ເປີດແລ້ວສາຂາ 2 “ເຊເວັ່ນ ອີເລຟເວັ່ນ ” ກໍາແພງເມືອງ ໃນນະຄອນຫຼວງວຽງຈັນ

ເຊເວັ່ນ ອີເລຟເວັ່ນ ສາຂາກຳແພງເມືອງ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ເມື່ອວັນທີ 18 ຕຸລາ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ອຳນວຍຄວາມສະດວກໃຫ້ປະຊາຊົນ ຮ່ວມເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດ ສປປ ລາວ ໂດຍຍັງມີຈຸດເດັ່ນດ້ວຍສິນຄ້າອຸປະໂພກບໍລິໂພກທີ່ໄດ້ມາດຕະຖານ ໂດຍສະເພາະສິນຄ້າຍອດນິຍົມ ເຊິ່ງມີຈຳໜ່າຍສະເພາະທີ່ຮ້ານເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ ເຊັ່ນ: Slurpee ເຄື່ອງດື່ມຊົງສົດ, All Café, ສິນຄ້າອົບໃໝ່ ແລະ ອາຫານພ້ອມຮັບປະທານຫຼາກຫຼາຍເມນູສໍາລັບທຸກກຸ່ມທຸກໄວ ທັງນີ້ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ CP All Laos ໃນກຸ່ມທຸລະກິດຊີພີ ອໍລ໌ ທີ່ຫາກໍ່ເປີດໃຫ້ບໍລິການຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໄປເມື່ອເດືອນ ກັນຍາ ທີ່ຜ່ານມາ ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ບໍລິໂພກທັງຄົນລາວ ແລະ ຄົນຕ່າງປະເທດ ສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນທາງເສດຖະກິດທີ່ພ້ອມຈະຕ້ອນຮັບປີທ່ອງທ່ຽວລາວ 2024 ທີ່ຈະມາຮອດນີ້

Hello! 7-Eleven, our first branch is now open!

Our first branch opened on September 7, 2023, at Souphanouvong Road, Ban Nongpa Nai, Sikottabong District, Vientiane Capital. Don’t forget to come and try our variety of products with full special privileges at 7-eleven.  CP All Laos📍 Location: Souphanouvong Road, Ban Nongpa Nai, Sikottabong District, Vientiane Capital. 🌍 Google Location: https://goo.gl/maps/M4fewr4CyMLbxFGR7

ເຊີນຊວນນ້ອງໆ ເຂົ້າຮ່ວມງານ ຕະຫຼາດນັດສະໝັກງານ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ (ມຊ) ວັນທີ 24 -25 ພຶດສະພາ 2023

CP All Laos ເຊີນຊວນນ້ອງໆ ເຂົ້າຮ່ວມງານ ຕະຫຼາດນັດສະໝັກງານ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ (ມຊ) ວັນທີ 24 -25 ພຶດສະພາ 2023   ພົບກັນທີ່ບູດ CPALL LAOS ເບີ 22 

ຊີພີ ອໍລ໌ ລາວ ຮັບສະໝັກພະນັກງານ 3 ຕຳແໜ່ງ

3.ວິສະວະກອນຈັດຊື້ -ຢາກເຈລະຈາ ຄວາມຮູ້ກ່ຽວກັບຜະລິດຕະພັນການນໍາເຂົ້າແລະສົ່ງອອກ  ຊີພີ ອໍລ໌ ລາວ CP All Laos ຮັບສະໝັກພະນັກງານ 3 ຕຳແໜ່ງ  1.ເຈົ້າໜ້າທີ່ IT Support -ມີຄວາມຮູ້ SQL ,Database ລະ​ດັບ​ທີ່​ດີ​  2.ເຈົ້າໜ້າທີ່ພັດທະນາທຸລະກິດ -ມີຄວາມຮູ້ດ້ານ Excel ເປັນຢ່າງດີ ແລະ ມີຄວາມຮັບຜິດຊອບໃນການວິເຄາະຜະລິດຕະພັນຕ່າງໆ  3.ວິສະວະກອນຈັດຊື້ -ຢາກເຈລະຈາ ຄວາມຮູ້ກ່ຽວກັບຜະລິດຕະພັນການນໍາເຂົ້າແລະສົ່ງອອກ ສົນໃຈສະໝັກພ້ອມສຳພາດ ຮູ້ຜົນເບື້ອງຕົ້ນທັນທີ  ລະຫວ່າງວັນທີ 14 ຫາ 21 ມີນາ 2023  ****** ກະລຸນາລໍຖ້າການນັດໝາຍຈາກພະແນກຊັບພະຍາກອນບຸກຄົນຜ່ານ whatsapp ******  ສົນໃຈເຮັດວຽກກັບພວກເຮົາສາມາດສະໝັກຜ່ານທີ່ Link >> https://forms.gle/XBVrNQKyiCdTXGzaA 

1 2 3