ນະໂຍບາຍຄຸກກີ້

ນະໂຍບາຍການໃຊ້ຄຸກກີ້

1. ຄຸກກີ້ແມ່ນຫຍັງ

ຄຸກກີ້ແມ່ນ ໄຟລ໌ຂໍ້ຄວາມຂະໜາດນ້ອຍທີ່ຖືກດາວໂຫຼດໄປຍັງອຸປະກອນຄອມພິວເຕີ້ຫຼືອຸປະກອນມືຖືຂອງທ່ານ ເຊິ່ງເຮັດໜ້າທີ່ບັນທຶກຂໍ້ມູນແລະການຕັ້ງຄ່າຕ່າງໆ ເຊັ່ນ: ບັນທຶກຂໍ້ມູນການຕັ້ງຄ່າພາສາໃນອຸປະກອນເທິງອຸປະກອນຂອງທ່ານ ບັນທຶກສະຖານະການເຂົ້າໃຊ້ວຽກໃນປະຈຸບັນຂອງທ່ານເພື່ອຊ່ວຍໃຫ້ທ່ານສາມາດເຂົ້າໃຊ້ວຽກເວັບໄຊທ໌ແລະ/ຫຼືແອັບພິເຄຊັ່ນ (ເອີ້ນຮວມກັນວ່າ“ບໍລິການ”) ໄດ້ຢ່າງຕໍ່ເນື່ອງ ລວມເຖິງມີການລວບລວມຂໍ້ມູນກ່ຽວກັບປະຫວັດການເຂົ້າໃຊ້ວຽກບໍລິການທີ່ທ່ານມັກໃນຮູບແບບໄຟລ໌ ໂດຍຄຸກກີ້ບໍ່ໄດ້ເຮັດໃຫ້ເກີດອັນຕະລາຍຕໍ່ອຸປະກອນຂອງທ່ານ ແລະເນື້ອໃນ ໃນຄຸກກີ້ຈະຖືກເອີ້ນອອກມາເບິ່ງຫຼືອ່ານໄດ້ໂດຍບໍລິການທີ່ສ້າງຄຸກກີ້ດັ່ງກ່າວເທົ່ານັ້ນ 

2. ບໍລິສັດໃຊ້ຄຸກກີ້ແນວໃດແດ່

ບໍລິສັດຈະໃຊ້ຄຸກກີ້ແລະເທັກໂນໂລຊີອື່ນໆທີ່ຄ້າຍຄືກັນເພື່ອວັດຖຸປະສົງຕ່າງໆດັ່ງນີ້: 

  • ເພື່ອຊ່ວຍຈື່ຈຳຂໍ້ມູນກ່ຽວກັບເບົາເຊີແລະການຕັ້ງຄ່າຂອງທ່ານແລະຊ່ວຍໃຫ້ທ່ານເຂົ້າໃຊ້ບໍລິການເວັບໄຊທ໌ໄດ້ຢ່າງຕໍ່ເນື່ອງແລະເພິ່ມປະສົບການແລະຄວາມພຶ່ງພໍໃຈໃນການໃຊ້ບໍລິການ 
  • ເພື່ອຊ່ວຍປະເມິນປະສິດທິພາບແລະຜົນການໃຫ້ບໍລິການເວັບໄຊທ໌ທີ່ຍັງເຮັດວຽກໄດ້ບໍ່ດີແລະຄວນປັບປຸງ 
  • ເພື່ອລວບລວມແລະວິເຄາະຂໍ້ມູນການເຂົ້າຢ້ຽມຢາມແລະໃຊ້ບໍລິການເວັບໄຊທ໌ທີ່ຈະເຮັດໃຫ້ບໍລິສັດເຂົ້າໃຈວ່າຜູ້ຄົນມີຄວາມສົນໃຈຫຍັງແລະມີການໃຊ້ເວັບໄຊທ໌ແນວໃດ 
  • ເພື່ອໃຫ້ບໍລິສັດໄດ້ສົ່ງມອບປະສົບການໃນການໃຊ້ບໍລິການເວັບໄຊທ໌ທີ່ດີຍິ່ງຂື້ນໃຫ້ກັບທ່ານ ລວມເຖິງຊ່ວຍໃຫ້ສາມາດສົ່ງມອບບໍລິການແລະການປະຊາສຳພັນໄດ້ກົງຕາມສິ່ງທີ່ທ່ານສົນໃຈ 

3. ບໍລິສັດໃຊ້ຄຸກກີ້ປະເພດໃດແດ່? 

ເວັບໄຊທ໌ (cpalllaos.com) ມີການໃຊ້ຄຸກກີ້ທັງຂອງບໍລິສັດເອງ (First-party cookies)ແລະຄຸກກີ້ທີ່ເປັນຂອງບຸກຄົນອື່ນ (Third-party cookies)ເຊິ່ງກຳນົດແລະຕັ້ງຄ່າໂດຍຜູຸ້ໃຫ້ບໍລິການບຸກຄົນພາຍນອກເຊັ່ນ: ບໍລິສັດພາຍນອກທີ່ບໍລິສັດໃຊ້ບໍລິການ ເພື່ອເພິ່ມເຕິມຄຸນສົມບັດຂອງການເຮັດວຽກໃຫ້ກັບເວັບໄຊທ໌ຂອງບໍລິສັດ 

ຄຸກກີ້ທີ່ບໍລິສັດໃຊ້ ອາດແບ່ງໄດ້ 2 ປະເພດຕາມການຈັດເກັບຄື  

  • Session Cookiesເປັນຄຸກກີ້ທີ່ຈະຢູ່ຊົ່ວຄາວເພື່ອຈື່ຈຳທ່ານໃນລະຫວ່າງທີ່ທ່ານເຂົ້າຢ້ຽມຢາມເວັບໄຊທ໌ຂອງບໍລິສັດ ເຊັ່ນ: ເຝົ້າຕິດຕາມພາສາທີ່ທ່ານໄດ້ຕັ້ງຄ່າແລະເລືອກໃຊ້ເປັນຕົ້ນ ແລະຈະມີການລົບອອກຈາກເຄື່ອງຄອມພິວເຕີ້ຫຼືອຸປະກອນຂອງທ່ານ ເມື່ອທ່ານອອກຈາກເວັບໄຊທ໌ຫຼືໄດ້ເຮັດການປິດເວັບເບົາເຊີ້ 
  • Persistent Cookies ເປັນຄຸກກີ້ທີ່ຈະຢູ່ຕາມໄລຍະເວລາທີ່ກຳນົດຫຼືຈົນກວ່າທ່ານຈະລົບອອກ ຄຸກກີ້ປະເພດນີ້ຈະຊ່ວຍໃຫ້ເວັບໄຊທ໌ຈື່ຈຳທ່ານແລະການຕັ້ງຄ່າຕ່າງໆຂອງທ່ານເມື່ອທ່ານກັບມາໃຊ້ບໍລິການເວັບໄຊທ໌ອີກຄັ້ງ ເຊິ່ງຈະຊ່ວຍໃຫ້ທ່ານເຂົ້າໃຊ້ບໍລິການເວັບໄຊທ໌ໄດ້ສະດວກວ່ອງໄວຍິ່ງຂື້ນ 

ຫາກພິຈາລະນາຕາມວັດຖຸປະສົງການໃຊ້ວຽກ ບໍລິສັດມີການນຳຄຸກກີ້ມາໃຊ້ 4 ປະເພດດັ່ງນີ້ 

      1. ຄຸກກີ້ທີ່ຈຳເປັນຕໍ່ການໃຫ້ບໍລິການ (Strictly Necessary Cookies) ຄຸກກີ້ປະເພດນີ້ມີຄວາມຈຳເປັນຕໍ່ການໃຫ້ບໍລິການເວັບໄຊທ໌ຂອງບໍລິສັດ ເພື່ອໃຫ້ທ່ານສາມາດເຂົ້າໃຊ້ວຽກໃນສ່ວນຕ່າງໆຂອງເວັບໄຊທ໌ໄດ້ ລວມເຖິງຊ່ວຍຈື່ຈຳຂໍ້ມູນທີ່ທ່ານເຄີຍໃຫ້ໄວ້ຜ່ານເວັບໄຊທ໌ ການປິດການໃຊ້ວຽກຄຸກກີ້ປະເພດນີ້ຈະສົ່ງຜົນໃຫ້ທ່ານບໍ່ສາມາດໃຊ້ບໍລິການໃນສາລະສຳຄັນຂອງເວັບໄຊທ໌ ເຊິ່ງຈຳເປັນຕ້ອງເອີ້ນໃຊ້ຄຸກກີ້ໄດ້ ຄຸກກີ້ປະເພດນີ້ບໍລິສັດຈິ່ງບໍ່ສາມາດໃຫ້ທ່ານເລືອກປິດໄດ້ 

      2. ຄຸກກນີ້ເພື່ອການວິເຄາະແລະປະເມິນຜົນໃຊ້ວຽກ (Performance Cookies) ຄຸກກີ້ປະເພດນີ້ຊ່ວຍໃຫ້ບໍລິສັດເຫັນການປະຕິສຳພັນຂອງຜູ້ໃຊ້ວຽກໃນການໃຊ້ບໍລິການເວັບໄຊທ໌ຂອງບໍລິສັດ ລວມເຖິງໜ້າເພດຫຼືພື້ນທີ່ໃດຂອງເວັບໄຊທ໌ທີ່ໄດ້ຮັບຄວາມນິຍົມ ຕະຫຼອດຈົນການວິເຄາະຂໍ້ມູນດ້ານອື່ນໆ ບໍລິສັດຍັງໃຊ້ຂໍ້ມູນນີ້ເພື່ອການປັບປຸງການເຮັດວຽກຂອງເວັບໄຊທ໌ ແລະເພື່ອເຂົ້າໃຈພືດຕິກຳຂອງຜູ້ໃຊ້ວຽກ ແນວໃດກໍ່ຕາມ ຂໍ້ມູນທີ່ຄຸກກີ້ນີ້ເກັບລວບລວມຈະເປັນຂໍ້ມູນທີ່ບໍ່ສາມາດລະບຸຕົວຕົນໄດ້ແລະນຳມາໃຊ້ວິເຄາະທາງສະຖິຕິເທົ່ານັ້ນ ການປິດການໃຊ້ວຽກຄຸກກີ້ປະເພດນີ້ຈະສົ່ງຜົນໃຫ້ບໍລິສັດບໍ່ສາມາດຮູ້ປະລິມານຜູ້ເຂົ້າຢ້ຽມຢາມເວັບໄຊທ໌ແລະບໍ່ສາມາດປະເມິນຄຸນນະພາບການໃຫ້ບໍລິການໄດ້ 

      3. ຄຸກກີ້ເພື່ອການໃຊ້ວຽກເວັບໄຊທ໌ (Functional Cookies)ຄຸກກີ້ປະເພດນີ້ຈະຊ່ວຍໃຫ້ເວັບໄຊທ໌ຂອງບໍລິສັດຈື່ຈຳຕົວເລືອກຕ່າງໆທີ່ທ່ານໄດ້ຕັ້ງຄ່າໄວ້ແລະຊ່ວຍໃຫ້ເວັບໄຊທ໌ສົ່ງມອບຄຸນສົມບັດແລະເນື້ອໃນເພິ່ມຕື່ມໃຫ້ກົງກັບການໃຊ້ວຽກຂອງທ່ານໄດ້ ເຊັ່ນ: ຊ່ວຍຈື່ຈຳຊື່ບັນຊີຜູ້ໃຊ້ວຽກຂອງທ່ານ ຫຼືຈື່ຈຳການປ່ຽນແປງການຕັ້ງຄ່າຂະໜາດຟ້ອນຫຼືການຕັ້ງຄ່າຕ່າງໆຂອງໜ້າເພດເຊິ່ງທ່ານສາມາດປັບແຕ່ງໄດ້ ການປິດການໃຊ້ວຽກຄຸກກີ້ປະເພດນີ້ອາດສົ່ງຜົນໃຫ້ເວັບໄຊທ໌ບໍ່ສາມາດເຮັດວຽກໄດ້ຢ່າງສົມບູນ 

      4. ຄຸກກີ້ເພື່ອການໂຄສະນາ (Targeting Cookies) ຄຸກກີ້ປະເພດນີ້ເປັນຄຸກກີ້ທີເກິດຈາກການເຊື່ອມໂຍງເວັບໄຊທ໌ຂອງບຸກຄົນທີ່ສາມເຊິ່ງເກັບຂໍ້ມູນການເຂົ້າໃຊ້ວຽກແລະເວັບໄຊທ໌ທີ່ທ່ານເຂົ້າຢ້ຽມຢາມ ເພື່ອອາດມີການນຳສະເໜີສິນຄ້າຫຼືບໍລິການໃຫ້ແກ່ທ່ານເທິງເວັບໄຊທ໌ອື່ນທີ່ບໍ່ແມ່ນເວັບໄຊທ໌ຂອງບໍລິສັດ ທັງນີ້ ຫາກທ່ານປິດການໃຊ້ວຽກຄຸກກີ້ປະເພດນີ້ຈະບໍ່ສົ່ງຜົນຕໍ່ການໃຊ້ວຽກເວັບໄຊທ໌ຂອງບໍລິສັດ ແຕ່ຈະສົ່ງຜົນໃຫ້ການນຳສະເໜີສິນຄ້າຫຼືບໍລິການເທິງເວັບໄຊທ໌ອື່ນໆບໍ່ສອດຄ່ອງກັບຄວາມສົນໃຈຂອງທ່ານ 

     ດັ່ງທີ່ໄດ້ແຈ້ງໄວ້ຂ້າງຕົ້ນ ບໍລິການຕ່າງໆຂອງບໍລິສັດອາດມີການໃຫ້ບໍລິການແຍກຢູ່ໃນຫຼາຍເວັບໄຊທ໌ ດັ່ງນັ້ນໃນແຕ່ລະເວັບໄຊທ໌ອາດເລືອກໃຊ້ປະເພດຄຸກກີ້ທີ່ແຕກຕ່າງກັນຕາມເໝາະສົມແລະຈຳເປັນຕໍ່ການໃຫ້ບໍລິການນັ້ນໆ ເຊິ່ງບໍລິສັດຈະສະແດງຂໍ້ມູນແລະລາຍລະອຽດຄຸກກີ້ແຕ່ລະປະເພດ ລວມເຖິງຊື່ຄຸກກີ້ທີ່ມີການໃຊ້ວຽກໃນເວັບໄຊທ໌ໜ້າທຳອິດຂອງແຕ່ລະບໍລິການ ໂດຍເປັນຂໍ້ຄວາມແບນເນີ້ແຈ້ງການໃຊ້ຄຸກກີ້ແລະມີລິ້ງ (ການຕັ້ງຄ່າ) ທີ່ທ່ານສາມາດຄິກເຂົ້າໄປອ່ານລາຍລະອຽດຂອງຄຸກກີ້ແຕ່ລະປະເພດທີ່ມີການໃຊ້ວຽກເທິງບໍລິການນັ້ນໄດ້ 

4. ການຕັ້ງຄ່າການໃຊ້ຄຸກກີ້ 

ທ່ານສາມາດເລືອກເປີດຫຼືປິດການໃຊ້ວຽກຄຸກກີ້ແຕ່ລະປະເພດໄດ້ ຍົກເວັ້ນຄຸກກີ້ທີ່ມີຄວາມຈຳເປັນຢ່າງຍິ່ງ (Strictly Necessary Cookies) ທີ່ບໍ່ສາມາດປິດການໃຊ້ວຽກໄດ້ ໂດຍ “ການຕັ້ງຄ່າຄຸກກີ້” ຫຼືທ່ານສາມາດຕັ້ງຄ່າປິດການໃຊ້ວຽກຄຸກກີ້ໄດ້ໃນເວັບເບົາເຊີ້ທີ່ທ່ານໃຊ້ວຽກຢູ່ ໂດຍປະຕິບັດຕາມຂັ້ນຕອນແນະນຳຂອງຜູ້ໃຫ້ບໍລິການເວັບເບົາເຊີ້ແຕ່ລະລາຍໄດ້ໂດຍງ່າຍດັ່ງນີ້: 

     Google Chrome: https://support.google.com/chrome/answer/95647?hl=th

     Safari: https://support.apple.com/th-th/guide/safari/sfri11471/mac

     Firefox: https://support.mozilla.org/en-US/kb/enable-and-disable-cookies-website-preferences

     Internet Explorer: https://support.microsoft.com/th-th/help/17442/windows-internet-explorer-delete-manage-cookies

    Microsoft Edge: https://support.microsoft.com/th-th/help/4027947/microsoft-edge-delete-cookies

    ທັງນີ້ ການປິດການໃຊ້ວຽກຄຸກກີ້ອາດສົ່ງຜົນໃຫ້ທ່ານບໍ່ສາມາດໃຊ້ເວັບໄຊທ໌ຕ່າງໆໄດ້ຢ່າງມີປະສິດທິພາບ 

5. ການເຊື່ອມໂຍງໄປຍັງເວັບໄຊທ໌ຂອງບຸກຄົນພາຍນອກ

ເວັບໄຊທ໌ຂອງບໍລິສັດອາດມີລິ້ງທີ່ເຊື່ອມໂຍງໄປຍັງເວັບໄຊທ໌ຫຼືໂຊຊ້ຽວມີເດຍຂອງບຸກຄົນພາຍນອກ ລວມເຖິງອາດມີການຝັງເນື້ອໃນຫຼືວິດີໂອທີ່ມາຈາກໂຊຊ້ຽວມີເດຍເຊັ່ນ: Facebook, Youtube ເປັນຕົ້ນ ເຊິ່ງຈະຊ່ວຍໃຫ້ທ່ານເຂົ້າເຖິງເນື້ອໃນແລະສ້າງປະຕິສຳພັນກັບບຸກຄົນອື່ນໃນໂຊຊ້ຽວມີເດຍຈາກເວັບໄຊທ໌ຂອງບໍລິສັດໄດ້ ເຊິ່ງເວັບໄຊທ໌ຫຼືໂຊຊ້ຽວມີເດຍຂອງບຸກຄົນພາຍນອກຈະມີການກຳນົດແລະຕັ້ງຄ່າຄຸກກີ້ຂື້ນມາເອງ ໂດຍທີ່ບໍລິສັດບໍ່ສາມາດຄວບຄຸມຫຼືຮັບຜິດຊອບຕໍ່ຄຸກກີ້ເຫຼົ່ານັ້ນໄດ້ແລະຂໍແນະນຳໃຫ້ທ່ານຄວນເຂົ້າໄປອ່ານແລະສືກສານະໂຍບາຍຫຼືປະກາດການໃຊ້ຄຸກກີ້ຂອງບຸກຄົນພາຍນອກເຫຼົ່ານັ້ນດ້ວຍ 

6. ການປ່ຽນແປງປະກາດ

ປະກາດນີ້ອາດມີການປັບປຸງເປັນຄັ້ງຄາວເພື່ອຄວາມເໝາະສົມແລະສອດຄ່ອງກັບສະຖານະການທີ່ອາດມີການປ່ຽນແປງແລະບໍລິສັດຈະມີການແຈ້ງປະກາດທີ່ມີການປັບປຸງໃໝ່ເທິງເວັບໄຊທ໌ນີ້ 

7. ຕິດຕໍ່ບໍລິສັດ

ຫາກທ່ານມີຄຳຖາມຫຼືຂໍ້ກັງວົນໃດໆກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວນີ້ ການໃຊ້ສິດຂອງທ່ານ ຫຼືມີເຫດຜົນອັນຄວນເຊື່ອໄດ້ວ່າຂໍ້ມູນອິເລັກໂທນິກຖືກນຳໄປໃຊ້ໃນທາງທີ່ຜິດ ກະລຸນາຕິດຕໍ່ບໍລິສັດຕາມຊ່ອງທາງຕໍ່ໄປນີ້: 

ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ 
ຜູ້ຈັດການຂໍ້ມູນ 
602 ຖະໜົນກໍາແພງເມືອງ, ໜ່ວຍ 34, ບ້ານໂພນທັນເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ,ສປປ ລາວ 
ອີເມລ: datamanager_laos@cpall.co.th