ນະໂຍບາຍຄວາມເປັນສ່ວນຕົວ

ນະໂຍບາຍຄວາມເປັນສ່ວນຕົວ ສຳລັບ ລູກຄ້າ
ຂອງ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ

ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃຫ້ຄຸນຄ່າ ກັບ ຄວາມເປັນສ່ວນຕົວຂອງທ່ານ ແລະ ມີຄວາມມຸ່ງໝັ້ນທີ່ຈະປົກປ້ອງຂໍ້ມູນທາງເອເລັກໂຕຣນິກຂອງທ່ານທີ່ ທ່ານໄດ້ມອບຄວາມໄວ້ວາງໃຈແກ່ພວກເຮົາ. ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໄດ້ສ້າງ ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ (“ນະໂຍບາຍຄວາມເປັນສ່ວນຕົວ” ສະບັບນີ້) ເພື່ອແຈ້ງ ທ່ານ, ໃນຖານະເຈົ້າຂອງຂໍ້ມູນ, ກ່ຽວກັບຈຸດປະສົງ ແລະ ລາຍລະອຽດໃນການເກັບກໍາ, ການນໍາໃຊ້, ການເກັບຮັກສາ ແລະ/ຫຼື ການເປີດເຜີຍຂໍມູນທາງເອເລັກໂຕຣນິກຂອງທ່ານ ແລະ ສິດທາງດ້ານກົດໝາຍຂອງທ່ານ. 

1. ນິຍາມ 

ໃນນະໂຍບາຍຄວາມເປັນສ່ວນຕົວສະບັບນີ້, ຄໍາສັບຕໍ່ໄປນີ້ແມ່ນມີຄວາມໝາຍດັ່ງລຸ່ມນີ້: 

ບໍລິສັດ ໝາຍເຖິງ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ. 
ລູກຄ້າ, ທ່ານ ຫຼື ຂອງທ່ານ ໝາຍເຖິງ ລູກຄ້າ, ຜູ້ຊື້, ຫຼື ລູກຄ້າທີ່ນໍາໃຊ້ເວບໄຊທ໌, ຜະລິດຕະພັນ ຫຼື ການບໍລິການອຶ່ນໆ ຂອງ ບໍລິສັດ ແລະ ຄູ່ຮ່ວມທຸລະກິດຂອງບໍລິສັດ ລວມທັງແຕ່ບໍ່ຈຳກັດ ຜູ້ສະໜອງ, ຜູ້ຂາຍ.  
ກົດໝາຍປົກປ້ອງຂໍ້ມູນ ໝາຍເຖິງກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນທາງເອເລັກໂຕຣນິກ (ເລກທີ 25/ສພຊ, ລົງວັນທີ 12 ພຶດສະພາ 2017) ລວມທັງ ການດັດແກ້ທີ່ມີຢູ່ໃນປະຈຸບັນ ຫຼື ໃນອະນາຄົດ ຫຼື ການປ່ຽນແທນກົດໝາຍດັ່ງກ່າວ.  
ຄໍາແນະນຳການປົກປ້ອງຂໍ້ມູນ ໝາຍເຖິງ ຄໍາແນະນໍາການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນທາງເອເລັກໂຕຣນິກ (ເລກທີ 2126/ປທສ, ລົງວັນທີ 8 ສິງຫາ 2018)  ລວມທັງ ການດັດແກ້ທີ່ມີຢູ່ໃນປະຈຸບັນ ຫຼື ໃນອະນາຄົດ ຫຼື ການປ່ຽນແທນກົດໝາຍດັ່ງກ່າວ.  
ຂໍ້ມູນທາງເອເລັກໂຕຣນິກ ໝາຍເຖິງ ຂໍ້ມູນທົ່ວໄປ ແລະ ຂໍ້ມູນສະເພາະ ຕາມທີ່ໄດ້ຈັດປະເພດໄວ້ໃນ ກົດໝາຍປົກປ້ອງຂໍ້ມູນ.  
ຂໍ້ມູນທົ່ວໄປ ໝາຍເຖິງ ຂໍ້ມູນທົ່ວໄປຂອງລູກຄ້າ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 2.1.1 ຂອງນະໂຍບາຍຄວາມເປັນສ່ວນຕົວສະບັບນີ້.   
ກົດໝາຍຄວາມເປັນສ່ວນຕົວທາງດ້ານຂໍ້ມູນ  ຂອງ ສປປ ລາວ ໝາຍເຖິງ ກົດໝາຍປົກປ້ອງຂໍ້ມູນ ແລະ ຄໍາແນະນຳການປົກປ້ອງຂໍ້ມູນ.   
 ການດໍາເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກ   ໝາຍເຖິງ ການເກັບກຳ, ການນໍາໃຊ້, ການເກັບຮັກສາ, ການເປີດເຜີຍ ແລະ/ຫຼື ການໂອນ ຂໍ້ມູນທາງເອເລັກໂຕຣນິກ ດ້ວຍ ບໍລິສັດ ແລະ/ຫຼື ຜູ້ຮັບຂໍ້ມູນທາງເອເລັກໂຕຣນິກອຶ່ນທີ່ໄດ້ຮັບອະນຸຍາດ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 4 ຂອງນະໂຍບາຍຄວາມເປັນສ່ວນຕົວສະບັບນີ້.   
ຂໍ້ມູນສະເພາະ ໝາຍເຖິງ ຂໍ້ມູນສ່ວນຕົວຂອງລູກຄ້າ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 2.1.2 ຂອງນະໂຍບາຍຄວາມເປັນສ່ວນຕົວສະບັບນີ້.  
ພະນັກງານຂໍ້ມູນສະເພາະ  ໝາຍເຖິງ ພະນັກງານທີ່ໄດ້ຮັບການແຕ່ງຕັ້ງໂດຍ ບໍລິສັດ ເພື່ອໃຫ້ເຄື່ອນໄຫວ ແລະ ປະຕິບັດໜ້າທີ່ ໃນຖານະພະນັກງານຂໍ້ມູນສະເພາະ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍປົກປ້ອງຂໍ້ມູນ.   
ຜູ້ປະມວນຜົນຂໍ້ມູນບຸກຄົນທີ່ສາມ ໝາຍເຖິງ ບຸກຄົນ ຫຼື ບໍລິສັດ ທີ່ ເກັບກໍາ, ນໍາໃຊ້, ເປີດເຜີຍ ຫຼື ໂອນ ຂໍ້ມູນທາງເອເລັກໂຕຣນິກ ອິງຕາມ ຄໍາສັ່ງທີ່ໃຫ້ໂດຍ ຫຼື ໃນນາມບໍລິສັດ.   
ເວບໄຊທ໌ ໝາຍເຖິງ ເວບໄຊທ໌ທີ່ເປັນເຈົ້າຂອງ ຫຼື ດໍາເນີນໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ທີ່ກ່ຽວຂ້ອງກັບການດໍາເນີນງານຂອງບໍລິສັດໃນ ສປປ ລາວ. 

2. ການເກັບກໍາ, ການນໍາໃຊ້, ການເກັບຮັກສາ, ການເປີດເຜີຍ ແລະ/ຫຼື ການໂອນ ຂໍ້ມູນທາງເອເລັກໂຕຣນິກ 

ໂດຍຜ່ານ ການຕົກລົງຂອງທ່ານ ທີ່ມີກັບ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ, ບໍລິສັດ ຈະເກັບກໍາ, ນໍາໃຊ້, ເກັບຮັກສາ, ເປີດເຜີຍ ແລະ/ຫຼື ໂອນ ຂໍ້ມູນທາງເອເລັກໂຕຣນິກຂອງທ່ານ ເພື່ອຈຸດປະສົງດໍາເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກ ໂດຍສອດຄ່ອງກັບ ກົດໝາຍຄວາມເປັນສ່ວນຕົວທາງດ້ານຂໍ້ມູນ ຂອງ ສປປ ລາວ ດ້ວຍວິທີ່ດັ່ງຕໍ່ໄປນີ້: 

2.1 ປະເພດຂໍ້ມູນທາງເອເລັກໂຕຣນິກ 

ຂໍ້ມູນທາງເອເລັກໂຕຣນິກຂອງທ່ານ, ບໍ່ວ່າຈະເປັນການມອບໃຫ້ບໍລິສັດໂດຍກົງ ຫຼື ບໍລິສັດໄດ້ຮັບໂດຍທາງອ້ອມຈາກບຸກຄົນທີ່ສາມ, ຈະຖືກຈັດເປັນປະເພດໃດໜຶ່ງດັ່ງນີ້: 

2.1.1 ຂໍ້ມູນທົ່ວໄປ ຊຶ່ງປະກອບດ້ວຍ ຊື່ ແລະ ນາມສະກຸນ, ເລກບັດປະຈໍາຕົວ, ເລກໜັງສືຜ່ານແດນ, ຮູບ, ເພດ, ວັນເດືອນປີເກີດ, ອາຍຸ, ທີ່ຢູ່, ເບີໂທລະສັບ, ອີເມລ ແລະ ອຶ່ນໆ; ​ຫຼື 

2.1.2 ຂໍ້ມູນສະເພາະ ຊຶ່ງລວມຂໍ້ມູນທາງດ້ານການເງິນ ແລະ ຂໍ້ມູນເຕັກໂນໂລຊີ.  

2.2 ການຍິນຍອມຂອງລູກຄ້າ ຕໍ່ກັບ ການເກັບກໍາ, ການນໍາໃຊ້, ການເກັບຮັກສາ, ການເປີດເຜີຍ ແລະ/ຫຼື ການໂອນ ຂໍ້ມູນທາງເອເລັກໂຕຣນິກ 

ບໍລິສັດ ຈໍາເປັນຕ້ອງໄດ້ຮັບການຍິນຍອມ ຈາກ ລູກຄ້າ ເພື່ອດໍາເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກຂອງທ່ານ. ໃນກໍລະນີມີການປ່ຽນແປງກ່ຽວກັບການນໍາໃຊ້ ແລະ ຈຸດປະສົງຂອງການດໍາເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກ, ບໍລິສັດ ຈະແຈ້ງ ລູກຄ້າ ກ່ຽວກັບການປ່ຽນແປງດັ່ງກ່າວ ແລະ ຕ້ອງໄດ້ຮັບການຍິນຍອມຂອງຜູ້ກ່ຽວ. ຂໍ້ກໍານົດນີ້ນໍາໃຊ້ກັບການເປີດເຜີຍ ແລະ/ຫຼື ການໂອນຂໍ້ມູນທາງເອເລັກໂຕຣນິກໄປຕ່າງປະເທດເຊັ່ນດຽວກັນ ຊຶ່ງຈະຕ້ອງໃຫ້ສອດຄ່ອງກັບ ກົດໝາຍ ຂອງ ສປປ ລາວ. 

ແຕ່ເຖິງຢ່າງໃດກໍ່ຕາມ, ບໍລິສັດ ຈະບໍ່ຈໍາເປັນຕ້ອງໄດ້ຮັບການຍິນຍອມຈາກລູກຄ້າ ຖ້າຫາກວ່າຂໍ້ມູນທາງເອເລັກໂຕຣນິກຖືກຮ້ອງຂໍໂດຍເຈົ້າໜ້າທີ່ລັດຂອງ ສປປ ລາວ ໂດຍອິງຕາມ ກົດໝາຍ ຂອງ ສປປ ລາວ. 

2.3 ແຫຼ່ງຂໍ້ມູນທາງເອເລັກໂຕຣນິກ 

2.3.1 ບໍລິສັດ ອາດຈະເກັບກໍາຂໍ້ມູນທາງເອເລັກໂຕຣນິກຈາກທ່ານ ໃນກໍລະນີທີ່ທ່ານກໍາລັງນໍາໃຊ້ການບໍລິການຂອງບໍລິສັດ ຫຼື ສະໜອງຂໍ້ມູນທາງເອເລັກໂຕຣນິກຜ່ານເວບໄຊທ໌ ຫຼື ຜ່ານຊ່ອງທາງອຶ່ນໆທີ່ມີຢູ່ ເຊັ່ນ ການສອບຖາມລູກຄ້າ,​ ຄໍາເຫັນຕອບກັບ ຫຼື ການຮ້ອງຮຽນຕ່າງໆ. 

2.3.2 ບໍລິສັດ ອາດຈະເກັບກໍາຂໍ້ມູນທາງເອເລັກໂຕຣນິກຂອງທ່ານ ຈາກ ບຸກຄົນທີ່ສາມ ເຊັ່ນ ເຈົ້າ ໜ້າທີ່ລັດ ຂອງ ສປປ ລາວ, ຄູ່ຮ່ວມທຸລະກິດ ຫຼື ເວບໄຊທ໌ອຶ່ນທີ່ມີຄວາມໜ້າເຊື່ອຖື, ແລະ ອຶ່ນໆ. 

2.4 ໄລຍະຂອງການເກັບຮັກສາ ແລະ ການລົບ ຂໍ້ມູນທາງເອເລັກໂຕຣນິກ 

ບໍລິສັດ ຈະເກັບກໍາ ແລະ ເກັບຮັກສາຂໍ້ມູນທາງເອເລັກໂຕຣນິກຂອງທ່ານ ຕາມໄລຍະເວລາທີ່ເຫັນວ່າຈໍາເປັນ. ຖ້າຫາກ ບໍລິສັດ ເຫັນວ່າບໍ່ມີຄວາມຈໍາເປັນທີ່ຈະນໍາໃຊ້ຂໍ້ມູນທາງເອເລັກໂຕຣນິກຂອງທ່ານເພື່ອຈຸດປະສົງດໍເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກອີກຕໍ່ໄປແລ້ວ, ບໍລິສັດ ຈະຍຸດດໍາເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກ ແລະ ບໍລິສັດ ຈະເລືອກ ລົບ ຫຼື ສົ່ງຂໍ້ມູນ ຫຼື ເອກະສານ ທີ່ກ່ຽວຂອງກັບຂໍ້ມູນທາງເອເລັກໂຕຣນິກ ຄືນໃຫ້ກັບທ່ານ, ຈັດເກັບຮັກສາ ແລະ ຍົກເວັ້ນກໍລະນີທີ່ບໍລິສັດ ມີຄວາມຮຽກຮ້ອງ ໃຫ້ສືບຕໍ່ເກັບຮັກສາຂໍ້ມູນທາງເອເລັກໂຕນິກ ອິງຕາມ ກົດໝາຍ ຂອງ ສປປ ລາວ ທີ່ມີຜົນບັງຄັບໃຊ້. ຖ້າຫາກ ເຫັນວ່າບໍ່ມີປະໂຫຍດທີ່ຈະສົ່ງຂໍ້ມູນທາງເອເລັກໂຕຣນິກຄືນໃຫ້ທ່ານ,​ ບໍລິສັດ ຈະລົບ, ທໍາລາຍ ຫຼື ລົບລາຍລະອຽດ ຂໍ້ມູນດັງກ່າວ. 

ນອກຈາກນັ້ນ, ບໍລິສັດ ຈະລົບຂໍ້ມູນທາງເອເລັກໂຕຣນິກຂອງທ່ານ (i) ເມື່ອໄດ້ຮັບການຮ້ອງຂໍຂອງທ່ານເພື່ອໃຫ້ລົບ;  (ii) ຖ້າຫາກ ຂໍ້ມູນທາງເອເລັກໂຕຣນິກ ກະທົບຕໍ່ຄວາມໝັ້ນຄົງຂອງ ສປປ ລາວ,​ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,​ ຫຼື ໃສ່ຮ້າຍປ້າຍສີບຸກຄົນອຶ່ນ. ທ່ານຈະໄດ້ຮັບການແຈ້ງກ່ຽວກັບການລົບດັ່ງກ່າວ, ເວັ້ນເສຍແຕ່ ກົດໝາຍ ສປປ ລາວ ໄດ້ກໍານົດໄວ້ເປັນຢ່າງອຶ່ນ. 

3. ຈຸດປະສົງຂອງການດໍາເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກ

ບໍລິສັດ ຈະປະມວນຜົນຂໍ້ມູນທາງເອເລັກໂຕຣນິກຂອງທ່ານ ເພື່ອຈຸດປະສົງດັ່ງຕໍ່ໄປນີ້: 

3.1 ເພື່ອການລົງທະບຽນສະມາຊິກ ຫຼື ການເປີດບັນຊີລູກຄ້າ; 

3.2 ເພື່ອການເຮັດ ສັນຍາ ຊື້-ຂາຍ ຜະລິດຕະພັນແລະ ການບໍລິການ, ການກໍ່ສ້າງ, ການວ່າຈ້າງວຽກ, ແລະ ສັນຍາອຶ່ນໆທີ່ກ່ຽວຂ້ອງ; 

3.3 ເພື່ອການກະກຽມ ແລະ ການຈັດສົ່ງຕາມການສັ່ງຊື້ຂອງລູກຄ້າ;  

3.4 ເພື່ອກິດຈະກໍາຕ່າງໆທາງດ້ານການຕະຫຼາດ; 

3.5 ເພື່ອຂະບວນການຈັດຫາງານ ແລະ ການຈ້າງງານ; 

3.6 ເພື່ອເພີ່ມມາດຕະການ ການຮັກສາຄວາມປອດໄພໃຫ້ແກ່ພະນັກງານ, ລູກຄ້າ ແລະ ບຸກຄົນພາຍນອກທີ່ເຂົ້າມາໃນອາຄານ ແລະ ບໍລິເວນອ້ອມຂ້າງເຊັ່ນ: ອາຄານຫ້ອງການ ແລະ ຮ້ານຄ້າ 7-11 ໂດຍການຕິດຕັ້ງກ້ອງວົງຈອນປິດ ແລະ 

3.7 ເພື່ອຈຸດປະສົງອຶ່ນທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງທ່ານ ໃນຖານະລູກຄ້າ/ພະນັກງານ ຂອງພວກເຮົາ. 

4. ການເປີດເຜີຍ ແລະ/ຫຼື ການໂອນ ຂໍ້ມູນທາງເອເລັກໂຕຣນິກ 

ບໍລິສັດ ຈະເປີດເຜີຍ ແລະ/ຫຼື ໂອນຂໍ້ມູນທາງເອເລັກໂຕຣນິກຂອງທ່ານ ໂດຍສອດຄ່ອງກັບຈຸດປະສົງ ໃຫ້ກັບບຸກຄົນດັ່ງຕໍ່ໄປນີ້: 

4.1 ບໍລິສັດໃນເຄືຶອຂອງບໍລິສັດ. ຊຶ່ງບໍລິສັດຈະເປີດເຜີຍຂໍ້ມູນທາງເອເລັກໂຕຣຂອງທ່ານໃຫ້ບໍລິສັດແມ່ຂອງບໍລິສັດ (ບໍລິສັດ ຊີພີ ອໍລ໌ ມະຫາຊົນ ຈໍາກັດ) ແລະ/ຫຼື ຮ້ານສະດວກຊື້ 7-Eleven ທີ່ຕັ້ງຢູ່ ສປປ ລາວ ແລະ ປະເທດອື່ນ,​ ລວມທັງ ພະນັກງານຂອງພວກກ່ຽວ ຫຼື ຜູ້ໄດ້ຮັບອະນຸຍາດ ຕາມທີ່ເຫັນວ່າຈໍາເປັນ ໂດຍສອດຄ່ອງກັບຈຸດປະສົ່ງທີ່ກໍານົດໄວ້ໃນຂ້າງເທິງນີ້; 

4.2 ຜູ້ໃຫ້ບໍລິການ ແລະ ຜູ້ປະມວນຜົນຂໍ້ມູນບຸກຄົນທີ່ສາມ ທີ່ບໍລິສັດແຕ່ງຕັ້ງ ຫຼື ອະນຸຍາດໃຫ້ຈັດການ ຫຼື ປະມວນຜົນຂໍ້ມູນທາງເອເລັກໂຕຣນິກ; 

4.3 ເຈົ້າໜ້າທີ່ລັດທີ່ມີສິດອໍານາດ ພາຍໃຕ້ ກົດໝາຍ ສປປ ລາວ; 

4.4 ລັດວິສາຫະກິດ ຫຼື ວິສາຫະກິດເອກະຊົນ ເຊັ່ນ: ທະນາຄານທຸລະກິດ,​ ສະຖາບັນການເງິນ, ບໍລິສັດປະກັນໄພ, ໂຮງໝໍ ແລະ ອຶ່ນໆ; 

4.5 ຄູ່ຮ່ວມທຸລະກິດຂອງບໍລິສັດ ເຊັ່ນ: ຜູ້ຂົນສົ່ງສິນຄ້າ, ຜູ້ຂ່າຍຍ່ອຍທີ່ກ່ຽວຂ້ອງອຶ່ນໆ, ຜູ້ຮັບເໝົາ,​ ຄູ່ສັນຍາທີ່ກ່ຽວຂ້ອງກັບການດໍາເນີນທຸລະກິດ 7-Eleven ແລະ ການໃຫ້ບໍລິການແກ່ທ່ານ ແລະ ອຶ່ນໆ; 

4.6 ທີ່ປຶກສາຂອງບໍລິສັດ ເພື່ອໃຫ້ຄໍາປຶກສາກ່ຽວກັບການດໍາເນີນທຸລະກິດ ເຊັ່ນ: ຜູ້ກວດສອບບັນຊີ, ຜູ້ກວດສອບພາຍນອກ, ຊ່ຽວຊານ, ທີ່ປຶກສາກົດໝາຍ,​ ທະນາຍຄວາມ, ແລະ ອຶ່ນໆ; ຫຼື  

4.7 ບຸກຄົນ ຫຼື ຂະແໜງທຸລະກິດອຶ່ນໆ ຕາມທີ່ທ່ານໄດ້ໃຫ້ການຍິນຍອມເພື່ອໃຫ້ເປີດເຜີຍຂໍ້ມູນທາງເອເລັກໂຕຣນິກຂອງທ່ານ. 

5. ສິດຂອງທ່ານໃນຖານະເຈົ້າຂອງຂໍ້ມູນ 

5.1 ທ່ານມີສິດໄດ້ຮັບສໍາເນົາຂໍ້ມູນທາງເອເລັກໂຕຣນິກຂອງທ່ານ ແລະ ໄດ້ຮັບການແຈ້ງກ່ຽວກັບແຫຼ່ງຂໍ້ມູນທາງເອເລັກໂຕຣນິກ. 

5.2 ທ່ານມີສິດຮ້ອງຂໍໃຫ້ບໍລິສັດປັບປຸງ ແລະ ດັດແກ້ຂໍ້ມູນທາງເອເລັກໂຕຣນິກຂອງທ່ານໃຫ້ຖືກຕ້ອງ ໃນກໍລະນີພົບເຫັນຂໍ້ມູນທາງເອເລັກໂຕຣນິກນັ້ນບໍ່ຖືກຕ້ອງ, ໝົດອາຍຸ ຫຼື ບໍ່ສົມບູນ. 

5.3 ທ່ານມີສິດຖອນການຍິນຍອມຂອງທ່ານໃນການໃຫ້ບໍລິສັດດໍາເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກ ໃນເວລາໃດກໍໄດ້ທີ່ສົມເຫດສົມຜົນ, ເວັ້ນເສຍແຕ່ວ່າກົດໝາຍ ສປປ ລາວ ໄດ້ກໍານົດໄວ້ເປັນຢ່າງອຶ່ນ ຫຼື ຖ້າຫາກທ່ານຖືກຜູກມັດດ້ວຍພັນທະທາງສັນຍາ ຫຼື ທາງກົດໝາຍທີ່ຍັງມີຜົນບັງຄັບໃຊ້ ເຊັ່ນ: ສັນຍາຈ້າງງານ ກັບບໍລິສັດ. ເມື່ອທ່ານເລືອກຖອນການຍິນຍອມຂອງທ່ານ, ທ່ານອາດຈະບໍ່ສາມາດໄດ້ຮັບ ການບໍລິການ ຈາກ ຫຼື ດໍາເນີນທຸລະກໍາຕ່າງໆ ກັບ ບໍລິສັດ, ​ແລະ ລວມທັງຄວາມສາມາດຂອງບໍລິສັດໃນການໃຫ້ບໍລິການແກ່ທ່ານແມ່ນຈະຖືກຈໍາກັດ. 

5.4 ທ່ານມີສິດໄດ້ຮັບຂໍ້ມູນທາງເອເລັກໂຕຣນິກທີ່ກ່ຽວຂ້ອງກັບຕົວທ່ານຈາກບໍລິສັດ. ບໍລິສັດຈະກະກຽມຂໍ້ມູນທາງເອເລັກໂຕຣນິກດັ່ງກ່າວໃນຮູບແບບທີ່ສົມເຫດສົມຜົນ ຫຼື ຕາມທີ່ນໍາໃຊ້ກັນໂດຍທົ່ວໄປດ້ວຍວິທີການນໍາໃຊ້ເຄື່ອງມື ຫຼື ອຸປະກອນແບບອັດຕະໂນມັດ ແລະ ສາມາດຖືກນໍາໃຊ້ ຫຼື ເປີດເຜີຍດ້ວຍວິທີອັດຕະໂນມັດດັ່ງກ່າວ.​ ພ້ອມກັນນັ້ນ ທ່ານມີສິດຮ້ອງຂໍໃຫ້ບໍລິສັດໂອນຂໍ້ມູນທາງເອເລັກໂຕຣນິກໃຫ້ກັບບຸກຄົນທີ່ສາມອຶ່ນ (ຖ້າຫາກສາມາດດໍາເນີນການໂອນດ້ວຍວິທີອັດຕະໂນມັດນັ້ນ). 

5.5 ທ່ານມີສິດຂັດຄ້ານການປະເມີນຜົນຂໍ້ມູນທາງເອເລັກໂຕຣນິກໃນເວລາໃດກໍໄດ້ທີ່ສົມເຫດສົມຜົນ, ຖ້າຫາກການປະເມີນຜົນຂໍ້ມູນທາງເອເລັກໂຕຣນິກແມ່ນນອກເໜືອຈາກຈຸດປະສົງທີ່ໄດ້ກໍານົດໄວ້ໃນຂໍ້ 3 ຂອງ ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້. 

5.6 ທ່ານມີສິດຮ້ອງຂໍໃຫ້ບໍລິສັດລົບ ຫຼື ທໍາລາຍ ຫຼື ລົບລາຍລະອຽດ ຂໍ້ມູນທາງເອເລັກໂຕຣນິກ ໂດຍອິງຕາມຂໍ້ 2.4 ຂອງ ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້. 

5.7 ທ່ານມີສິດຮ້ອງຂໍໃຫ້ບໍລິສັດຈໍາກັດການນໍາໃຊ້ຂໍ້ມູນທາງເອເລັກໂຕຣນິກ ໃນກໍລະນີດັ່ງຕໍ່ໄປນີ້: 

(ກ) ເມື່ອບໍລິສັດຢູ່ໃນຂະບວນການອັບເດດຂໍ້ມູນເພື່ອຮັບປະກັນໃຫ້ຂໍມູນຖືກຕ້ອງ,​ ທັນສະໃໝ,​ ສົມບູນ ແລະ ບໍ່ບິດເບື່ອນ; 

(ຂ) ເມື່ອຂໍ້ມູນທາງເອເລັກໂຕຣນິກຈະຖືກລົບ ຫຼື ທໍາລາຍ ຍ້ອນສາເຫດທີ່ຂໍ້ມູນຖືກເກັບກໍາ, ນໍາໃຊ້, ເກັບຮັກສາ, ເປີດເຜີຍ ຫຼື ໂອນ ໂດຍບໍ່ຖືກຕ້ອງຕາມກົດໝາຍ; ຫຼື 

(ຄ) ເມື່ອມັນບໍ່ມີຄວາມຈໍາເປັນອີກຕໍ່ໄປທີ່ຈະເກັບຮັກສາຂໍ້ມູນທາງເອເລັກໂຕຣນິກ ເພື່ອຈຸດປະສົ່ງທີ່ຕັ້ງໃຈໄວ້,​ ແຕ່ທ່ານຮຽກຮ້ອງໃຫ້ຈັດເກັບໄວ້ເພື່ອຈຸດປະສົງການສ້າງ, ການປະຕິບັດຕາມ, ຫຼື ການນໍາໃຊ້ ຫຼື ການປ້ອງກັນການຮ້ອງຟ້ອງທາງດ້ານກົດໝາຍ. 

5.8 ທ່ານມີສິດຮ້ອງທຸກຕໍ່ເຈົ້າໜ້າທີ່ລັດ ໂດຍອິງຕາມ ກົດໝາຍຄວາມເປັນສ່ວນຕົວທາງດ້ານຂໍ້ມູນຂອງ ສປປ ລາວ ຖ້າຫາກ ບໍລິສັດ ຫຼື ພະນັກງານຂອງບໍລິສັດ ຫຼື ຜູ້ປະມວນຜົນຂໍ້ມູນບຸກຄົນທີ່ສາມ ບໍ່ປະຕິບັດຕາມກົດໝາຍຄວາມເປັນສ່ວນຕົວທາງດ້ານຂໍ້ມູນຂອງ ສປປ ລາວ. 

5.9 ຖ້າຫາກທ່ານຕ້ອງການນໍາໃຊ້ສິດຂ້າງເທິງນີ້,​ກະລຸນາຕິດຕໍ່ພວກເຮົາໄດ້ທີ່ datamanager_laos@cpall.co.th.  

6. ມາດຕະການຄວາມປອດໄພສໍາລັບການຈັດເກັບຂໍ້ມູນທາງເອເລັກໂຕຣນິກ 

ບໍລິສັດມີຄວາມມຸ່ງໝັ້ນທີ່ຈະປົກປ້ອງຂໍ້ມູນທາງເອເລັກໂຕຣນິກຂອງທ່ານ. ບໍລິສັດຈະສະໜອງມາດຕະການຄວາມປອດໄພ ລວມທັງ ລະບົບທີ່ປອດໄພ ແລະ ເໝາະສົມ ສໍາລັບການເກັບກໍາ, ການນໍາໃຊ້, ການເກັບຮັກສາ, ການເປີດເຜີຍ ຫຼື ການໂອນ ຂໍ້ມູນທາງເອເລັກໂຕຣນິກ ເພື່ອປ້ອງກັນຂໍ້ມູນທາງເອເລັກໂຕຣນິກຈາກການສູນເສຍໂດຍບໍ່ໄດ້ຕັ້ງໃຈ, ການເຂົ້າເຖິງໂດຍບໍ່ໄດ້ຮັບອະນຸຍາດ, ການທໍາລາຍ, ການນໍາໃຊ້ໃນທາງທີ່ຜິດ, ວິທີການເກັບຮັກສາທີ່ບໍ່ເໝາະສົມ, ການປ່ຽນແປງ ຫຼື ການເປີດເຜີຍໂດຍບໍ່ໄດ້ຮັບອະນຸຍາດ. 

ບໍລິສັດ ຈັດຕັ້ງປະຕິບັດມາດຕະການຄວາມປອດໄພ ທີ່ລວມທັງ ການຮັກສາຄວາມປອດໄພທາງກາຍະພາບ ​ ແລະ ທາງການດໍາເນີນງານ, ແລະ ມາດຕະການປົກປ້ອງທາງເຕັກນິກ ຕໍ່ກັບ ການເຂົ້າເຖິງ ຫຼື ການຄວບຄຸມການນໍາໃຊ້ຂໍ້ມູນທາງເອເລັກໂຕຣນິກ ຊຶ່ງປະກອບດ້ວຍມາດຕະການດັ່ງຕໍ່ໄປນີ້: 

6.1 ການຄວບຄຸມການເຂົ້າຫາຂໍ້ມູນທາງເອເລັກໂຕຣນິກ ແລະ ອຸປະກອນການຈັດເກັບຮັກສາ ແລະ ຈົນເຖິງການດໍາເນີນການປະມວນຜົນຂໍ້ມູນທາງເອເລັກໂຕຣນິກ ໂດຍຄໍານຶງເຖິງການນໍາໃຊ້ ແລະ ຄວາມປອດໄພ; 

6.2 ກໍານົດການອະນຸຍາດທີ່ອອກໃຫ້ກັບບຸກຄົນທີ່ສາມໃນການເຂົ້າເຖິງຂໍ້ມູນທາງເອເລັກໂຕຣນິກ; 

6.3 ກໍານົດບົດບາດ ແລະ ຄວາມຮັບຜິດຊອບຂອງຜູ້ນໍາໃຊ້ເພື່ອປ້ອງກັນການເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ, ການເປີດເຜີຍ, ອາຊາຍະກໍາທາງຄອມພິວເຕີ, ການສໍາເນົາ,​ ຫຼື ປ້ອງກັນການລັກ; ແລະ  

6.4 ສະໜອງການຕິດຕາມການເຂົ້າເຖິງ, ການປ່ຽນແປງ, ການກໍາຈັດ ຫຼື ການສົ່ງຂໍ້ມູນທາງເອເລັກໂຕຣນິກ. 

7. ລິ້ງເຊື່ອມຕໍ່ ເວບໄຊທ໌ ຂອງ ບຸກຄົນທີ່ສາມ 

ເວບໄຊທ໌ອາດຈະປະກອບດ້ວຍ ລິ້ງເຊື່ອມຕໍ່ເວບໄຊທ໌ຂອງບຸກຄົນທີ່ສາມ. ບຸກຄົນທີ່ສາມອາດຈະເກັບກໍາຂໍ້ມູນການນໍາໃຊ້ການບໍລິການຂອງທ່ານ. ບໍລິສັດຈະບໍ່ຮັບຜິດຊອບຕໍ່ກັບຂໍ້ມູນທາງເອເລັກໂຕຣນິກທີ່ເກັບກໍາຜ່ານເວບໄຊທ໌ຂອງບຸກຄົນທີ່ສາມ.​ ທ່ານມີຄວາມຮັບຜິດຊອບຕໍ່ກັບການຢືນຢັນດ້ານນະໂຍບາຍຄວາມເປັນສ່ວນຕົວ, ຜະລິດຕະພັນ ແລະ ການບໍລິການທີ່ສະໜອງໂດຍບຸກຄົນທີ່ສາມ. 

8. ການນໍາໃຊ້ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ 

ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ ນໍາໃຊ້ກັບຂໍ້ມູນທາງເອເລັກໂຕນິກທັງໝົດທີ່ຖືກເກັບກໍາ, ນໍາໃຊ້, ເກັບຮັກສາ, ເປີດເຜີຍ, ແລະ ໂອນ ດ້ວຍບໍລິສັດ, ແລະ ຕາມທີ່ບໍລິສັດໄດ້ຮັບການຍິນຍອມຈາກທ່ານ ກ່ອນການດໍາເນີນກິດຈະກໍາການປະເມີນຜົນ,​ ລວມທັງ ການເກັບກໍາຂໍ້ມູນທາງເອເລັກໂຕຣນິກ ແລະ ເພື່ອການນໍາໃຊ້ ແລະ ການເປີດເຜີຍໃຫ້ບຸກຄົນທີ່ສາມໃນອະນາຄົດ ພາຍໃນຂອບເຂດຂອງນະໂຍບາຍຄວາມເປັນສ່ວນຕົວສະບັບນີ້. 

9. ການທົບທວນນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ 

ບໍລິສັດ ແລະ ຫົວໜ່ວຍທີ່ເຮັດວຽກທີ່ກ່ຽວຂ້ອງຂອງບໍລິສັດ ຈະທົບທວນ ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ ຢ່າງໜ້ອຍ 1 ຄັ້ງຕໍ່ປີ. ບໍລິສັດອາດຈະພິຈາລະນາແກ້ໄຂ ຫຼື ປັບປຸງນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ໃນແຕ່ລະໄລຍະ ຕາມທີ່ເຫັນວ່າເໝາະສົມ ແລະ ໄດ້ຮັບອະນຸຍາດດ້ວຍກົດໝາຍ ສປປ ລາວ (ລວມທັງກົດໝາຍຄວາມເປັນສ່ວນຕົວທາງດ້ານຂໍ້ມູນຂອງ ສປປ ລາວ). ໃນກໍລະນີທີ່ມີການແກ້ໄຂ ຫຼື ມີການປັບປຸງ, ຫຼື ມີການປ່ຽນແປງໃນນະໂຍບາຍຄວາມເປັນສ່ວນຕົວສະບັບນີ້, ບໍລິສັດຈະປະກາດແຈ້ງນະໂຍບາຍສະບັບທີ່ເປັນປະຈຸບັນລົງໃນເວັບໄຊທ໌. 

10. ກົດໝາຍຄຸ້ມຄອງ ແລະ ຂອບເຂດອໍານາດສານ 

ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ ແມ່ນຖືກຄຸ້ມຄອງດ້ວຍ ແລະ ຕີຄວາມໝາຍອິງຕາມ ກົດໝາຍ ສປປ ລາວ ແລະ ສານຂອງ ສປປ ລາວ ທີ່ມີອໍານາດສານ ໃນການພິຈາລະນາຂໍ້ຂັດແຍ່ງທີ່ອາດເກີດຂື້ນນັ້ນ. 

11. ຂໍ້ມູນຕິດຕໍ່ 

ໃນກໍລະນີຫາກມີຄໍາຖາມ ຫຼື ບັນຫາໃດໜຶ່ງທີ່ກ່ຽວຂ້ອງກັບນະໂຍບາຍຄວາມເປັນສ່ວນຕົວສະບັບນີ້, ການປະຕິບັດສິດຂອງທ່ານ, ຫຼື ມີເຫດຜົນທີ່ສົມເຫດສົມຜົນທີ່ເຊື່ອວ່າຂໍ້ມູນທາງເອເລັກໂຕຣນິກຖືກນໍາໃຊ້ໃນທາງທີ່ຜິດ, ກະລຸນາຕິດຕໍ່ບໍລິສັດຕາມຊ່ອງທາງຂ້າງລຸ່ມນີ້: 

ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ 602 ຖະໜົນກໍາແພງເມືອງ, ໜ່ວຍ 34, ບ້ານໂພນທັນເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ,​ສປປ ລາວ 
ອີເມລ: datamanager_laos@cpall.co.th
ພະນັກງານຂໍ້ມູນສະເພາະ ອິເມລ: datamanager_laos@cpall.co.th