສັດ CP ALL LAOS CO., LTD. ເຊິ່ງເປັນ ບໍລິສັດ ສາຂາຍ່ອຍຂອງ ບໍລິສັດ CP ALL Public Company Limited.

ປະເທດໄທ

1988 – 1997

ປີ 1988

  • ໄດ້ຮັບໃບອະນຸຍາດ 7-Eleven ຈາກ ບໍລິສັດ 7-Eleven, Inc.,USA
  • ໄດ້ສ້າງຕັ້ງບໍລິສັດເພື່ອດຳເນີນທຸລະກິດຮ້ານສະດວກຊື້ໃນປະເທດໄທ ພາຍໃຕ້ເຄື່ອງໝາຍການຄ້າ “7-Eleven”

ປີ 1989

  • ໄດ້ປ່ຽນຊື່ບໍລິສັດຈາກ “C.P. Convenience Store Co., Ltd.” ເປັນ “C.P. Seven Eleven Co., Ltd.” ແລະ ເປີດຮ້ານຄ້າ 7-Eleven ຮ້ານທຳອິດຢູ່ ຊອຍພັດພົງ, ກຸງເທບ

ປີ 1994

  • ໄດ້ສ້າງຕັ້ງບໍລິສັດ Counter Service Co., Ltd., ເພື່ອດຳເນີນທຸລະກິດໃຫ້ບໍລິການຮັບຊຳລະສິນຄ້າ

ປີ 1996

  • ໄດ້ສ້າງຕັ້ງບໍລິສັດ C.P. Retailing and Marketing Co., Ltd., ເພື່ອດຳເນີນທຸລະກິດການຜະລິດ ແລະ ການຈຳໜ່າຍ ຜະລິດຕະພັນອາຫານສຳເລັດຮູບ ແລະ ເບເກີຣີ

Year 1997

  • ໄດ້ເປີດສູນກະຈາຍສິນຄ້າບາງບົວທອງຢ່າງເປັນທາງການ

1998 – 2002

ປີ 1998

  • ໄດ້ສ້າງຕັ້ງບໍລິສັດ Lotus Distribution Investment Limited
  • ໄດ້ກາຍເປັນບໍລິສັດມະຫາຊົນ
  • ໄດ້ສະຫຼອງຮ້ານ 7-Eleven ຄົບຈຳນວນ 1,000 ຮ້ານ ໃນປະເທດໄທ

ປີ 1999

  •  ໄດ້ສ້າງຕັ້ງບໍລິສັດ Retailink (Thailand) Co., Ltd., ເພື່ອດຳເນີນທຸລະກິດ ຈຳໜ່າຍ ແລະ ຊ້ອມແປງອຸປະກອນຄ້າຍ່ອຍ

ປີ 2000

  • ໄດ້ເຂົ້າຮ່ວມກອງທຶນ China Retail Fund, LDC, ເຊິ່ງເປັນກອງທຶນພາຍໃຕ້ການບໍລິຫານງານຂອງ American International Group ເພື່ອສ້າງຕັ້ງບໍລິສັດ Yangtze Supermarket Investment Co., Ltd., ເພື່ອລົງທຶນໃນທຸລະກິດຮ້ານຄ້າຍ່ອຍຂະໜາດໃຫຍ່ໃນ ສປ ຈີນ
  • ໄດ້ສ້າງຕັ້ງບໍລິສັດ Shanghai Lotus Supermarket Chain Store Co., Ltd.

ປີ 2001

  • ໄດ້ສ້າງຕັ້ງບໍລິສັດ Thai Smart Card Co., Ltd. ພ້ອມກັບ 8 ພັນທະມິດ

ປີ 2002

  •  ໄດ້ສະຫຼອງຮ້ານ 7-Eleven ຄົບຈຳນວນ 2,000 ຮ້ານ ໃນປະເທດໄທ
  • ໄດ້ຮ່ວມງານກັບບໍລິສັດ PTT Public Co., Ltd., ເພື່ອເປີດຮ້ານຄ້າ 7-Eleven ເທົ່ານັ້ນໃນປໍ້ານໍ້າມັນ ປ.ຕ.ທ

2003 – 2007

ປີ 2003

  •  ໄດ້ສ້າງຕັ້ງບໍລິສັດ Gosoft (Thailand) Co., Ltd., MAM Heart Co., Ltd., ແລະ Dynamic Management Co., Ltd.
  • ໄດ້ສະເໜີຂາຍຫຸ້ນຕໍ່ມະຫາຊົນ ແລະ ຈົດທະບຽນບໍລິສັດໃນຕະຫຼາດຫຼັກຊັບແຫ່ງປະເທດໄທ

ປີ 2004

  • ໄດ້ສ້າງຕັ້ງບໍລິສັດ Suksapiwat Co., Ltd.
  • ໄດ້ຮັບລາງວັນ ຊັ້ນມາດຕະຖານປະເທດໄທ (Thailand Quality Class): TQC ໃນງານ ລາງວັນຄຸນນະພາບລະດັບປະເທດໄທ (Thailand Quality Award) ປີ 2004

ປີ 2005

  • ສະຫຼອງຮ້ານ 7-Eleven ຄົບ 3,000 ຮ້ານ ໃນປະເທດໄທ
  • ເປີດໂຮງຮຽນທຸລະກິດ ປັນຍາພິວັດ ເທັກໂນ (Panyapiwat Techno Business School) ຢ່າງເປັນທາງການ

ປີ 2006

  • ເປີດສູນກະຈາຍສິນຄ້າສຸວັນນະພູມຢ່າງເປັນທາງການ
  • ເປີດໂຕບັດ “Smart Purse” ຢ່າງເປັນທາງການ ແລະ ເປັນຮ້ານສະດວກຊື້ແຫ່ງທຳອິດໃນໄທ ທີ່ໃຫ້ບໍລິການຊຳລະສິນຄ້າ ແລະ ບໍລິການດ້ວຍ Smart Purse, ບັດເງິນສົດດິຈິຕອນ
  • ສ້າງຕັ້ງບໍລິສັດ Panyatara Co., Ltd.

ປີ 2007

  • ສ້າງຕັ້ງສະຖາບັນເຕັກໂນໂລຊີປັນຍາພິວັດ
  • ຈຳໜ່າຍຊັບສິນ ແລະ ການລົງທຶນຂອງທຸລະກິດຮ້ານຄ້າຍ່ອຍຂະໜາດໃຫຍ່ໃນ ສປ ຈີນ
  • ປ່ຽນຊື່ບໍລິສັດຈາກ “C.P. Seven Eleven Public Company Limited” ເປັນ “CP ALL Public Company Limited” ແລະ ປ່ຽນເຄື່ອງໝາຍການຄ້າຈາກ “CP7-11” ເປັນ “CPALL”

2008 – 2012

ປີ 2008

  • ເພີ່ມທຶນຈົດທະບຽນໃນບໍລິສັດ Thai Smart Card Co., Ltd. ເປັນ 1,600 ລ້ານບາດ ໃນວັນທີ 28 ມີນາ 2008
  • ສຳເລັດການປັບໂຄງສ້າງທຸລະກິດຮ້ານຄ້າຍ່ອຍຂະໜາດໃຫຍ່ໃນ ສປ ຈີນ ໃນວັນທີ 31 ຕຸລາ 2008
  • ໄດ້ຮັບການໂຫວດສູງສຸດໃນປະເທດໄທໃຫ້ເປັນ “200 ບໍລິສັດທີ່ໜ້າຍົກຍ້ອງທີ່ສຸດຂອງເອເຊຍ” ຈາກການສຳຫຼວດຂອງ Wall Street Journal Asia

ປີ 2009

  • ສະຫຼອງຮ້ານ 7-Eleven ຄົບ 5,000 ຮ້ານ ໃນປະເທດໄທ ແລະ ຄົບຮອບ 20 ປີຂອງການເປີດດຳເນີນການຮ້ານ 7-Eleven ໃນປະເທດໄທຕັ້ງແຕ່ຮ້ານສາຂາທຳອິດທີ່ຊອຍພັດພົງ ກ້າວສູ່ຮ້ານສະດວກຊື້
  • ເປັນບໍລິສັດຈົດທະບຽນແຫ່ງທຳອິດໃນຕະຫຼາດຫຼັກຊັບແຫ່ງປະເທດໄທ ທີ່ຈັດຕັ້ງໂຄງການຮ່ວມລົງທຶນເພື່ອພະນັກງານ (EJIP)Investment Program (EJIP)
  • ເປີດສູນກະຈາຍສິນຄ້າພາກພື້ນ ຢູ່ທີ່ສຸຣາດທານີ

ປີ 2010

  • ເປີດສູນກະຈາຍສິນຄ້າຫ້ອງເຢັນແຫ່ງທີ ສອງ ທີ່ສຸວັນນະພູມຢ່າງເປັນທາງການ
  • ໄດ້ຮັບລາງວັນຊະນະເລີດອັນດັບ 1 ໃນກຸ່ມຜູ້ຄ້າຍ່ອຍໃນປະເທດໄທ ຈາກ Euromonitor International, KPMG ແລະ ວາລະສານ Retail Asia Magazine
  • ໄດ້ຮັບລາງວັນ ຫົວໜ້າ ບໍລິຫານງານ ທີ່ດີທີ່ສຸດ (Best CEO Award) ແລະ Best CFO Award ໃນອຸດສະຫາກຳບໍລິການ ຈາກ SAA Award for Listed Companies ນຳສະເໜີໂດຍສະມາຄົມນັກວິເຄາະຫຼັກຊັບ
  • ສຳເລັດການຈຳໜ່າຍຊັບສິນທີ່ກ່ຽວກັບ ທຸລະກຳທີ່ເຊື່ອມຕໍ່ກັນກັບການລົງທຶນໃນຫຸ້ນບູລິມະສິດແປງສະພາບ (CPS) ທີ່ອອກໂດຍ C.P. Lotus Corporation (C.P. Lotus) ໃຫ້ແກ່ C.P. Holding (BVI) Investment Company Limited (CPH). ບໍລິສັດ CPH ຈ່າຍເງິນສົດໃຫ້ແກ່ CPS ຈຳນວນ 966.5 ລ້ານໂດລາຮົງກົງ ຫຼື ທຽບເທົ່າກັບ 3,787.7 ລ້ານບາດ ໃນວັນທີ 30 ກັນຍາ 2010
  • ປ່ຽນຊື່ “ສະຖາບັນເຕັກໂນໂລຊີປັນຍາພິວັດ” ເປັນ “ສະຖາບັນການຈັດການປັນຍາພິວັດ”

ປີ 2011

  • ເປີດສູນກະຈາຍສິນຄ້າພາກພື້ນ ຢູ່ທີ່ຂອນແກ່ນຢ່າງເປັນທາງການ
  •  ໄດ້ຮັບການຍົກຍ້ອງຈາກວາລະສານ Forbes Asia Magazine ໃຫ້ເປັນໜຶ່ງໃນ 50 ບໍລິສັດຈົດທະບຽນທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີປາຊີຟິກ (Asia’s Fab 50 Companies)

ປີ 2012

  • ເປີດສູນກະຈາຍສິນຄ້າພາກພື້ນ ຢູ່ທີ່ລຳພູນຢ່າງເປັນທາງການ
  • ປ່ຽນຊື່ “ໂຮງຮຽນປັນຍາພິວັດເຕັກໂນທຸລະກິດ” ເປັນ “ວິທະຍາໄລເຕັກໂນໂລຊີປັນຍາພິວັດ”

2013 – 2016

ປີ 2013

  • ສະຫຼອງຮ້ານ 7-Eleven ຄົບ 7,000 ຮ້ານໃນປະເທດໄທ
  • ເຂົ້າຊື້ກິດຈະການບໍລິສັດ Siam Makro Public Company Limited, ສູນກາງການຄ້າ Cash & Carry ທີ່ມີລະບົບສະມາຊິກ
  • ປະສົບຜົນສຳເລັດໃນການອອກຫຸ້ນກູ້ຄັ້ງທຳອິດມູນຄ່າ 50,000 ລ້ານບາດ ເຊິ່ງເປັນຂະໜາດການອອກຫຸ້ນກູ້ທີ່ໃຫຍ່ທີ່ສຸດໃນປະເທດໄທ
  • ໄດ້ຮັບລາງວັນ ຮ້ານຄ້າຂາຍຍ່ອຍທີ່ດີທີ່ສຸດ (Best-of-the-Best Retailers) ໃນປີ 2013, ອາຊີ ປາຊີຟິກ ໂດຍວາລະສານ Retail Asia Magazine ຮ່ວມກັບ Euromonitor International ແລະ KPMG
  • ໄດ້ຮັບລາງວັນ ຫົວໜ້າ ບໍລິຫານງານ ສະມາຄົມນັກຂ່າວສານເສດຖະກິດ (CEO Econmass Award) ໃນປີ 2013 ຈັດໂດຍສະມາຄົມນັກຂ່າວເສດຖະກິດ

ປີ 2014

  • ສະຫຼອງຮ້ານ 7-Eleven ຄົບ 8,000 ຮ້ານໃນປະເທດໄທ
  • ສຳເລັດໃນການອອກຫຸ້ນກູ້ ເລກທີ 1, 2, ແລະ 3/2014 ລວມ 90,000 ລ້ານບາດ
  • ສ້າງຕັ້ງ 24 Shopping Co., Ltd. ດຳເນີນທຸລະກິດອອນໄລນ໌
  • ໄດ້ຮັບການຍົກຍ້ອງຈາກວາລະສານ Forbes Magazine ໃຫ້ເປັນບໍລິສັດໄທແຫ່ງດຽວທີ່ຕິດອັນດັບ ບັນດາບໍລິສັດທີ່ເປັນເລີດນະວັດຕະກຳຂອງໂລກ
  • ເປີດອາຄານ 16 ຊັ້ນ “CPALL Academy”, Tara Park, Chaengwattana

ປີ 2015

  • ສຳເລັດໃນການອອກຫຸ້ນກູ້ ເລກທີ 1 ແລະ 2/2015 ລວມ 33,000 ລ້ານບາດ.
  • ບໍລິສັດ CPRAM Co., Ltd. ທີ່ເປັນສາຂາຂອງ CPALL ໄດ້ຮັບລາງວັນ “Deming Prize 2015” ຈາກ ສະຫະພັນນັກວິທະຍາສາດ ແລະ ວິສະວະກອນແຫ່ງຍີ່ປຸ່ນ (JUSE). CPRAM ເປັນຜູ້ຜະລິດລາຍທຳອິດຂອງປະເທດໄທ ແລະ ຂອງໂລກທີ່ໄດ້ຮັບລາງວັນນີ້
  • ໄດ້ຮັບການຍົກຍ້ອງຈາກວາລະສານ Forbes Asia Magazine ໃຫ້ເປັນໜຶ່ງໃນ 50 ບໍລິສັດຈົດທະບຽນທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີປາຊີຟິກ ໃນປີ 2015 (Asia’s Fab 50 Companies) ເປັນເວລາ ຫ້າ ປີຕິດຕໍ່ກັນ
  • ໄດ້ຮັບການຍົກຍ້ອງຈາກ Forbes Magazine ໃຫ້ເປັນບໍລິສັດທີ່ມີນະວັດຕະກຳສູງສຸດ ໃນປະເທດໄທ ສອງ ປີຊ້ອນ (ບັນດາບໍລິສັດທີ່ເປັນເລີດນະວັດຕະກຳຂອງໂລກ 2015 ໂດຍ Forbes) ໂດຍຢູ່ໃນອັນດັບທີ 3 ຂອງພາກພື້ນອາຊີປາຊີຟິກ ແລະ ອັນດັບ 17 ຂອງໂລກ
  • ໄດ້ຮັບການຮັບຮອງລະດັບ “ຄໍາ” ຈາກສະຖາບັນອາຄານຂຽວໄທ
  • ເປີດສູນກະຈາຍສິນຄ້າພາກພື້ນ ສຳລັບສິນຄ້າອຸປະໂພກ ແລະ ສິນຄ້າຄວບຄຸມອຸນຫະພູມຢ່າງເປັນທາງການ ຢູ່ທີ່ຊົນບູຣີ ແລະ ເປີດສູນກະຈາຍສິນຄ້າແຊ່ແຂງທີ່ຊຽງໃໝ່

ປີ 2016

  • ສະຫຼອງຮ້ານຄ້າ 7-Eleven ຄົບ 9,000 ຮ້ານ ໃນປະເທດໄທ
  • ສຳເລັດໃນການອອກຫຸ້ນກູ້ ເລກທີ 1 ແລະ 2/2016 ລວມ 19,000 ລ້ານບາດເພື່ອຊຳລະຫຸ້ນກູ້ທີ່ຄົບກຳນົດ
  • ອອກຫຸ້ນກູ້ດ້ອຍສິດທິເປັນຄັ້ງທຳອິດ ລວມມູນຄ່າ 10,000 ລ້ານບາດ
  •  ສ້າງຕັ້ງບໍລິສັດເພື່ອການຄົ້ນຄວ້າ ແລະ ພັດທະນາດ້ານອາຫານ (CP Foodlab Co., Ltd.). ບໍລິສັດໃໝ່ນີ້ລົງທຶນທັງໝົດໂດຍ All Corporation Co., Ltd. ເຊິ່ງເປັນສາຂາທີ່ CPALL ຖືຫຸ້ນທັງໝົດ.
  • ສ້າງຕັ້ງໂຮງຮຽນສາທິດ “ສະຖາບັນການຈັດການປັນຍາພິວັດ” ເຊິ່ງຫຼັກສູດນີ້ເປີດໂອກາດໃຫ້ ນັກຮຽນຊັ້ນ ມ.1 – ມ.6
  • ບໍລິສັດ Counter Service Co., Ltd., ເພີ່ມທຶນ 30 ລ້ານບາດ ເປັນທຶນຈົດທະບຽນ 100 ລ້ານບາດ
  • ໄດ້ຮັບລາງວັນ ຍີ່ຫໍ້ທີ່ດັງທີ່ສຸດ (The Top-Pick Brand) ໃນກຸ່ມຜູ້ຄ້າຍ່ອຍໃນປະເທດໄທຈາກລາຍງານ Brand Footprint Report and Ranking ທີ່ຈັດໂດຍ Kantar Worldpanel
  • ໄດ້ຮັບລາງວັນ ຍີ່ຫໍ້ທີ່ໜ້າຍົກຍ້ອງທີ່ສຸດຂອງໄທໃນປີ 2016 ສີ່ປີຊ້ອນ ຈາກຜົນການວິໄຈທີ່ຈັດໂດຍ BrandAge ແລະ ຄັດເລືອກໃຫ້ເປັນຜູ້ນຳໃນກຸ່ມຜູ້ຄ້າຍ່ອຍຮ້ານສະດວກຊື້
  • ໄດ້ຮັບລາງວັນ Marketeer ຍີ່ຫໍ້ອັນດັບ 1 ໃນປະເທດໄທ ປີ 2015-2016 ໃນໝວດຮ້ານສະດວກຊື້ ແລະ ໝວດອາຫານແຊ່ແຂງພາຍໃຕ້ຍີ່ຫໍ້ “Ezygo”. ລາງວັນນີ້ມອບໂດຍວາລະສານ Marketeer Magazine ໃຫ້ແກ່ບໍລິສັດ ແລະ ຍີ່ຫໍ້ທີ່ໄດ້ຮັບຄວາມນິຍົມສູງສຸດ ໃນໝູ່ຜູ້ບໍລິໂພກຊາວໄທ.
  • ໄດ້ຮັບກາສັນຍາລັກອາຄານປະຫຍັດພະລັງງານລະດັບ 1 ໃນໝວດໂຮງຮຽນ ແລະ ຮ້ານສະດວກຊື້ຈາກການໄຟຟ້ານະຄອນຫຼວງ ໃນງານ MEA Energy Saving Building Award ປີ 2015 ເຊິ່ງຮ້ານ 7-Eleven 14 ສາຂາໄດ້ຜ່ານເກນ
  • ໄດ້ຮັບລາງວັນຊະນະເລີດດ້ານ TPM Commitment 2015 ສຳລັບ CPRAM Co., Ltd. ລາງວັນນີ້ມອບໃຫ້ໂດຍ Japan Institute of Plant Maintenance (JIPM) ແກ່ອົງກອນທົ່ວໂລກທີ່ປະສົບຜົນສຳເລັດໃນລະບົບ ການບໍາລຸງຮັກສາຜະລິດຕະພັນທັງໝົດ (Total Productive Maintenance, TPM). CPRAM ເປັນຜູ້ຜະລິດທຸລະກິດອາຫານພ້ອມຮັບປະທານ ລາຍທຳອິດຂອງປະເທດໄທທີ່ໄດ້ຮັບລາງວັນນີ້.
  • ໄດ້ຮັບລາງວັນ Ishikawa – Kano Award (IKA) ຈາກ Dr. Noriaki Kano ໃຫ້ແກ່ CPRAM Co., Ltd. CPRAM ໄດ້ຮັບເລືອກຈາກສະມາຊິກ Asian Quality Network (ANQ) ຈາກ 17 ປະເທດຍ້ອນວ່າຜູ້ບໍລິຫານໄດ້ສົ່ງເສີມ ແລະ ສະໜັບສະໜູນ Total Quality Management (TQM) ໃນທົ່ວອົງກອນ.

2017 – 2019

ປີ 2017

  • ສະຫຼອງຮ້ານ 7-Eleven ຄົບ 10,000 ຮ້ານໃນປະເທດໄທ
  • ອອກຫຸ້ນກູ້ 3 ຄັ້ງ ມູນຄ່າລວມ 25,500 ລ້ານບາດ ແລະ ອອກຫຸ້ນກູ້ດ້ອຍສິດທິຄັ້ງທີສອງ ຈຳນວນ 10,000 ລ້ານບາດ ເພື່ອຊຳລະຄືນຮຸ້ນກູ້ທີ່ຄົບກຳນົດ
  • ເພີ່ມທຶນຈຳນວນ 38 ລ້ານໂດລາສະຫະລັດໃນ Lotus Distribution Investment Limited (LDI) ລວມເປັນທຶນຈົດທະບຽນ 244 ລ້ານໂດລາສະຫະລັດ ເພື່ອລົງທຶນໃນບໍລິສັດຍ່ອຍທາງອ້ອມເພື່ອຮັກສາສັດສ່ວນການຖືຫຸ້ນ
  • ເຂົ້າສູ່ຕະຫຼາດເກີດໃໝ່ Dow Jones Sustainability Index (DJSI) ປະຈຳປີ 2017 ໃນການຄ້າຍ່ອຍອາຫານ ແລະ ອາຫານຫຼັກ. CPALL ເປັນບໍລິສັດໄທ ແລະ ອາຊີ ພຽງແຫ່ງດຽວທີ່ໄດ້ຮັບຄັດເລືອກໃນໝວດນີ້.
  • ໄດ້ຮັບການຮັບຮອງເປັນສະມາຊິກແນວຮ່ວມປະຕິບັດຂອງພາກເອກະຊົນໄທຍ ໃນການຕໍ່ຕ້ານການສໍ້ລາດບັງຫຼວງ (“CAC”) ຈັດໂດຍສະມາຄົມສົ່ງເສີມສະຖາບັນກຳມະການບໍລິສັດໄທ (IOD)
  • ໄດ້ຮັບລາງວັນ ຍີ່ຫໍ້ທີ່ຊື່ນຊົມຫຼາຍທີ່ສຸດ (Thailand’s Most Admired Brand) ໃນປີ 2017 ຫ້າ ປີຊ້ອນຈາກຜົນການວິໄຈທີ່ຈັດໂດຍ BrandAge ແລະ ຄັດເລືອກໃຫ້ເປັນຜູ້ນຳໃນໝວດຄ້າຍ່ອຍ
  • ໄດ້ຮັບກາສັນຍາລັກອາຄານປະຫຍັດພະລັງງານດີເດັ່ນ ແລະ ສັນຍາລັກອາຄານປະຫຍັດພະລັງງານດີເດັ່ນ ປະເພດຮ້ານສະດວກຊື້ ແລະ ໄດ້ຮັບການຮັບຮອງເປັນອາຄານປະຫຍັດພະລັງງານລະດັບທີ 1 ປະເພດອາຄານສຳນັກງານ (ອາຄານ Tara Sathon) ຈາກການໄຟຟ້ານະຄອນຫຼວງ ໃນງານ MEA Energy Saving Building Award ປີ 2016

ປີ 2018

  • ຈຳໜ່າຍຫຸ້ນສາມັນຂອງບໍລິສັດ Siam Makro Public Company Limited (“Makro”) ຈຳນວນ 230,248,000 ຫຸ້ນ ຄິດເປັນ 4.80 ເປີເຊັນຂອງທຶນທີ່ຈຳໜ່າຍໄດ້ແລ້ວທັງໝົດຂອງ Makro ທີ່ລາຄາຫຸ້ນລະ 44 ບາດ. ຈຸດປະສົງຫຼັກຂອງທຸລະກຳນີ້ ແມ່ນເພື່ອເພີ່ມສະພາບຄ່ອງການຊື້ຂາຍຫຸ້ນຂອງ Makro ໃນຕະຫຼາດຫຼັກຊັບແຫ່ງປະເທດໄທ.
  • ສ້າງຕັ້ງບໍລິສັດ ALL Wellness Co., Ltd. CPALL ໂດຍມີຈຸດປະສົງເພື່ອໃຫ້ບໍລິການດ້ານສຸຂະພາບ ແລະ ຄວາມເປັນຢູ່ໃຫ້ແກ່ຊຸມຊົນດ້ວຍຄວາມສະດວກ, ນະວັດຕະກຳ ແລະ ເຕັກໂນໂລຢີດິຈິຕອນ ພ້ອມໃຫ້ຄຳປຶກສາດ້ານສຸຂະພາບ ໂດຍແພດຜູ້ຊ່ຽວຊານ
  • ເປີດສູນຈຳໜ່າຍສິນຄ້າອຸປະໂພກບໍລິໂພກປະຈຳພາກພື້ນ ໃນບູຣີຣຳຢ່າງເປັນທາງການ
  • ເຂົ້າເປັນສະມາຊິກຂອງ Dow Jones Sustainability Index (DJSI) World Index ແລະ ຕະຫຼາດເກີດໃໝ່ ເປັນປີທີສອງຕິດຕໍ່ກັນ (2017-2018). ເປັນສະມາຊິກ DJSI ໃນໝວດ ການຄ້າຍ່ອຍອາຫານ ແລະ ອາຫານຫຼັກ
  • ເປັນສະມາຊິກ FTSE4Good Index ເປັນປີທຳອິດໃນສອງກຸ່ມໄດ້ແກ່ FTSE4Good Emerging Index ແລະ FTSE4Good ASEAN 5 Index
  • ເຂົ້າເປັນສະມາຊິກຂອງ ການລົງທຶນແບບຍືນຍົງປະເທດໄທ (Thailand Sustainability Investment, THSI) ປີ 2018 ແລະ ໄດ້ຮັບລາງວັນລາຍງານຄວາມຍືນຍົງ ປະຈຳປີ 2018 ໃນລະດັບດີເດັ່ນ
  • ໄດ້ຮັບການຈັດໃຫ້ຢູ່ໃນລຳດັບທີ 23 ຂອງ “ບໍລິສັດທີ່ມີນະວັດຕະກຳຫຼາຍທີ່ສຸດໃນໂລກ” ໃນ 100 ອັນດັບທຳອິດຂອງບໍລິສັດລະດັບໂລກ ໂດຍ Forbes ຮ່ວມກັບ Jeff Dyer ຈາກ ມະຫາວິທະຍາໄລ Brigham ແລະ Hal Gregersen ຈາກ ສະຖາບັນເຕັກໂນໂລຢີ ມາຊາຊູເຊັດ (Massachusetts Institute of Technology, MIT). CPALL ເປັນບໍລິສັດໄທພຽງແຫ່ງດຽວທີ່ໄດ້ຮັບຄັດເລືອກໃນເລື່ອງນີ້
  • ໄດ້ຮັບລາງວັນ IR Magazine Awards: ການພົວພັນນັກລົງທຶນທີ່ດີທີ່ສຸດ ໃນຂະແໜງການຫຼັກຂອງຜູ້ບໍລິໂພກໃນອາຊີຕາເວັນອອກສຽງໃຕ້

ປີ 2019

  • ສະຫຼອງຮ້ານ 7-Eleven ຄົບ 11,000 ຮ້ານ ໃນປະເທດໄທ
  • ດຳເນີນການ Indicative Term Sheet ກັບ ບໍລິສັດ 7-Eleven, Inc. ສຳລັບການໄດ້ຮັບແຟຣນຊາຍ ກ່ຽວກັບການຈັດຕັ້ງ ແລະ ການດຳເນີນງານຮ້ານ 7-Eleven ໃນປະເທດກຳປູເຈຍ ແລະ ສປປ ລາວ
  • ສ້າງຕັ້ງ ALL Now Logistics Co., Ltd. ໂດຍມີຈຸດປະສົງເພື່ອດຳເນີນທຸລະກິດບໍລິການຂົນສົ່ງພັດສະດຸ ພາຍໃນປະເທດ ແລະ ຂົນສົ່ງດ່ວນ. ນອກຈາກນັ້ນ, ບໍລິສັດ Dynamic Management Co., Ltd. ເຊິ່ງດຳເນີນທຸລະກິດສູນກະຈາຍສິນຄ້າ ຈະປ່ຽນຊື່ເປັນ All Now Management Co., Ltd.
  • ຊື້ຫຸ້ນສາມັນຂອງບໍລິສັດ Thai Smart Card Co., Ltd. ຈາກຜູ້ຖືຫຸ້ນລາຍອື່ນ ເຮັດໃຫ້ CPALL ຖືຄອງຫຸ້ນສາມັນຂອງບໍລິສັດ Thai Smart Card Co., Ltd. 100 ເປີເຊັນຂອງທຶນຈົດທະບຽນ
  • ເປີດສູນຈຳໜ່າຍສິນຄ້າອຸປະໂພກບໍລິໂພກ ປະຈຳພາກພື້ນທີ່ຫາດໃຫຍ່ (ສົງຂາ) ແລະ ນະຄອນສະຫວັນ ຢ່າງເປັນທາງການ
  • ເຂົ້າເປັນສະມາຊິກຂອງ Dow Jones Sustainability Index (DJSI) world Index ຕິດຕໍ່ກັນເປັນປີທີສອງ ແລະ DJSI Emerging Markets ເປັນປີທີສາມຕິດຕໍ່ກັນ(2017-2018). ນອກຈາກນັ້ນ, CPALL ຍັງໄດ້ຮັບການສະເໜີຊື່ໃຫ້ເປັນຜູ້ນຳໃນດັດສະນີ DJSI World Index ໃນໝວດອຸດສາຫະກຳການຄ້າຍ່ອຍ ອາຫານ ແລະ ອາຫານຫຼັກ.
  • ເຂົ້າເປັນສະມາຊິກ FTSE4Good Index ຕໍ່ເນື່ອງເປັນປີທີສອງ ໃນສອງກຸ່ມ ໄດ້ແກ່ FTSE4Good Emerging Index ແລະ FTSE4Good ASEAN 5 Index
  • ເຂົ້າເປັນສະມາຊິກ ການລົງທຶນແບບຍືນຍົງຂອງໄທ (Thailand Sustainability Investment, THSI) ປະຈຳປີ 2019 ຈາກຕະຫຼາດຫຼັກຊັບແຫ່ງປະເທດໄທ ຕໍ່ເນື່ອງເປັນປີທີສອງ ໂດຍພິຈາລະນາຈາກຜົນການດຳເນີນງານ ໃນມິຕິເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ນອກຈາກນັ້ນ ຍັງໄດ້ຮັບລາງວັນ ກຽດຕິຍົດແຫ່ງຕະຫຼາດທຶນໄທ (SET Awards) ໃນປີ 2019 ໃນໝວດ ຄວາມເປັນເລີດດ້ານຄວາມຍືນຍົງສໍາລັບການຍົກຍ້ອງຢ່າງສູງໃນລາງວັນດ້ານຄວາມຍືນຍົງ- ໄດ້ຮັບລາງວັນ ດີທີ່ສຸດ (The Best) ໃນໝວດ ມີໃຫ້ຕາມໃຈເລືອກຂອງຜູ້ບໍລິໂພກ ຈາກ Asiamoney – ວາລະສານການເງິນທີ່ມີຜູ້ອ່ານສູງສຸດໃນອາຊີ ແລະ ໄດ້ຮັບລາງວັນ ການຄຸ້ມຄອງບໍລິສັດ (Corporate Governance Awards)
  • ໄດ້ຮັບລາງວັນ ຍຸດທະສາດການເຕີບໂຕທີ່ດີທີ່ສຸດ (Best Growth Strategy) ໃນປະເທດໄທ ຈາກ Finance Asia Best Company ປີ 2019 • ໄດ້ຮັບລາງວັນ ລາງວັນການໂຄສະນາທາງສື່ສັງຄົມທີ່ດີທີ່ສຸດ (Best Social Media Campaign Award) ຈາກງານ Thailand Zocial Awards ປີ 2019
  • ໄດ້ຮັບລາງວັນ Thailand’s Most Admired Brand & Why We Buy 2019 ໃນໝວດຮ້ານສະດວກຊື້ ທີ່ມີຄວາມໜ້າເຊື່ອຖືສູງເປັນປີທີເຈັດຕິດຕໍ່ກັນ
  • ໄດ້ຮັບລາງວັນ ບັນຊີທາງການທີ່ມີສ່ວນຮ່ວມຫຼາຍທີ່ສຸດ (Most Engaged Official Account) ແລະ ສະຕິກເກີສະປອນເຊີທີ່ໃຊ້ຫຼາຍທີ່ສຸດ (Most Used Sponsored Stickers) ຈາກງານ Line Thailand Awards ປີ 2019
  • ໄດ້ຮັບລາງວັນ ວາລະສານ ໄອອາ (IR Magazine Awards): ອາຊີຕາເວັນອອກສຽງໃຕ້ໃນປີ 2019 ໃນຫົວຂໍ້ “ການພົວພັນນັກລົງທຶນໂດຍລວມທີ່ດີທີ່ສຸດ (Large Cap)”

2020

ປີ 2020

  • ບໍລິສັດ CP ALL (Cambodia) Co., Ltd. ແລະ CP ALL LAOS CO., LTD. ບໍລິສັດສາຂາທາງອ້ອມຂອງບໍລິສັດ (ເຊິ່ງບໍລິສັດຖືຫຸ້ນ 100 ເປີເຊັນຜ່ານບໍລິສັດ Albuera International Limited ເຊິ່ງເປັນບໍລິສັດສາຂາທາງກົງທີ່ຖືຫຸ້ນ 100 ເປີເຊັນ) ໄດ້ເຮັດສັນຍາແຟຣນຊາຍຫຼັກສຳລັບການດຳເນີນງານຮ້ານ 7-Eleven ໃນ ສປປ ລາວ ແລະ ກຳປູເຈຍ ກັບ 7-Eleven, Inc. ຕາມລຳດັບ. ພາຍໃຕ້ສັນຍາທັງສອງສະບັບ, CP ALL (Cambodia) Co., Ltd. ແລະ CP ALL LAOS CO., LTD. ໄດ້ຮັບສິດທິແຟຣນຊາຍ ໃນການຈັດຕັ້ງ ແລະ ດຳເນີນການຮ້ານ 7-Eleven ໃນປະເທດລາວ ແລະ ກຳປູເຈຍຕາມລຳດັບ ເປັນໄລຍະເວລາ 30 ປີ ໂດຍຄູ່ສັນຍາອາດຈະຕົກລົງຂະຫຍາຍໄລຍະເວລາ 20 ປີໄດ້ອີກສອງວາລະ.

ເປີດ ບໍລິສັດ CP ALL LAOS CO., LTD.

ເຄື່ອງໝາຍການຄ້າບໍລິສັດ

ແນວຄິດການອອກແບບ ຄວາມສະດວກສະບາຍໂດຍບໍ່ມີຂອບເຂດແນວຄິດມຸມມອງ ຈະເລີນຮຸ່ງເຮືອງຕະຫຼອດໄປ

ສີແດງ

ສີແດງສົດທີ່ຈິງໃຈ

ສີແຫ່ງຄວາມຮັກຄວາມຈິງໃຈທີ່ CP all ມອບໃຫ້ຜູ້ມີສ່ວນໄດ້ສ່ວນເສຍທຸກກຸ່ມ

ທ້ອງຟ້າສີຟ້າ

ທ້ອງຟ້າສີຟ້າທີ່ສ້າງສັນ

ສີແຫ່ງຄວາມຄິດສ້າງສັນ, ການຂະຫຍາຍທຸລະກິດ ແລະ ການກ້າວໄປຂ້າງໜ້າ

ສີຂຽວ

ສີຂຽວອ່ອນໂຍນທີ່ຫ່ວງໄຍ

ເບິ່ງແຍງຄວາມສະຫງົບສຸກ, ຄວາມສະດວກ ແລະ ປອດໄພ

ສີຟ້າ

ສີຟ້າສົດໄສທີ່ຍືນຍົງສຳລັບ CP ALL

ຄວາມໝັ້ນຄົງ ແລະ ຄວາມຍືນຍົງຂອງ CP All

ຄວາມໝາຍຂອງໂລໂກ້

ກີບດອກໄມ້ເບັ່ງບານ : ກີບດອກໄມ້ທີ່ເບັ່ງບານ

“ການເຕີບໂຕຢ່າງຕໍ່ເນື່ອງຂອງທຸລະກິດ CP All ເພື່ອອຳນວຍຄວາມສະດວກ ແລະ ຄວາມສຸກໃຫ້ກັບທຸກຄົນທີ່ກ່ຽວຂ້ອງກັບ CP All ລວມທັງຊຸມຊົນ ແລະ ສັງຄົມອ້ອມຂ້າງໃຫ້ເຕີບໂຕໄປດ້ວຍກັນ”

ກີບດອກໄມ້ຫຼາຍສີທີ່ເບັ່ງບານ: ກີບດອກໄມ້ຫຼາຍສີທີ່ເບັ່ງບານ

“ຄວາມຫຼາກຫຼາຍທີ່ເຕີບໂຕບໍ່ສິ້ນສຸດ ບໍ່ສະເພາະໃນດ້ານສິນຄ້າ ແລະ ບໍລິການເທົ່ານັ້ນ ແຕ່ຍັງລວມເຖິງແນວຄວາມຄິດທີ່ CP All ສ້າງສັນໃຫ້ກັບລູກຄ້າທັງໃນລະດັບປະເທດ ແລະ ລະດັບໂລກ”

ທີ່ຢູ່

No. 239 Unit 16 SOUPHANOUVONG Road, Nongpanai Village, Sikhodtabong District, Vientiane Capital, Lao PDR

GOOGLE MAP